
Technical conference on the management and use of government-funded procurement websites
ໃນວັນທີ 10 ມິຖຸນາ 2025, ເວລາ 08:30-12:00 ໂມງທີ່ຫ້ອງປະຊຸມຊັ້ນ G ຂອງຫ້ອງການທະນາຄານໂລກ, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມວິຊາການກ່ຽວກັບວຽກງານຄຸ້ມຄອງ ແລະ ນໍາໃຊ້ເວັບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ປະຈໍາໄຕມາດ (http://ppmd.mof.gov.la/) ໃນການທົບທວນຄືນຜົນການຈັດຕົ້ງປະຕິບັດຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອຜັນຂະຫຍາຍວຽກງານດັ່ງກ່າວໃຫ້ກວ້າງຂວາງກວ່າເກົ່າ. ກອງປະຊຸມໄດ້ດໍາເນີນ ແລະ ນໍາພາໂດຍ ພະແນກຄຸ້ມຄອງການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ (ຄຈລ), ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານໂລກ ແລະ ບັນດາກະຊວງ, ອົງການ ທີ່ເປັນຜູ້ນໍາໃຊ້ເວັບໄຊດັ່ງກ່າວ.

ກອງປະຊຸມການເຜີຍແຜ່ເວັບໄຊຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຝຶກອົບຮົມວຽກງານການນໍາໃຊ້ຄູ່ມືກ່ຽວກັບກົນໄກການຮ້ອງທຸກ ແລະ 10 ແບບຟອມການຮ້ອງທຸກໃຫ້ບັນດາລັດວິສາຫະກິດ ແລະ ບໍລິສັດ ອ້ອມຂ້າງສູນກາງ
ໃນວັນທີ 07 ເມສາ 2025 ເວລາ 80:30-16:30 ໂມງ ໄດ້ຈັດກອງປະຊຸມທີ່ ຫ້ອງປະຊຸມ ກົມສ່ວຍສາອາກອນ (ຊັ້ນ 01) ນະຄອນຫຼວງວຽງຈັນ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມການເຜີຍແຜ່ເວັບໄຊຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຝຶກອົບຮົມວຽກງານການນໍາໃຊ້ຄູ່ມືກ່ຽວກັບກົນໄກການຮ້ອງທຸກ ແລະ 10 ແບບຟອມການຮ້ອງທຸກໃຫ້ບັນດາລັດວິສາຫະກິດ ແລະ ບໍລິສັດ ອ້ອມຂ້າງສູນກາງ ໂດຍການເປັນປະທານ ຂອງທ່ານ ວົງປະສິດ ສີລາວົງ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ. ຈຸດປະສົງຂອງກອງປະຊຸມແມ່ນເຜີຍແຜ່ເວັບໄຊຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຝຶກອົບຮົມວຽກງານການນໍາໃຊ້ຄູ່ມືກ່ຽວກັບກົນໄກການຮ້ອງທຸກ ແລະ 10 ແບບຟອມການຮ້ອງທຸກໃຫ້ບັນດາລັດວິສາຫະກິດ ແລະ ບໍລິສັດ ອ້ອມຂ້າງສູນກາງ ໃນນັ້ນ, ຈິງໄດ້ຈັດກອງປະຊຸມໃຫ້ບັນດາລັດວິສາຫະກິດ ແລະ ບໍລິສັດ ອ້ອມຂ້າງສູນກາງ ເພື່ອໃຫ້ເຂົ້າໃຈເລີກເຊິງດ້ານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ກອງປະຊຸມຝຶກສາຫາລືການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງດວ້ຍທຶນຂອງລັດ ແຜນຈຸດສຸມໃນຕໍ່ໜ້າ
ໃນວັນທີ 03 ເມສາ 2024 ເວລາ 80:30-16:30 ໂມງ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມທົບທວນຄືນແຜນກິດຈະກໍາ ແລະ ແຜນໃນຕໍ່ໜ້າກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ກົດໜາຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ຄໍາແນະນໍາການຈັດຕັ້ງປະຕິບັດກົດໜາຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົນໄກການຮ້ອງທຸກ ແລະ ການແກ້ໄຂ ນໍາໃຊ້ 10 ແບບຟອມການຮ້ອງທຸກ, ເວບໄຊການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ເອກະສານການປະມູນ ສະບັບເອກະພາບ ປີ 2021, ການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນໍາໃຊ້ເອກະສານການປະເມີນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ແຜນຝຶກອົບຮົມກ່ຽວກັບບັນດາແຂວງທີ່ຈະສືບຕໍ່ໃນຕໍ່ໜ້າ, ຮັບຮອງເອກະສານການການຮ້ອງທຸກ, ເອກະສານຕາມກອບຕົກລົງ (FA), ລະບົບການປະເມີນຕາມກອບຕົກລົງ (FA) ແລະສືບຕໍ່ຝືກອົບຮົມໃຫ້ 4 ກະຊວງທົດລອງ.

ຍົກລະດັບຄວາມສາມາດ ສ້າງພະນັກງານຂະແໜງການເງິນ ເປັນຄູຝຶກໃນຫຼັກສູດການຄຸ້ມຄອງທົ່ວໄປ ແລະ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ (EFIT)
ຍົກລະດັບຄວາມສາມາດ ສ້າງພະນັກງານຂະແໜງການເງິນ ເປັນຄູຝຶກໃນຫຼັກສູດການຄຸ້ມຄອງທົ່ວໄປ ແລະ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ (EFIT) ໃນວັນທີ 01 ເມສາ 2025 ທີ່ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມ ຝືກອົບຮົມການສ້າງຄູຝຶກ ການຈັດຕັ້ງປະຕິບັດວຽກງານຂອບຄວາມສາມາດ, ຜົນການປະເມີນຄວາມຈຳເປັນຂອງການຝຶກອົບຮົມ, ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ, ຄວາມສາມາດໃນການຄຸ້ມຄອງທົ່ວໄປ ແລະ ພາວະຄວາມເປັນຜູ້ນຳ. ມີນັກສໍາມະນາກອນ ຈາກພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ, ພ້ອມດ້ວຍວິທະຍາກອນ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມເຂົ້າຮ່ວມ. ຊຶ່ງໃນນັ້ນ ຍຸດທະສາດທີ 05 ໄດ້ກຳນົດໄວ້ຢ່າງຊັດເຈນ ກ່ຽວກັບການພັດທະນາການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ໜັກແໜ້ນ ທາງດ້ານການເມືອງແນວຄິດ. ເພື່ອຊ່ວຍໃຫ້ວຽກງານດັ່ງກ່າວ, ສາມາດບັນລຸຕາມ ຍຸດທະສາດດັ່ງກ່າວ, ທະນາຄານໂລກ ໄດ້ໃຫ້ການຊ່ວຍເຫຼືອ ພາຍໃຕ້ໂຄງການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ (E-FITS) ນັບແຕ່ປີ 2019 ເປັນຕົ້ນມາ. ການຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການນຳສະເໜີເຕັກນິກ ວິທີວິທະຍາ ແລະ ແນະນຳຄູ່ມືການຈັດຕັ້ງປະຕິບັດວຽກງານ ຂອງຄວາມສາມາດການຄຸ້ມຄອງການເງິນແຫ່ງລັດ ພ້ອມກັບ ການນຳໃຊ້ຊຸດເອກະສານທີ່ເປັນເຄື່ອງມືທີ່ຈະຊ່ວຍປະກອບໃນການຝຶກອົບຮົມ ແລະ ພາຍຫຼັງທີ່ສຳເລັດ ກອງປະຊຸມ.

ຍົກລະດັບຄວາມສາມາດ ສ້າງພະນັກງານຂະແໜງການເງິນ ເປັນຄູຝຶກໃນຫຼັກສູດການຄຸ້ມຄອງທົ່ວໄປ ແລະ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ (PFM)
ຍົກລະດັບຄວາມສາມາດ ສ້າງພະນັກງານຂະແໜງການເງິນ ເປັນຄູຝຶກໃນຫຼັກສູດການຄຸ້ມຄອງທົ່ວໄປ ແລະ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ (PFM) ໃນລະຫວ່າງວັນທີ 25-26 ມີນາ 2025 ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຈັດກອງປະຊຸມ ຝືກອົບຮົມການສ້າງຄູຝຶກ ການຈັດຕັ້ງປະຕິບັດວຽກງານຂອບຄວາມສາມາດ, ຜົນການປະເມີນຄວາມຈຳເປັນຂອງການຝຶກອົບຮົມ, ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ, ຄວາມສາມາດໃນການຄຸ້ມຄອງທົ່ວໄປ ແລະ ພາວະຄວາມເປັນຜູ້ນຳ. ໂດຍການເປັນປະທານຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ມີນັກສໍາມະນາກອນ ທີ່ມາຈາກບັນດາກົມ, ສະຖາບັນ ອ້ອມຂ້າງກະຊວງການເງິນ, ຈາກພະແນກການເງິນແຂວງຫຼວງພະບາງ, ວິທະຍາໄລການເງິນພາກເໜືອ ພ້ອມດ້ວຍວິທະຍາກອນ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ອຸໄທ ອິນທິລາດ ໃຫ້ເຫັນໄດ້ ຄວາມເປັນມາ ແລະ ຄວາມຄືບໜ້າ ກ່ຽວກັບ ວຽກງານການຈັດຕັ້ງປະຕິບັດຂອບຄວາມສາມາດ, ການປະເມີນຄວາມຈຳເປັນຂອງການຝຶກອົບຮົມ ແລະ ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ ເຊິ່ງແມ່ນວຽກໜຶ່ງ ໃນວຽກງານທີ່ເປັນບຸລິມາສິດ ແລະ ນະໂຍບາຍອັນສໍາຄັນຂອງກະຊວງການເງິນ, ທີ່ນອນຢູ່ໃນ 10 ຍຸດທະສາດການພັດທະນາການເງິນແຫ່ງລັດຮອດປີ 2025, ຊຶ່ງໃນນັ້ນ ຍຸດທະສາດທີ 05 ໄດ້ກຳນົດໄວ້ຢ່າງຊັດເຈນ ກ່ຽວກັບການພັດທະນາການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ໜັກແໜ້ນ ທາງດ້ານການເມືອງແນວຄິດ. ເພື່ອຊ່ວຍໃຫ້ວຽກງານດັ່ງກ່າວ, ສາມາດບັນລຸຕາມ ຍຸດທະສາດດັ່ງກ່າວ, ທະນາຄານໂລກ ໄດ້ໃຫ້ການຊ່ວຍເຫຼືອ ພາຍໃຕ້ໂຄງການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ (E-FITS) ນັບແຕ່ປີ 2019 ເປັນຕົ້ນມາ. ການຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການນຳສະເໜີເຕັກນິກ ວິທີວິທະຍາ ແລະ ແນະນຳຄູ່ມືການຈັດຕັ້ງປະຕິບັດວຽກງານ ຂອງຄວາມສາມາດການຄຸ້ມຄອງການເງິນແຫ່ງລັດ ພ້ອມກັບ ການນຳໃຊ້ຊຸດເອກະສານທີ່ເປັນເຄື່ອງມືທີ່ຈະຊ່ວຍປະກອບໃນການຝຶກອົບຮົມ ແລະ ພາຍຫຼັງທີ່ສຳເລັດ ກອງປະຊຸມໃນຄັ້ງນີ້ແລ້ວ ບໍລິສັດທີ່ປຶກສາ ຈະໄດ້ເຂົ້າເຮັດວຽກຮ່ວມກັບບັນດາກົມ ຂອງກະຊວງການເງິນ ເພື່ອຝືກຫຼັກສູດການຄຸ້ມຄອງທົ່ວໄປ ແລະ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ (PFM) ປະກອບມີ 7 ຫຼັກສູດຕົ້ນຕໍ ແລະ 8 ຫຼັກສູດທົ່ວໄປ. ທັງນີ້, ກໍ່ເພື່ອສ້າງຄູຝຶກການຈັດຕັ້ງປະຕິບັດວຽກງານຂອບຄວາມສາມາດ, ຜົນການປະເມີນຄວາມຈຳເປັນຂອງການຝຶກອົບຮົມ, ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ, ສ້າງໃຫ້ມີຄວາມສາມາດໃນການຄຸ້ມຄອງທົ່ວໄປ ແລະ ພາວະຄວາມເປັນຜູ້ນຳ ໃຫ້ແກ່ຜູ້ຕາງໜ້າຈາກແຕ່ລະກົມ ເພື່ອສືບຕໍ່ຜັນຂະຫຍາຍການສ້າງຄວາມອາດສາມາດໃນແຕ່ລະວຽກງານຂອງຕົນໃນຕໍ່ໜ້າ.

ຝຶກອົບຮົມວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ
ໃນວັນທີ 22 ມັງກອນ 2025 ເວລາ 80:30-16:30 ໂມງ ກອງທຶນສົ່ງເສີມ ຈນກ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານຈັດຊື້-ຈັດຈ້າງ ຂອງບັນດາຂອງບັນດາກົມ ແລະ ຂະແໜງຕ່າງໆທີ່ກ່ຽວຂ້ອງ ໂດຍການເປັນປະທານ ຂອງທ່ານ ປອ. ບຸນເພັງ ສີບຸນເຮືອງ ຜູ້ອໍານວຍການຂອງທຶນ. ຈຸດປະສົງຂອງກອງປະຊຸມແມ່ນເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ກົດໜາຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ຄໍາແນະນໍາການຈັດຕັ້ງປະຕິບັດກົດໜາຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ເວບໄຊການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ເອກະສານການປະມູນ ສະບັບເອກະພາບ ປີ 2021, ການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນໍາໃຊ້ເອກະສານການປະເມີນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານຈັດຊື້ ຂອງບັນດາກະຊວງ ແລະ ອົງການ ອ້ອມຂ້າງສູນກາງ
ໃນວັນທີ 07-08 ພະຈິກ 2024 ເວລາ 80:30-16:30 ໂມງ ໄດ້ຈັດກອງປະຊຸມທີ່ ນະຄອນຫຼວງວຽງຈັນ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານຈັດຊື້ ຂອງບັນດາກະຊວງ ແລະ ອົງການ ອ້ອມຂ້າງສູນກາງ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການ ແລະ ຂະແໜງຕ່າງໆທີ່ກ່ຽວຂ້ອງ ໂດຍການເປັນປະທານ ຂອງທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ. ຈຸດປະສົງຂອງກອງປະຊຸມແມ່ນເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ກົດໜາຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ຄໍາແນະນໍາການຈັດຕັ້ງປະຕິບັດກົດໜາຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົນໄກການຮ້ອງທຸກ ແລະ ການແກ້ໄຂ ນໍາໃຊ້ 10 ແບບຟອມການຮ້ອງທຸກ, ເວບໄຊການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ເອກະສານການປະມູນ ສະບັບເອກະພາບ ປີ 2021, ການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນໍາໃຊ້ເອກະສານການປະເມີນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.ໃນນັ້ນ, ຈິງໄດ້ຈັດກອງປະຊຸມໃຫ້ບັນດາກະຊວງ ແລະ ອົງການ້ອມຂ້າງສູນກາງເພື່ອໃຫ້ເຂົ້າໃຈເລີກເຊິງດ້ານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ກອງປະຊຸມປຶກສາຫາລື ແລະ ລະດົມຄວາມຄິດເຫັນໃສ່ ຮ່າງເນື້ອໃນເອກະສານການປະມູນຈັດຊື້ຕາມກອບຕົກລົງ (Framework Agreement)
ໃນວັນທີ 21-23 ສິງຫາ 2024 ເວລາ 80:30-17:00 ໂມງ ໄດ້ຈັດກອງປະຊຸມທີ່ ເມືອງ ວັງວຽງ ແຂວງ ວຽງຈັນກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ລະດົມຄວາມຄິດເຫັນໃສ່ ຮ່າງເນື້ອໃນເອກະສານການປະມູນຈັດຊື້ຕາມກອບຕົກລົງ (Framework Agreement) ຂອງ 4 ກະຊວງເປົ້າໝາຍ ຄື: ກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ກະຊວງ ສາທາລະນະສຸກ ຊຶ່ງມີຜູ້ຕາງໜ້າຈາກຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງ ສາທາລະນະສຸກ, ທິມງານຊ່ຽວຊານຈາກທະນາຄານໂລກ ໂດຍການເປັນປະທານ ຂອງທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປືກສາຫາລື ແລະ ລະດົມ ລະດົມຄວາມຄິດເຫັນໃສ່ ຮ່າງເນື້ອໃນເອກະສານການປະມູນຈັດຊື້ຕາມກອບຕົກລົງ (Framework Agreement) ເພື່ອໃຫ້ເອກະສານດັ່ງກ່າວມີຄວາມສົມບູນ ແລະ ປະກາດໃຊ້ ໃນຈຳນວນ 4 ກະຊວງ ທົດລອງ ຄື: ກະຊວງ ການເງິນ, ກະຊວງ ສາ ທາລະນະສຸກ, ກະຊວງ ການຕ່າງປະເທດ ແລະ ກະຊວງ ສືກສາທິການ ແລະ ກິລາ). ໃນນັ້ນ, ໄດ້ກໍານົດເອົາກະຊວງການເງິນ ແລະ ກະຊວງ ສາທາລະນະສຸກ ເປັນກະຊວງທົດລອງກ່ອນ; ເພື່ອເປັນຕົວແບບໃຫ້ກັບກະຊວງອື່ນ ຈັດຕັ້ງໃນປີ 2025. ພ້ອມດຽວກັນນັ້ນ, ກົມຄຸ້ມຄອງຊັບສິນແຫ່ງລັດ ໃນນາມເປັນກົມວິຊາການໄດ້ລາຍງານການຈັດຕັ້ງປະຕິບັດຜ່ານມາ, ເຫດຜົນສຳລັບການນໍາໃຊ້ເອກະສນການຈັດຊື້ດັ່ງກ່າວ.

ກອງປະຊຸມຝຶກອົບຮົມວຽກງານການນໍາໃຊ້ຄູ່ມືກ່ຽວກັບກົນໄກການຮ້ອງທຸກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ
ໃນວັນທີ 01-02 ຕຸລາ 2024, ເວລາ 80:30-17:00 ໂມງ ໄດ້ຈັດກອງປະຊຸມທີ່ ເມືອງ ວັງວຽງ ແຂວງ ວຽງຈັນ, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານການນໍາໃຊ້ຄູ່ມືກ່ຽວກັບກົນໄກການຮ້ອງທຸກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ພາກເອກະສນກະເພາະກິດ, ພາກເອກະສານກອງເລຂາ ແລະ 10 ແບບຟອມການຮ້ອງທຸກໃຫ້ຄະນະສະເພາະກິດ. ກອງປະຊຸມໄດ້ດໍາເນີນ ແລະ ນໍາພາໂດຍ ພະແນກຄຸ້ມຄອງການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ (ຄຈລ), ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານໂລກ ແລະ ບັນດາກະຊວງ/ອົງການທີ່ຖຶກແຕ່ງຕັ້ງດັ່ງກ່າວ.

Training procurement
ໃນວັນທີ 19 ກໍລະກົດ 2024 ທີ່ຫ້ອງປະຊຸມທະນາຄານໂລກ (ຊັ້ນ G); ທະນາຄານໂລກໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການໃຫ້ຄະແນນກ່ຽວກັບວຽກຈັດຊື້-ຈັດຈ້າງ ຄື: ການຈັດຊື້-ຈັດຈ້າງ ກໍ່ສ້າງ ແລະ/ຫຼື ການສ້ອມແປງ ແລະ ການຈັດຊື້-ຈັດຈ້າງ ສະໜອງສິນຄ້າ ແລະ/ຫຼື ການບໍລິຫານວຽກງານ ຊຶ່ງມີຜູ້ຕາງໜ້າຈາກກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ບັນດາກະຊວງ ອ້ອມຂ້າງສູນກາງ ແລະ ວິສາຫະກິດ ທິມງານຊ່ຽວຊານຈາກທະນາຄານໂລກ ແລະ ສາກົນເປັນຜູ້ຝຶກໃຫ້ (ເຂົ້າຮ່ວມກອງປະຊຸມຊຶ້ງໜ້າ ແລະ ທາງອອນລາຍ). ຈຸດປະສົງຂອງກອງປະຊຸມແມ່ນຝຶກອົບຮົມກ່ຽວກັບການນໍາໃຊ້ເງື່ອນໄຂການໃຫ້ຄະແນນ, ພ້ອມທັງຄັດເລືອກຜູ້ສະເໜີລາຄາໃນໂຄງການທີ່ໄດ້ຮັບການສະໜັບສະໜູນຂອງທະນາຄານໂລກ ຊື່ງການຝຶກອົບຮົມມີດັ່ງນີ້: ການຍື່ນເອກະສານການປະມູນ, ທົບທວນຂະບວນການປະມູນ, ການປະເມີນຂະບວນການທາງດ້ານເຕັກນິກ/ການໃຫ້ຄະແນນ, ການປະເມີນລວມ ແລະ ການປະເມີນທາງດ້ານເຕັກນິກ ແລະ ຄຸນນະພາບ ໃນນັ້ນ, ການຝຶກອົບຮົມໄດ້ປຶກສາຫາລື, ແລກປ່ຽນຄໍາຄິດເຫັນໃນກອງປະຊຸມ ແລະ ໄດ້ມີການປະເມີນທົດສອບຄວາມຮູ້ທາງດ້ານວຽກງານຈັດຊື້-ຈັດຈ້າງດັ່ງກ່າວ. ຊ່ຽວຊານອາວຸໂສຈັດຊື້-ຈັດຈ້າງທະນາຄານໂລກ ແລະ ຜູ້ຊ່ຽວຊານວຽກງານຈັດຊື້-ຈັດຈ້າງສາກົນ ໄດ້ກ່າວໄດ້ອະທິບາຍ ແລະ ຄວາມໝາຍຄວາມສຳຄັນຂອງການຈັດຊື້້-ຈັດຈ້າງ.

ກອງປະຊຸມປຶກສາຫາລືກ່ຽວກັບການທົດລອງການຈັດຊື້-ຈັດຈ້າງຕາມກອບຕົກລົງ
ໃນວັນທີ 13 ມິຖຸນາ 2024 ທີ່ຫ້ອງປະຊຸມຊັ້ນ 04 ຂອງກະຊວງການເງິນ; ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການທົດລອງການຈັດຊື້-ຈັດຈ້າງຕາມກອບຕົກລົງ (Framework Agreement) ຂອງ 2 ກະຊວງເປົ້າໝາຍ ຄື: ກະຊວງການເງິນ ແລະ ກະຊວງ ສາທາລະນະສຸກ ຊຶ່ງມີຜູ້ຕາງໜ້າຈາກຫ້ອງການ ກະຊວງການເງິນ, ກະຊວງ ສາທາລະນະສຸກ, ທິມງານຊ່ຽວຊານຈາກທະນາຄານໂລກ (ເຂົ້າຮ່ວມກອງປະຊຸມຊຶ້ງໜ້າ ແລະ ທາງອອນລາຍ) ໂດຍການເປັນປະທານ ຂອງທ່ານ ສົມຈິດ ຄໍາມຸງຄຸນ ວ່າການຫົວໜ້າຫ້ອງການ ກະຊວງການເງິນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປືກສາຫາລືກ່ຽວກັບການເຮັດທົດລອງການຈັດຊື້ຕາມກອບຕົກລົງ (Framework agreement) ເພື່ອບັນລຸຕົວຊີ້ວັດຂອງອົງປະກອບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃນປີ 2024 ຢ່າງໜ້ອຍ 2 ກະຊວງ (ໃນຈຳນວນ 4 ກະຊວງ ທົດລອງ ຄື: ກະຊວງ ການເງິນ, ກະຊວງ ສາ ທາລະນະສຸກ, ກະຊວງ ການຕ່າງປະເທດ ແລະ ກະຊວງ ສືກສາທິການ ແລະ ກິລາ). ໃນນັ້ນ, ໄດ້ກໍານົດເອົາກະຊວງການເງິນ ແລະ ກະຊວງ ສາທາລະນະສຸກ ເປັນກະຊວງທົດລອງກ່ອນ; ເພື່ອເປັນຕົວແບບໃຫ້ກັບກະຊວງອື່ນ ຈັດຕັ້ງໃນປີ 2025. ຊື່ງທ່ານຜູ້ຕາງໜ້າຈາກທະນາຄານໂລກ ທ່ານ A K Kalesh Kumar, ຊ່ຽວຊານອາວຸໂສຈັດຊື້-ຈັດຈ້າງທະນາຄານໂລກ, ຜູ້ຊີ້ນໍາວຽກງານຈັດຊື້-ຈັດຈ້າງທະນາຄານໂລກ ປະເທດກຳປູເຈຍ, ມຽນມາ ແລະ ສປປ ລາວ ໄດ້ກ່າວຈຸດປະສົງ ແລະ ຄວາມໝາຍຄວາມສຳຄັນຂອງການຈັດຊື້້ຕາມກອບຕົກລົງ; ພ້ອມດຽວກັນນັ້ນ, ກົມຄຸ້ມຄອງຊັບສິນແຫ່ງລັດ ໃນນາມເປັນກົມວິຊາການໄດ້ລາຍງານການຈັດຕັ້ງປະຕິບັດຜ່ານມາ ແລະ ໄດ້ນໍາສະເໜີກ່ຽວກັບການຈັດຊື້ຕາມກອບຕົກລົງແມ່ນຫັຍງ, ການຈັດຊື້ຕາມກອບຕົກລົງມີຈັກປະເພດ, ເຫດຜົນສຳລັບການນໍາໃຊ້ ແລະ ເວລາໃດທີ່ເໝາະສົມ ນໍາໃຊ້ການຈັດຊື້ດັ່ງກ່າວ.

Outreach Conference for Management system in Lao PDR
ໃນວັນທີ 06 ມີນາ 2024, ທີ່ໂຮງແຮມງ Landmark Mekong Riverside, ໄດ້ຈັດກອງປະຊຸມເຜີຍແຜ່ກົດໜາຍ ແລະ ລະບຽບຫຼັກການ ກ່ຽວກັບໂອກາດການເຂົ້າເຖິງການປະມູນ ແລະ ລະບົບຄຸ້ມຄອງການຮ້ອງທຸກ ສໍາລັບເອກະຊົນ ຢູ່ ສປປ ລາວ ຮ່ວມກັນລະຫວ່າງ ກະຊວງການເງິນ (MOF), ທະນາຄາພັດທະນາອາຊີ (ADB) ແລະ ທະນາຄານໂລກ (WB) ໂດຍມີຜູ້ເຂົ້າຮ່ວມ ທັງໝົດຈາກບັນດາບໍລິສັດ ຈໍານວນ 130 ທ່ານ. ກອງປະຊຸມດັ່ງກ່າວໂດຍໄດ້ຮັບການປະທານຮ່ວມລະຫວ່າງ ທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ; ທ່ານ ນາງ ໂຊໂນມິ ທານະກະ ອໍານວຍການທະນະຄານພັດທະນາອາຊີ ປະຈໍາ ສປປ ລາວ (ADB) ແລະ ທ່ານ ນາງ ຮີບາ ຕາບູບ ຜູ້ຈັດການການຈັດຊື້-ຈັດຈ້າງໃນພາກພື້ນ ອາຊີຕາເວັນອອກ (WB) ຊື່ງໃນນັ້ນໄດ້ຮັບຟັງການຂື້ນນໍາສະເໜີຈາກຕາງໜ້າພາກສ່ວນທີ່ກ່ຽວຂ້ອງຂອງບັນດາຫົວຂໍ້ທີ່ຕິດພັນກັບວຽກງານຈັດຊື້-ຈັດຈ້າງ ກ່ຽວກັບພາບລວມ ໂອກາດການປະມູນຈັດຊື້-ຈັດຈ້າງພາກລັດ ແລະ ລະບົບແກ້ໄຂການຮ້ອງທຸກ ໃນ ສປປ ລາວ, ພາບລວມການຈັດຕັ້ງປະຕິບັດຈັດຊື້-ຈັດຈ້າງ ແລະ ໂອກາດການປະມູນ ໃນ ສປປ ລາວ ຂອງ ທະນາຄາພັດທະນາອາຊີ (ADB) ແລະ ພາບລວມການຈັດຕັ້ງປະຕິບັດຈັດຊື້-ຈັດຈ້າງ ແລະ ໂອກາດການປະມູນ ໃນ ສປປ ລາວ ຂອງ ທະນາຄານໂລກ (WB) ແລະ ການນໍາໃຊ້ບັນທັດຖານການໃຫ້ຄະແນນ ຄຸນວຸດທິ ແລະ ລາຄາຂອງຜູ້ປະມູນ ສໍາລັບວຽກກໍ່ສ້າງ-ສ້ອມແປງ ແລະ ສິນຄ້າ ໃນການຈັດຊື້-ຈັດຈ້າງ ຂອງ ທະນາຄານໂລກ (WB), ການຈັດຊື້ແບບຍືນຍົງ ແລະ ການນໍາໃຊ້ເງື່ອນໄຂການໃຫ້ຄະແນນໃນການປະມູນຈັດຊື້-ຈັດຈ້າງ ຂອງ ທະນາຄາພັດທະນາອາຊີ (ADB).

ກອງປະຊຸມວິຊາການກ່ຽວກັບວຽກງານຄຸ້ມຄອງ ແລະ ນໍາໃຊ້ເວບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ
ໃນວັນທີ 01 ກຸມພາ 2024, ເວລາ 13:30-16:00 ໂມງທີ່ຫ້ອງປະຊຸມຊັ້ນ G ຂອງຫ້ອງການທະນາຄານໂລກ, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມວິຊາການກ່ຽວກັບວຽກງານຄຸ້ມຄອງ ແລະ ນໍາໃຊ້ເວບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ (http://ppmd.mof.gov.la/) ໃນການທົບທວນຄືນຜົນການຈັດຕົ້ງປະຕິບັດຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອຜັນຂະຫຍາຍວຽກງານດັ່ງກ່າວໃຫ້ກວ້າງຂວາງກວ່າເກົ່າ. ກອງປະຊຸມໄດ້ດໍາເນີນ ແລະ ນໍາພາໂດຍ ພະແນກຄຸ້ມຄອງການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ (ຄຈລ), ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານໂລກ ແລະ ບັນດາກະຊວງທີ່ເປັນຜູ້ນໍາໃຊ້ເວບໄຊດັ່ງກ່າວ.

ກອງປະຊຸມຄະນະໜ່ວຍງານຈັດຕັ້ງປະຕິບັດ ໂຄງການສົ່ງເສີມການບໍລິໂພກ ແລະ ຜະລິດແບບຍືນຍົງ ຢູ່ໃນ 05 ປະເທດ ຂອງອາຊີ
ໃນວັນທີ 06 ກຸມພາ 2024 ທີ່ຫ້ອງປະຊຸມໂຮງແຮມລາວພາຊາ, ກົມແຜນການ ແລະ ການເງິນ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການ GIZ ໄດ້ຈັດກອງປະຊຸມຄະນະໜ່ວຍງານຈັດຕັ້ງປະຕິບັດ ໂຄງການສົ່ງເສີມການບໍລິໂພກ ແລະ ຜະລິດແບບຍືນຍົງ ຢູ່ໃນ 05 ປະເທດ ຂອງອາຊີ ເພື່ອລາຍງານຜົນການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ, ຄວາມຄືບໜ້າຂອງການດໍາເນີນການສືກສາທ່າແຮງຄວາມເປັນໄປໄດ້ຂອງການສ້າງສະຫຼາກສິ່ງແວດລ້ອມ ຂອງ ສປປລາວ ແລະ ປຶກສາຫາລືກ່ຽວກັບແຜນກິດຈະກໍາຂອງໂຄງການໃນປີ 2024 ແລະ ແຜນກິດຈະກໍາໃນຕໍ່ໜ້າ, ຊື່ງກອງປະຊຸມດັ່ງກ່າວໄດ້ປຶກສາຫລື, ແລກປ່ຽນກ່ຽວກັບເອກະສານການປະມູນ ແລະ ສະຫຼາກສີຂຽວ. ມີຜູ້ເຂົ້າຮ່ວມຈາກ ຕາງໜ້າຈາກ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ,ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ຊ່ຽວຊານຈາກປະເທດໄທ, ອົງການ GIZ ລາວ ແລະ ອົງການ GIZ ບາງກອກ ປະເທດໄທ.

Meeting Framework Agreement)
ໃນວັນທີ 23 ມັງກອນ 2024 ທີ່ຫ້ອງປະຊຸມຂອງທະນາຄານໂລກ (ຊັ້ນ G), ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ ແລະ ທິມງານທະນາຄານໂລກ ໄດ້ຈັດກອງປະຊຸມວິຊາການຜ່ານເນື້ອໃນເອກະສານປະມູນການຈັດຊື້ຕາມກອບຕົກລົງ (Framework Agreement), ຊື່ງກອງປະຊຸມດັ່ງກ່າວໄດ້ປຶກສາຫລື, ແລກປ່ຽນກ່ຽວກັບເອກະສານການປະມູນ ແລະ ປະກອບແນວຄວາມຄິດເຫັນໃຫ້ຮ່າງເອກະສານການຈັດຊື້ຕາມກອບຕົກລົງ(Framework Agreement). ມີຜູ້ເຂົ້າຮ່ວມຈາກ ຕາງໜ້າຈາກ ບັນດາ 04 ກະຊວງທົດລອງ, ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທິມງານທະນາຄານໂລກ.

ກອງປະຊຸມຝືກອົບຮົມແນະນໍາການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ບັນດາກົມອ້ອມຂ້າງກະຊວງ, ສູນ, ສະຖາບັນ ທີ່ຂື້ນກັບກະຊວງ ແລະ ຫົວໜ່ວຍການເງິນ ທີ່ຂື້ນກັບສູນກາງ
ໃນວັນທີ 21-22 ທັນວາ 2023 ທີ່ຫ້ອງປະຊຸມຂອງກະຊວງສືກສາທິການ ແລະ ກິລາ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສືກສາທິການ ແລະ ກິລາ ສະບັບເລກທີ 7666/ສສກ, ລົງວັນທີ 5 ທັນວາ 2023 ໄດ້ຈັດກອງປະຊຸມຝືກອົບຮົມແນະນໍາການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ບັນດາກົມອ້ອມຂ້າງກະຊວງ, ສູນ, ສະຖາບັນ ທີ່ຂື້ນກັບກະຊວງ ແລະ ຫົວໜ່ວຍການເງິນ ທີ່ຂື້ນກັບສູນກາງ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັນດານິຕິກຳທີ່ຕິດພັນ; ພ້ອມນັ້ນໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນການສ້າງແຜນຈັດຊື້, ຂະບວນການ, ຂັ້ນຕອນການຈັດຊື້ ແລະ ການນໍາໃຊ້ເອກະສານການປະມູນສະບັບເອກະພາບ ໂດຍການເປັນປະທານຂອງທ່ານ ນາງ ດາຣາ ພຣະກອນຄໍາ ຫົວໜ້າກົມການເງິນ ກະຊວງສືກສາທິການ ແລະ ກິລາ.

ກອງປະຊຸມວິຊາການກ່ຽວກັບການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາຄົງຄ້າງໃນການຈັດຕັ້ງປະຕິບັດກ່ຽວກັບການນໍາໃຊ້ເວບໄຊການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ
ໃນວັນທີ 12 ທັນວາ 2023, ເວລາ 13:30 ໂມງທີ່ຫ້ອງປະຊຸມຊັ້ນ G ຂອງຫ້ອງການທະນາຄານໂລກ, ກົມຄຸ້ມຄອງຊັບສິນ, ກະຊວງການເງິນໄດ້ຈັດກອງປະຊຸມຕິດຕາມຄວາມຄືບໜ້າການນໍາໃຊ້ເວບໄຊຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. ກອງປະຊຸມໄດ້ດໍາເນີນ ແລະ ນໍາພາໂດຍ ພະແນກຄຸ້ມຄອງການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ (ຄຈລ), ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານໂລກ ແລະ ບັນດາກະຊວງທີ່ເປັນຜູ້ນໍາໃຊ້ເວບໄຊດັ່ງກ່າວ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຜົນຂອງກອງປະຊຸມຄັ້ງວັນທີ 11 ສິງຫາ 2023 ແລະ ແລກປ່ຽນຄວາມຄິດເຫັນຕໍ່ກັບບັນຫາຄົງຄ້າງໃນການຈັດຕັ້ງປະຕິບັດນໍາໃຊ້ເວບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ກອງປະຊຸມຝຶກອົບຮົມກ່ຽວກັບປະມູນການຈັດຊື້ຕາມກອບຕົກລົງ (Framework Agreement)
ໃນວັນທີ 06 ກັນຍາ 2023 ທີ່ຫ້ອງປະຊຸມຂອງກະຊວງສາທາລະນະສຸກ (ຊັ້ນ 6), ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທິມງານທະນາຄານໂລກ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບເອກະສານປະມູນການຈັດຊື້ຕາມກອບຕົກລົງ (Framework Agreement), ລະບົບການປະເມີນປະມູນການຈັດຊື້ຕາມກອບຕົກລົງ (Framework Agreement) ແລະ ປຶກສາຫາລື, ແລກປ່ຽນກ່ຽວກັບເອກະສານການປະມູນ ແລະ ທົດລອງຈັດຕັ້ງປະຕິບັດການຈັດຊື້ຕາມກອບຕົກລົງ ໃຫ້ ກະຊວງ ສາທາລະນະສຸກ. ມີຜູ້ເຂົ້າຮ່ວມຈາກ ຕາງໜ້າຈາກ ບັນດາກົມອ້ອມຂ້າງກະຊວງສາທາລະນະສຸກ, ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທິມງານທະນາຄານໂລກ.

ກອງປະຊຸມປຶກສາຫາລືຄວາມເປັນໄປໄດ້ ແລະ ເອກະພາບແຜນເຮັດວຽກໃນການທົດລອງຈັດຕັ້ງປະຕິບັດການຈັດຊື້ຕາມກອບຕົກລົງ (Framework Agreement)
ໃນວັນທີ 04 ກັນຍາ 2023 ທີ່ຫ້ອງປະຊຸມຂອງທະນາຄານໂລກ (ຊັ້ນ G) ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທິມງານທະນາຄານໂລກ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຮັບຮອງເອກະສານປະມູນການຈັດຊື້ຕາມກອບຕົກລົງ (Framework Agreement) ແລະ ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ ແລະ ເອກະພາບເອກະພາບກ່ຽວກັບແຜນການເຮັດວຽກໃນການກຽມເອກະສານການປະມູນ ແລະ ທົດລອງຈັດຕັ້ງປະຕິບັດການຈັດຊື້ຕາມກອບຕົກລົງ ໃຫ້ 04 ກະຊວງທົດລອງຄື: ກະຊວງການເງິນ, ກະຊວງ ສືກສາທິການ ແລະ ກິລາ, ກະຊວງ ການຕ່າງປະເທດ ແລະ ກະຊວງ ສາທາລະນະສຸກ. ມີຜູ້ເຂົ້າຮ່ວມຈາກ ຕາງໜ້າຈາກ ກະຊວງທົດລອງ, ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທິມງານທະນາຄານໂລກ.

ກອງປະຊຸມຝຶກອົບຮົມເພື່ອເປັນຄູຝຶກກ່ຽວກັບກົນໄກການແກ້ໄຂການຮ້ອງທຸກກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ໃນວັນທີ 05 ກັນຍາ 2023 ທີ່ຫ້ອງປະຊຸມຂອງທະນາຄານໂລກ (ຊັ້ນ G), ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທິມງານທະນາຄານໂລກ ໄດ້ຈັດກອງປະຊຸມຝຶກອົບຮົມເພຶ່ອເປັນຄູຝຶກກ່ຽວກັບກົນໄກການຮ້ອງທຸກກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ຄະນະສະເພາະກິດຕາມຂໍ້ຕົກລົງ ສະບັບເລກທີ 2564/ກງ, ລົງວັນທີ 25 ມິຖຸນາ 2023 ແລະ ທິມງານຊ່ຽວຊານຈາກທະນາຄານໂລກເປັນຜູ້ຝຶກໃນຄັ້ງນີ້, ກອງປະຊຸມໄດ້ລາຍງານ ແລະ ໄດ້ຍົກຕົວຢ່າງໃນຈັດຕັ້ງປະຕິບັດກົນໄກການຮ້ອງທຸກທີ່ເກີນຜ່ານມາ.

Training Procurement
ໃນວັນທີ 25 ສິງຫາ 2023 ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫັວດດີການສັງຄົມ ແຂວງ ສະຫັວນນະເຂດ, ໄດ້ຈັດກອງກອງປະຊຸມຝຶກອົບຮົມກ່ຽວກັບວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊີ່ງມີບັນດາພະນັກງານເຂົ້າຮ່ວມຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພະແນກແຮງງານ 4 ແຂວງ ຄຳມ່ວນສະຫວັນ ຈໍາປາສັກ ແລະ ສາລະວັນ ໂດຍ ການເປັນປະທານຂອງ ທ່ານ ລີປາວ ຢ່າງ ຄະນະປະຈໍາກະຊວງ, ຮອງລັດລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຫ້ອງການດຳເນີນກອງປະຊຸມກອງປະຊຸມ ແລະ ໄດ້ແລກປ່ຽນບົດຮຽນຢ່າງກົງໄປ ກົງມາ ຢ່າງຝົດເຟື້ອນ.

Technical Assistance (TA) Strengthening Public Procurement and Financial Management in Lao PDR
On August 21, 2023, at the meeting room of the Department of State Property Management (floor 03), a discussion meeting was held on Technical Assistance (TA) Strengthening Public Procurement and Financial Management in Lao PDR. Under the chairmanship of Mr. Thonglith kingkeoodom, Deputy Director of the State Property Management Department of the Ministry of Finance, the discussion was canceled, such as the dissemination of work on procurement and employment of state capital, improvement of instructions, documents, manuals for procurement and employment with state capital, implementation budget and others.

Technical meeting on monitoring the progress of the implementation and to solve outstanding problems in the implementation of the use of the procurement-hiring website with state funds
On August 11, 2023 at the meeting room of the World Bank (G floor), representatives of the State Assets Management Department of the Ministry of Finance and the World Bank team held a technical meeting with representatives from the central ministries (as approved users of the state-funded procurement-hiring website) on monitoring the progress of the implementation and to solve outstanding problems in the implementation of the use of the state-funded procurement-hiring website. The meeting reported and reviewed the implementation results according to the minutes of the March 2023 meeting, such as issuing an agreement on the appointment of a responsible committee within the ministry to manage and use the procurement-hiring website with state funds. To date, there are 1 ministry (successful), 5 ministries (waiting for approval) and the remaining 9 ministries are reporting according to regulations; For uploading the notice of invitation to bid on the website, there are 67 notices (including those of the Ministry of Public Works and Transport covering the number of 37 notices) and also completed the correction of the procurement announcement by moving the procurement method to the front of the procurement model according to the procedure.

A meeting to discuss the legal effects of Protocol No. 02 to improve the ASEAN-Australia-New Zealand Free Trade Agreement
ໃນວັນທີ 11 ສິງຫາ 2023 ທີ່ຫ້ອງປະຊຸມ ໂຮງແຮມຄາວພາຊາ, ໄດ້ຈັດກອງປະຊຸມປຶກສາຫາລືຜົນກະທົບທາງດ້ານກົດໜາຍ ຕໍ່ອານຸສັນຍາສະບັບທີ 02 ເພື່ອປັບປຸງສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ. ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຊື່ງການປຶກສາຫາລືໄດ້ລົງເລີກ ເຊັ່ນ: ການກະກຽມລົງນາມອະນຸສັນຍາສະບັບທີື່ 2 ເພືື່ອປັບປຸງສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ, ປະເມີນຜົນປະໂຫຍດ, ຜົນກະທົບທາງ ດ້ານການເມືອງ, ຄວາມໝັື້ນຄົງ, ເສດຖະກິດ-ສັງຄົມ ແລະ ຜົນກະທົບອືື່ນໆຂອງສັນຍາ, ແຜນວຽກເພືື່ອຈັດຕັ້ງປະຕິບັດສັນຍາອະນຸສັນຍາສະບັບທີ 2 ເພືື່ອປັບປຸງສັນຍາການນິວຊີແລນ-ອົດສະຕາລີ-ຄ້າເສລີອາຊຽນ ກອງປະຊຸມດັ່ງກ່າວແມ່ນໄດ້ປຶກສາຫາລືຢ່າງກົງໄປກົງມາ ແລະ ສໍາເລັດລົງໃນວັນດຽວກັນ.

Training public procurement
On August 8, 2023, at the meeting room of the State Assets Management Department (floor 3), the State Assets Management Department of the Ministry of Finance organized a training session on procurement-hiring with state capital for the employees of the State Assets Management Department and the price. Buy-hire with state capital and price by canceling procedures, creating plans, evaluations and how to use uniform tender documents.

Training procurement
ໃນວັນທີ 07 ສິງຫາ 2023 ທີ່ຫ້ອງປະຊຸມຊັ້ນສອງ (ຕຶກຫ້ອງການ) ທີ່ ອົງການປະກກັນສັງຄົມແຫ່ງຊາດ ນະຄອນຫຼວງວຽງຈັນ, ໄດ້ຈັດກອງກອງປະຊຸມຝຶກອົບຮົມກ່ຽວກັບວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊີ່ງມີບັນດາພະນັກງານໃນອົງການປະກັນສັງຄົມແຫ່ງຊາດ ເຂົ້າຮ່ວມ ເຊິ່ງກອງປະຊຸມດັ່ງກ່າວແມ່ນດໍາເນີນໃນເວລາ ໜື່ງວັນເຕັມ ແລະ ໄດ້ແລກປ່ຽນບົດຮຽນຢ່າງກົງໄປ ກົງມາ ຢ່າງຝົດເຟື້ອນ.

Proposed Technical Assistance (TA) Strengthening Capacity on Public Procurement and Financial Management in the Lao PDR
ໃນວັນທີ 24 ກໍລະກົດ 2023 ທີ່ຫ້ອງປະຊຸມກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງ ການເງິນ, ໄດ້ຈັດກອງປະຊຸມການນໍາສະເໜີຄວາມຊ່ວຍເຫຼືອທາງດ້ານເຕັກນິກ (TA) ການປະເມີນຄວາມສາມາດໃນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ການບໍລິຫານການເງິນໃນ ສປປລາວ. ໂດຍການເປັນປະທານ ທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ຊື່ງມີບັນດາຜູ້ເຂົ້າຮ່ວມເປັນຕົ້ນ: ກົມຄຸ້ມຄອງຊັບສິນແຫ່ງລັດ, ອົງການກວດສອບແຫ່ງລັດ ແລະ ທະນາຄານພັດທະນາອາຊີ.

ເຂົ້າຮ່ວມກອງປະຊຸມປຶກສາຫາລືການກະກຽມການປະມູນ ແລະ ກວດກາວຽກໂຄງການສ້ອມແປງຫຼັງອາຄານຮຽນ 03 ຊັ້ນ
ໃນວັນທີ 13 ກໍລະກົດ 2023 ທີ່ຫ້ອງປະຊຸມຊັ້ນສອງ (ຕຶກຫ້ອງການ) ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມປະມູນ ແລະ ກວດກາວຽກໂຄງການສ້ອມແປງຫຼັງຄາອາຄານຮຽນ 03 ຊັ້ນ. ຫໍພັກຍິງ-ຊາຍ ຕຶກ H, ຕຶກສູນຂໍ້ມູນຂ່າວສານ ແລະ ສະໂມສອນໃຫ່ຍ ຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊີ່ງມີບັນດາຄະນະກໍາມະການປະມູນໃນຂໍ້ຕົກລົງຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງ ການເງິນ.

ກອງປະຊຸມຝຶກອົບຮົມກ່ຽວກັບການນໍາໃຊ້ເອກສານການວ່າຈ້າງທີ່ປຶກສາສໍາລັບການນໍາໃຊ້ງົບປະມານແຫ່ງລັດ
ໃນວັນທີ 20 ມິຖຸນາ 2023 ທີ່ຫ້ອງປະຊຸມກົມຄຸ້ມຄອງຊັບແຫ່ງລັດ (ຊັ້ນ 3), ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມ ຝຶກອົບຮົມກ່ຽວກັບການນໍາໃຊ້ເອກສານການວ່າຈ້າງທີ່ປຶກສາສໍາລັບການນໍາໃຊ້ງົບປະມານແຫ່ງລັດ ໃຫ້ພະນັກງານພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ແລະ ບັນດາພະແນກພາຍໃນກົມຄຸ້ມຄອງຊັບສິນແຫ່ງລັດ ການຝຶກອົບຮົມດັ່ງກ່າວແມ່ນເພື່ອຍົກລະດັບໃຫ້ພະນັກງານປະກອບເຂົ້າໃນການນໍາໃຊ້ເອກສານການວ່າຈ້າງທີ່ປຶກສາສໍາລັບການນໍາໃຊ້ງົບປະມານແຫ່ງລັດ, ສາມາດຈັດຕັ້ງປະຕິບັດໃນອານາຄົດ ຊື່ງນໍາສະເໜີໂດຍ ທ່ານ ຄໍາເພັດ ຈັນວົງນະລາດ ຊ່ຽວຊານອາວຸໂສດ້ານການຈັດຊື້-ຈັດຈ້າງ ຂອງທະນາຄານໂລກແມ່ນຊ່ຽວຊານຂອງທະນາຄານໂລກ ໂດຍການລົງເລີກຂັ້ນຕອນ ແລະ ວິທີການຮູບແບບການຈັດຈ້າງທີ່ປຶກສາ ດັ່ງນີ້: ການຈັດຈ້າງຄຸນນະພາບ ແລະ ລາຄາ (QCBS), ການຈັດຈ້າງສະເພາະຄຸນນະພາບ (QBS), ການຈັດຈ້າງຕາມງົບປະມານຕົວຈິງ (FBS), ການຈັດຈ້າງຕາມມູນຄ່າຕໍ່າ (LCS), ການຈັດຈ້າງຕາມຄຸນວຸດທິ (CQS) ແລະ ການຈັດຈ້າງແຫຼ່ງດຽວ (SSS).

ກອງປະຊຸມຝຶກອົບຮົມກ່ຽວກັບການນໍາໃຊ້ເອກສານການວ່າຈ້າງທີ່ປຶກສາສໍາລັບການນໍາໃຊ້ງົບປະມານແຫ່ງລັດ
ໃນວັນທີ 28 ມິຖຸນາ 2023 ທີ່ຫ້ອງປະຊຸມກົມຄຸ້ມຄອງຊັບແຫ່ງລັດ (ຊັ້ນ 3), ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມ ຝຶກອົບຮົມກ່ຽວກັບການນໍາໃຊ້ເອກສານການວ່າຈ້າງທີ່ປຶກສາສໍາລັບການນໍາໃຊ້ງົບປະມານແຫ່ງລັດ ໃຫ້ພະນັກງານພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ແລະ ບັນດາພະແນກພາຍໃນກົມຄຸ້ມຄອງຊັບສິນແຫ່ງລັດ ການຝຶກອົບຮົມດັ່ງກ່າວແມ່ນເພື່ອຍົກລະດັບໃຫ້ພະນັກງານປະກອບເຂົ້າໃນການນໍາໃຊ້ເອກສານການວ່າຈ້າງທີ່ປຶກສາສໍາລັບການນໍາໃຊ້ງົບປະມານແຫ່ງລັດ, ສາມາດຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະຂອງຕົນ ຊື່ງນໍາສະເໜີໂດຍ ທ່ານ ຄໍາເພັດ ຈັນວົງນະລາດ ຊ່ຽວຊານອາວຸໂສ ດ້ານການຈັດຊື້-ຈັດຈ້າງ ຂອງທະນາຄານໂລກ ໂດຍການລົງເລີກຂັ້ນຕອນ ແລະ ວິທີການຮູບແບບການຈັດຈ້າງທີ່ປຶກສາ ດັ່ງນີ້: TOR, Cost Estimate (Budget), Advertising, Short List of Consultants, Request for Proposal (RFP), Letter of Invitation (LOI), Instructions to Consultants, Data Sheet (ITC), Receipt of Opening of Proposals, Evaluation, Negotiations and Award of Contract, Publication of Award of Contract.

ກອງປະຊຸມການປະເມີນຄວາມພ້ອມຂອງການຈັດຊື້-ຈັດຈ້າງແບບອີເລັກໂຕຼນິກ (E-Government Procurement)
ໃນວັນທີ 25 ພຶດສະພາ 2023 ທີ່ຫ້ອງປະຊຸມຊັ້ນ G ຂອງທະນາຄານໂລກ (WB) ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມການປະເມີນຄວາມພ້ອມໃນການຫັນເປັນທັນສະໄໝ ວຽກງານຈັດຊື້-ຈັດຈ້າງ ຜ່ານທາງເອເລັດໂທນິກ (E-Government Procurement) ເພື່ອສາມາດຈັດຕັ້ງປະຕິບັດໃນອານາຄົດໄດ້ ຊື່ງແມ່ນຊ່ຽວຊານຕ່າງປະເທດຂອງທະນາຄານໂລກ ເປັນຜູ້ນໍາສະເໜີ, ຊື່ງເປົ້າໜາຍເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ແມ່ນຕາງໜ້າຈາກບັນດາກະຊວງອ້ອມຂ້າງສູນກາງເຂົ້າຮ່ວມ.

ກອງປະຊຸມການປະເມີນຄວາມພ້ອມຂອງການຈັດຊື້-ຈັດຈ້າງຂອງລັດແບບເອເລັກໂຕຣນິກ ທີ່ ແຂວງ ຈໍາປາສັກ
ໃນວັນທີ 24 ພຶດສະພາ 2023 ທີ່ພະແນກການເງິນ ແຂວງ ຈໍາປາສັກ ໄດ້ຈັດກອງປະຊຸມເພື່ອປະເມີນຄວາມພ້ອມ ແລະ ລົງເກັບກໍາຂໍ້ມູນກ່ຽວກັບວຽກງານການຈະຫັນວຽກຈັດຊື້-ຈັດຈ້າງດ້ວຍທືນຂອງລັດເປັນທັນສະໃໝ ແບບເອເລັກໂຕນິກ (E-GP) ຊື່ງມີຕາງຫນ້າ 5 ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ 1 ເມືອງເທດສະບານ ເຂົ້າຮ່ວມ ເພື່ອປະກອບເຂົ້າໃນວຽກງານການສ້າງການຈັດຊື້-ຈັດຈ້າງແບບອີເລັກໂຕຼນິກ ສາມາດຈັດຕັ້ງປະຕິບັດໃນອານາຄົດ ຊື່ງແມ່ນຊ່ຽວຊານຕ່າງປະເທດຂອງທະນາຄານໂລກ ນໍາສະເໜີ. ໂດຍການເປັນປະທານ ຂອງທ່ານ ປອ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກການເງິນ ແຂວງ ຈໍາປາສັກ.

ກອງປະຊຸມການປະເມີນຄວາມພ້ອມຂອງການຈັດຊື້-ຈັດຈ້າງຂອງລັດແບບເອເລັກໂຕຣນິກ ທີ່ ແຂວງ ຫຼວງພະບາງ
ໃນວັນທີ 22 ພຶດສະພາ 2023 ທີ່ພະແນກການເງິນ ແຂວງ ຫລວງພະບາງ ໄດ້ຈັດກອງປະຊຸມເພື່ອປະເມີນຄວາມພ້ອມ ແລະ ລົງເກັບກໍາຂໍ້ມູນກ່ຽວກັບວຽກງານການຈະຫັນວຽກຈັດຊື້-ຈັດຈ້າງດ້ວຍທືນຂອງລັດເປັນທັນສະໃໝ ແບບເອເລັກໂຕນິກ (E-GP) ຊື່ງມີຕາງຫນ້າ 5 ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ 1 ເມືອງເທດສະບານ ເຂົ້າຮ່ວມ ເພື່ອປະກອບເຂົ້າໃນວຽກງານການສ້າງການຈັດຊື້-ຈັດຈ້າງແບບອີເລັກໂຕຼນິກ ສາມາດຈັດຕັ້ງປະຕິບັດໃນອານາຄົດ ຊື່ງແມ່ນຊ່ຽວຊານຕ່າງປະເທດຂອງທະນາຄານໂລກ ນໍາສະເໜີ. ໂດຍການເປັນປະທານ ຂອງທ່ານ ຄໍາເພັດ ສີລາທອງນິດ ຮອງຫົວໜ້າພະແນກການເງິນ ແຂວງ ຫລວງພະບາງ.

ກອງປະຊຸມການປະເມີນຄວາມພ້ອມຂອງການຈັດຊື້-ຈັດຈ້າງຂອງລັດແບບເອເລັກໂຕຣນິກ
ໃນວັນທີ 16 ພຶດສະພາ 2023 ທີ່ຫ້ອງປະຊຸມຂອງຫ້ອງການທະນາຄານໂລກ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມການປະເມີນຄວາມພ້ອມໃນການຫັນເປັນທັນສະໄໝ ວຽກງານຈັດຊື້-ຈັດຈ້າງ ຜ່ານທາງເອເລັດໂທນິກ ເພື່ອສາມາດຈັດຕັ້ງປະຕິບັດໃນອານາຄົດ ຊື່ງແມ່ນຊ່ຽວຊານຕ່າງປະເທດຂອງທະນາຄານໂລກ ນໍາສະເໜີ. ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ທອງລິດ ກິ່ງແກ້ວອຸດົມ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ທ່ານ ນາງ ເອເລນ້າ ຈໍຈີວາ ແອນໂດນົບສກາ (Elena Georgieva-Andonovska), ຊ່ຽວຊານອາວຸໂສ ດ້ານການຄຸ້ມຄອງພາກລັດ ແລະ ເປັນຫົວໜ້າແຜນງານປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ຊື່ງມີບັນດາກົມອ້ອມຂ້າງກະຊວງການເງິນເຂົ້າຮ່ວມເປັນຕົ້ນ: ກົມຄຸ້ມຄອງຊັບສິນແຫ່ງລັດ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ຫ້ອງການກະຊວງ, ຄັ້ງເງິນແຫ່ງຊາດ, ກົມນະໂຍບາຍການເງິນ, ຜູ້ຕ່າງໜ້າຈາກທະນາຄານໂລກ ແລະ ໂຄງການປະສານງານ (PIU).

Study trip in Japan
ໃນວັນທີ 27-28 ເມສາ 2023 ຄະນະຈັດຊື້-ຈັດຈ້າງສີຂຽວພາກລັດ ສປປ ລາວ ທັດສະນະສຶກສາກ່ຽວກັບການຈັດຊື້ - ຈັດຈ້າງສີຂຽວພາກລັດ ແລະ ສະຫຼາກສິ່ງແວດລ້ອມ ທີ່ IMPERIAL HOTEL TOKYO ແລະ ບໍລິສັດ Canon ປະເທດຍີປຸ່ນ, ໂດຍການສະໜັບສະໜູນ ຈາກລັດຖະບານອົດສະຕາລີ ຜ່ານທະນາຄານໂລກ ແລະ ໂຄງການ GIZ.

Study trip Yokohama and ASKUL Corpration in Japan
ໃນວັນທີ 26 ເມສາ 2023 ຄະນະຈັດຊື້-ຈັດຈ້າງສີຂຽວພາກລັດ ສປປ ລາວ ທັດສະນະສຶກສາກ່ຽວກັບການຈັດຊື້ - ຈັດຈ້າງສີຂຽວພາກລັດ ແລະ ສະຫຼາກສິ່ງແວດລ້ອມ ທີ່ ເມືອງ Yokohama ແລະ ບໍລິສັດ ASKUL Corpration ປະເທດຍີປຸ່ນ, ໂດຍການສະໜັບສະໜູນ ຈາກລັດຖະບານອົດສະຕາລີ ຜ່ານທະນາຄານໂລກ ແລະ ໂຄງການ GIZ.

Study trip in Japan
ໃນວັນທີ 24-29 ເມສາ 2023 ຄະນະທັດສະນະສຶກສາກ່ຽວກັບການຈັດຊື້ - ຈັດຈ້າງສີຂຽວພາກລັດ ແລະ ສະຫຼາກສິ່ງແວດລ້ອມ ຄະນະຈັດຊື້-ຈັດຈ້າງສີຂຽວພາກລັດ ສປປ ລາວ ທີ່ປະເທດຍີປຸ່ນ, ໂດຍການສະໜັບສະໜູນ ຈາກລັດຖະບານອົດສະຕາລີ ຜ່ານທະນາຄານໂລກ ແລະ ໂຄງການ GIZ

Training Green Public Procurement
ເຂົ້າຮ່ວມກອງປະຊຸມຄະນະຊີ້ນໍາລວມ ແລະ ຄະນະວິຊາການດ້ານເນື້ອໃນກ່ຽວກັບວຽກງານຈັດຊື້-ຈັດຈ້າງສີຂຽວພາກລັດ ໃນລະຫວ່າງ ວັນທີ 6-8 ເມສາ 2023 ທີ່ ເມືອງ ວັງວຽງ ແຂວງ ວຽງຈັນ

Training Procurement
ໃນວັນທີ 04 ເມສາ 2023 ທີ່ ສໍານັກງານໃຫ່ຍ ບໍລິສັດໄປສະນີ ຈໍາກັດ ຫ້ອງປະຊຸມ ຊັ້ນ 4 ຫ້ອງ 209 ບ້ານຊຽງຍືນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ພະນັກງານເພື່ອຍົກລະດັບຄວາມຮູ້ ດ້ານວຽກງານຈັດຊື້-ຈັດຈ້າງດວ້ຍທຶນຂອງລັດ ເພື່ອໜູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງຕາມລະບຽບການ.

Training Procurement
ໃນວັນທີ 29 ມີນາ 2023 ທີ່ຫ້ອງປະຊຸມ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ຈັດກອງປະຊຸມກອງປະຊຸມເຜີຍແຜ່ນິຕິກຳວຽກງານຈັດຊື້-ຈັດຈ້າງ ແລະ ວຽກງານນໍາໃຊ້ຊັບສິນຂອງລັດ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ.

Training website Procurement
ໃນວັນທີ 30 ມີນາ 2023 ທີ່ຫ້ອງປະຊຸມຂອງທະນາຄານໂລກ ນະຄອນຫຼວງວຽງຈັນ, ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ຮ່ວມກັບທະນາຄານໂລກ, ໄດ້ຈັດກອງປະຊຸມວິຊາການກັບການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາຄົງຄ້າງ ໃນການນໍາໃຊ້ກ່ຽວກັບການນໍາໃຊ້ເວບໄຊ ການຈັດຊື້-ຈັດຈ້າງດ້ວຍທືນຂອງລັດ ເຊີ່ງມີບັນດາຜູ້ເຂົ້າຮ່ວມຈາກອົງການ/ກະຊວງ ອ້ອມຂ້າງສູນກາງ ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ.

Training ad-hoc committee
ໃນວັນທີ 16 ມີນາ 2023 ທີ່ຫ້ອງປະຊຸມຂອງທະນາຄານໂລກ (WB) ນະຄອນຫຼວງວຽງຈັນ, ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ຄະນະສະເພາະກິດເພື່ອແກ້ໄຂການຮ້ອງທຸກກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

Training procurement
ປະຊຸມວິຊາການກ່ຽວກັບການຕິດຕາມການນໍາໃຊ້ເວບໄຊການຈັດຊື້-ຈັດຈ້າງ

ກອງປະຊຸມຝຶກອົບຮົມເຜີຍແຜ່ຂໍ້ຕົກລົງວ້າດ້ວຍກໍານົດໜາຍໃຊ້ຈ່າຍງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ ເລກທີ /ກງ ແລະ ຂັ້ນຕອນການຈັດຊື້-ຈັດຈ້າງດວ້ຍທຶນຂອງລັດ
Training procurement at Mocro, Small and Medium Enterprise Promotion Agency

ື້Meeting Procurement in Vangvieng district
ື້Meeting Procurement in Vangvieng district


Update statues of procurement activities
Update statues of procurement activities



Training on the use of PPD documents in Luang Prabang Province
blog.24-content

Training Public Monitor procurement.
ຝຶກອົບຮົມການນໍາໃຊ້ເອກະສານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

Training procurement
ໃນວັນທີ 19 ພຶດສະພາ 2022 ທີ່ຫ້ອງປະຊຸມຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມການຝຶກອົບຮົມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໂດຍວິທະຍາທະຍາກອນຈາກ ພະແນກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງ ການເງິນ.

ຝຶກອົບຮົມການນໍາໃຊ້ເວບໄຊ໌ການຈັດຊື້-ຈັດຈ້າງ ໃຫ້ບັນດາກະຊວງ
ໃນວັນທີ 31 ພຶດສະພາ 2022 ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ເປີດຝຶກອົບຮົມການນໍາໃຊ້ເວບໄຊ໌ ຈັດຊື້-ຈັດຈ້າງ ໃຫ້ບັນດາກະຊວງ ໂດຍການເຂົ້າຮ່ວມນໍາພາຝຶກອົບຮົມຂອງທ່ານ ພີມພາ ພົມມະວົງ ຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ, ມີຕາງໜ້າບໍລິສັດທີ່ພັດທະນາເວບໄຊ໌ ແລະ ບັນດາຜູ້ທີ່ເຮັດວຽກຕົວຈິງ ໃນວຽກງານຈັດຊື້-ຈັດຈ້າງ ຈາກຫ້ອງການກະຊວງການເງິນ ແລະ ບັນດາກະຊວງ ເຂົ້າຮ່ວມ. ເຊິ່ງຊຸດຝຶກອົບຮົມດັ່ງກ່າວແມ່ນພາຍໃຕ້ການສະໜັບສະໜູນຈາກແຜນງານຂອງທະນາຄານໂລກ ໃນການຊຸກຍູ້ການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ໂດຍການໃຫ້ທຶນຈາກ ສະຫະພາບເອີຣົບ.

ຝຶກອົບຮົມກ່ຽວກັບການຈັດຕັ້ງປະຕິບັດເອກະສານຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ
ໃນວັນ 30 ພຶດສະພາ 2022 ທີ່ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການຈັດຕັ້ງປະຕິບັດເອກະສານຈັດຊື້–ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ມີຄະນະພະແນກ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ຂອງບັນດາກົມອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.

ກອງປະຊຸມປຶກສາຫາລືເພື່ອເອົາຂໍ້ມູນໃສ່ການພັດທະນາລະບົບປະມີນຂອງການຈັດຊື້ຕາມຂອບຕົກລົງ
ໃນວັນທີ 25 ພຶດສະພາ 2022 ນີ້, ທີ່ກະຊວງການເງິນ, ໄດ້ຈັດກອງປະຊຸມປຶກສາຫາລືເອົາຂໍ້ມູນໃສ່ການພັດທະນາລະບົບປະເມີນຜົນຂອງການຈັດຊື້ຕາມຂອບຕົກລົງ (Framework Agreement), ໂດຍການຮ່ວມຂອງທ່ານ ປີເຕີ້ ເທຣບເຕ້ (Peter Trepte) ຊ່ຽວຊານສາກົນຈັດຊື້-ຈັດຈ້າງຈາກທະນາຄານໂລກ, ມີຄະນະຮັບຜິດຊອບວຽກງານດັ່ງກ່າວຈາກກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາເຂົ້າຮ່ວມ.

ຝຶກອົບຮົມກ່ຽວກັບ ກົນໄກແກ້ໄຂການຮ້ອງທຸກ
ອີງຕາມກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ2017; ອີງຕາມ ແຜນງານຂອງໂຄງການ ປະຕິບັດຮູບການເງິນ ພາກລັດທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກອົງການ EU ແມ່ນທະນາຄານໂລກ ໃນການສະໜັບສະໜູນ ແຜນງານ ການປະຕິຮູບລະບົບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ; ອີງຕາມຂໍ້ຕົກລົງ ຂອງທ່ານ ລັດຖະມົນຕິກະຊວງການເງິນ ເລກທີິ 1435/ກງ, ລົງວັນທີ 24 ພຶດສະພາ 2022 ວ່າດ້ວຍ ການອະນຸມັດ ໃຫ້ຈັດການຝຶກອົບຮົມ ການແກ້ໄຂ້ການຮ້ອງທຸກກ່ຽວກັບການຈັດຊື້-ຈັດຈ້າງ.

ຝຶກອົບຮົມການນໍາໃຊ້ເອກະສານມາດຖານການປະມູນ ຢູ່ແຂວງຫຼວງນໍ້າທາ
ວັນທີ 25 ເມສາ 2022 ທີ່ຜ່ານມາ ທີ່ພະແນກການເງີນແຂວງຫຼວງນໍ້າທາ ກົມຄຸ້ມຄອງຊັບສີນແຫ່ງລັດກະຊວງການເງີນ ຈັດຊຸດຝຶກອົບຮົມການນໍາໃຊ້ເອກະສານ ມາດຖານການປະມູນ ສະບັບເອກະສານພາບ, ບົດປະເມີນສະບັບເອກະສານພາບ ແລະ ຄູ່ມືການຈັດຊື້-ຈັດຈ້າງດ້ວຍທືນຂອງລັດ, ໂດຍການເປັນປະທານຂອງທ່ານ ບຸນມີ ໄຊຍະສານ ຮອງຫົວໜ້າພະແນກການເງິນແຂວງ, ມີທ່ານ ພີມພາ ພົມມະວົງ


Disseminate laws and guidelines for the implementation of laws on state-funded procurement
On 1 February 2021, at the Clawprasa Hotel, Vientiane, a meeting was held to disseminate the Law on Public Procurement and Procurement No. 30 / NA, dated 02 November 2017 and the Procurement and Procurement Guidelines of the European Union (WB), dated 13 February 2019.

Provide comments on the draft of the public procurement document with the uniformed state capital
On April 8, 2021, at the meeting room of Lao Thew Hotel, Vientiane, the Department of State Property Management, Ministry of Finance, held a technical meeting to comment on the draft of the Procurement of Public Funding, which was supported by the European Union Financial Management Improvement Project through the European Union.