ppmd_samd@mof.gov.la 021 263-252

ກອງປະຊຸມວິຊາການຜ່ານເນື້ອໃນເອກະສານປະມູນການຈັດຊື້ຕາມກອບຕົກລົງ (Framework Agreement)

3 ເດືອນຜ່ານມາ

    ໃນວັນທີ 23 ມັງກອນ 2024 ທີ່ຫ້ອງປະຊຸມຂອງທະນາຄານໂລກ (ຊັ້ນ G), ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ ແລະ ທິມງານທະນາຄານໂລກ ໄດ້ຈັດກອງປະຊຸມວິຊາການຜ່ານເນື້ອໃນເອກະສານປະມູນການຈັດຊື້ຕາມກອບຕົກລົງ (Framework Agreement), ຊື່ງກອງປະຊຸມດັ່ງກ່າວໄດ້ປຶກສາຫລື, ແລກປ່ຽນກ່ຽວກັບເອກະສານການປະມູນ ແລະ ປະກອບແນວຄວາມຄິດເຫັນໃຫ້ຮ່າງເອກະສານການຈັດຊື້ຕາມກອບຕົກລົງ(Framework Agreement). ມີຜູ້ເຂົ້າຮ່ວມຈາກ ຕາງໜ້າຈາກ ບັນດາ 04 ກະຊວງທົດລອງ, ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທິມງານທະນາຄານໂລກ.

ວັນທີອອກຂ່າວ: 23-01-2024