ppmd_samd@mof.gov.la 021 263-252

ກອງປະຊຸມປຶກສາຫາລືເພື່ອເອົາຂໍ້ມູນໃສ່ການພັດທະນາລະບົບປະມີນຂອງການຈັດຊື້ຕາມຂອບຕົກລົງ

1 ປີຜ່ານມາ

    ໃນວັນທີ 25 ພຶດສະພາ 2022 ນີ້, ທີ່ກະຊວງການເງິນ, ໄດ້ຈັດກອງປະຊຸມປຶກສາຫາລືເອົາຂໍ້ມູນໃສ່ການພັດທະນາລະບົບປະເມີນຜົນຂອງການຈັດຊື້ຕາມຂອບຕົກລົງ (Framework Agreement), ໂດຍການຮ່ວມຂອງທ່ານ ປີເຕີ້ ເທຣບເຕ້ (Peter Trepte) ຊ່ຽວຊານສາກົນຈັດຊື້-ຈັດຈ້າງຈາກທະນາຄານໂລກ, ມີຄະນະຮັບຜິດຊອບວຽກງານດັ່ງກ່າວຈາກກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາເຂົ້າຮ່ວມ.



    ການຈັດຊື້ຕາມຂອບຕົກລົງ (Framework Agreement) ແມ່ນໜຶ່ງວິທີການຈັດຊື້ສິນຄ້າ ຫຼື ບໍລິການທີ່ມີປະສິດທິພາບ ແລະ ສ້າງການປະຍັດງົບປະມານໃຫ້ກັບພາກລັດ. ດັ່ງນັ້ນ, ພາຍໃຕ້ການສະໜັບສະໜູນຂອງໂຄງການທະນາຄານໂລກໃນວຽກງານການປັບປຸງການຄຸ້ມຄອງການເງິນແຫ່ງລັດ ດ້ວຍທຶນຊ່ວຍເຫຼືອຂອງສະຫະພາບເອີຣົບ, ກະຊວງການເງິນຮ່ວມກັບຊ່ຽວຊານທະນາຄານໂລກ, ຈຶ່ງໄດ້ຈັດກອງປະຊຸມກັບບັນດາກະຊວງທີ່ຖືກເລືອກເຂົ້າໃນການທົດລອງຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງໃນຮູບແບບ FA ກໍຄືກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ, ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຈັດຊື້-ຈັດຈ້າງ ໃຫ້ມີຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.<br>ພ້ອມດຽວກັນນີ້, ໃນກອງປະຊຸມຍັງໄດ້ແລກປ່ຽນຫົວຂໍ້, ວິທີການ ແລະ ຂໍ້ກໍານົດເງື່ອນໄຂການຈັດຊື້-ຈັດຈ້າງທີ່ຜ່ານມາຂອງແຕ່ລະກະຊວງເພື່ອເປັນຂໍ້ມູນໃນການວິເຄາະ ແລະ ກຳນົດເງື່ອນໄຂໃນການສ້າງການຈັດຊື້-ຈັດຈ້າງໃນຂອບຕົກລົງຕາມຄວາມຕ້ອງການຂອງແຕ່ລະກະຊວງ. ນອກຈາກນັ້ນ, ຍັງເປັນການປະກອບຂໍ້ມູນເຂົ້າໃສ່ການພັດທະນາລະບົບການປະເມີນໃຫ້ຜູ້ຈັດຊື້-ຈັດຈ້າງມີຄວາມສະດວກງ່າຍດາຍຂຶ້ນໃນການເລືອກເອົາຜູ້ສະໜອງທີ່ມີເງື່ອນໄຂ ດີທີ່ສຸດ, ແລກປ່ຽນຄໍາຄິດຄໍາເຫັນ, ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈກ່ຽວກັບການຈັດຊື້-ຈັດຈ້າງແບບ FA ຫຼາຍຂຶ້ນເພື່ອໃຫ້ສາມາດກຳນົດຫົວຂໍ້ ແລະ ເງື່ອນໄຂການຈັດຊື້-ຈັດຈ້າງໃນຂອບຕົກລົງ ແລະ ກ້າວເຂົ້າສູ່ການທົດລອງຕົວຈິງໃນໄວໆນີ້.



ວັນທີອອກຂ່າວ: 26-05-2022