ppmd_samd@mof.gov.la 021 263-252

ກອງປະຊຸມຝຶກອົບຮົມກ່ຽວກັບການໃຫ້ຄະແນນກ່ຽວກັບວຽກຈັດຊື້-ຈັດຈ້າງ

2 ເດືອນຜ່ານມາ

    ໃນວັນທີ 19 ກໍລະກົດ 2024 ທີ່ຫ້ອງປະຊຸມທະນາຄານໂລກ (ຊັ້ນ G); ທະນາຄານໂລກໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການໃຫ້ຄະແນນກ່ຽວກັບວຽກຈັດຊື້-ຈັດຈ້າງ ຄື: ການຈັດຊື້-ຈັດຈ້າງ ກໍ່ສ້າງ ແລະ/ຫຼື ການສ້ອມແປງ ແລະ ການຈັດຊື້-ຈັດຈ້າງ ສະໜອງສິນຄ້າ ແລະ/ຫຼື ການບໍລິຫານວຽກງານ ຊຶ່ງມີຜູ້ຕາງໜ້າຈາກກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ບັນດາກະຊວງ ອ້ອມຂ້າງສູນກາງ ແລະ ວິສາຫະກິດ ທິມງານຊ່ຽວຊານຈາກທະນາຄານໂລກ ແລະ ສາກົນເປັນຜູ້ຝຶກໃຫ້ (ເຂົ້າຮ່ວມກອງປະຊຸມຊຶ້ງໜ້າ ແລະ ທາງອອນລາຍ). ຈຸດປະສົງຂອງກອງປະຊຸມແມ່ນຝຶກອົບຮົມກ່ຽວກັບການນໍາໃຊ້ເງື່ອນໄຂການໃຫ້ຄະແນນ, ພ້ອມທັງຄັດເລືອກຜູ້ສະເໜີລາຄາໃນໂຄງການທີ່ໄດ້ຮັບການສະໜັບສະໜູນຂອງທະນາຄານໂລກ ຊື່ງການຝຶກອົບຮົມມີດັ່ງນີ້: ການຍື່ນເອກະສານການປະມູນ, ທົບທວນຂະບວນການປະມູນ, ການປະເມີນຂະບວນການທາງດ້ານເຕັກນິກ/ການໃຫ້ຄະແນນ, ການປະເມີນລວມ ແລະ ການປະເມີນທາງດ້ານເຕັກນິກ ແລະ ຄຸນນະພາບ ໃນນັ້ນ, ການຝຶກອົບຮົມໄດ້ປຶກສາຫາລື, ແລກປ່ຽນຄໍາຄິດເຫັນໃນກອງປະຊຸມ ແລະ ໄດ້ມີການປະເມີນທົດສອບຄວາມຮູ້ທາງດ້ານວຽກງານຈັດຊື້-ຈັດຈ້າງດັ່ງກ່າວ. ຊ່ຽວຊານອາວຸໂສຈັດຊື້-ຈັດຈ້າງທະນາຄານໂລກ ແລະ ຜູ້ຊ່ຽວຊານວຽກງານຈັດຊື້-ຈັດຈ້າງສາກົນ ໄດ້ກ່າວໄດ້ອະທິບາຍ ແລະ ຄວາມໝາຍຄວາມສຳຄັນຂອງການຈັດຊື້້-ຈັດຈ້າງ.

ວັນທີອອກຂ່າວ: 19-07-2024