ppmd_samd@mof.gov.la 021 263-252

ກອງປະຊຸມປຶກສາຫາລືກ່ຽວກັບການທົດລອງການຈັດຊື້-ຈັດຈ້າງຕາມກອບຕົກລົງ (Framework Agreement)

2 ເດືອນຜ່ານມາ

    ໃນວັນທີ 13 ມິຖຸນາ 2024 ທີ່ຫ້ອງປະຊຸມຊັ້ນ 04 ຂອງກະຊວງການເງິນ; ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການທົດລອງການຈັດຊື້-ຈັດຈ້າງຕາມກອບຕົກລົງ (Framework Agreement) ຂອງ 2 ກະຊວງເປົ້າໝາຍ ຄື: ກະຊວງການເງິນ ແລະ ກະຊວງ ສາທາລະນະສຸກ ຊຶ່ງມີຜູ້ຕາງໜ້າຈາກຫ້ອງການ ກະຊວງການເງິນ, ກະຊວງ ສາທາລະນະສຸກ, ທິມງານຊ່ຽວຊານຈາກທະນາຄານໂລກ (ເຂົ້າຮ່ວມກອງປະຊຸມຊຶ້ງໜ້າ ແລະ ທາງອອນລາຍ) ໂດຍການເປັນປະທານ ຂອງທ່ານ ສົມຈິດ ຄໍາມຸງຄຸນ ວ່າການຫົວໜ້າຫ້ອງການ ກະຊວງການເງິນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປືກສາຫາລືກ່ຽວກັບການເຮັດທົດລອງການຈັດຊື້ຕາມກອບຕົກລົງ (Framework agreement) ເພື່ອບັນລຸຕົວຊີ້ວັດຂອງອົງປະກອບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃນປີ 2024 ຢ່າງໜ້ອຍ 2 ກະຊວງ (ໃນຈຳນວນ 4 ກະຊວງ ທົດລອງ ຄື: ກະຊວງ ການເງິນ, ກະຊວງ ສາ ທາລະນະສຸກ, ກະຊວງ ການຕ່າງປະເທດ ແລະ ກະຊວງ ສືກສາທິການ ແລະ ກິລາ). ໃນນັ້ນ, ໄດ້ກໍານົດເອົາກະຊວງການເງິນ ແລະ ກະຊວງ ສາທາລະນະສຸກ ເປັນກະຊວງທົດລອງກ່ອນ; ເພື່ອເປັນຕົວແບບໃຫ້ກັບກະຊວງອື່ນ ຈັດຕັ້ງໃນປີ 2025. ຊື່ງທ່ານຜູ້ຕາງໜ້າຈາກທະນາຄານໂລກ ທ່ານ A K Kalesh Kumar, ຊ່ຽວຊານອາວຸໂສຈັດຊື້-ຈັດຈ້າງທະນາຄານໂລກ, ຜູ້ຊີ້ນໍາວຽກງານຈັດຊື້-ຈັດຈ້າງທະນາຄານໂລກ ປະເທດກຳປູເຈຍ, ມຽນມາ ແລະ ສປປ ລາວ ໄດ້ກ່າວຈຸດປະສົງ ແລະ ຄວາມໝາຍຄວາມສຳຄັນຂອງການຈັດຊື້້ຕາມກອບຕົກລົງ; ພ້ອມດຽວກັນນັ້ນ, ກົມຄຸ້ມຄອງຊັບສິນແຫ່ງລັດ ໃນນາມເປັນກົມວິຊາການໄດ້ລາຍງານການຈັດຕັ້ງປະຕິບັດຜ່ານມາ ແລະ ໄດ້ນໍາສະເໜີກ່ຽວກັບການຈັດຊື້ຕາມກອບຕົກລົງແມ່ນຫັຍງ, ການຈັດຊື້ຕາມກອບຕົກລົງມີຈັກປະເພດ, ເຫດຜົນສຳລັບການນໍາໃຊ້ ແລະ ເວລາໃດທີ່ເໝາະສົມ ນໍາໃຊ້ການຈັດຊື້ດັ່ງກ່າວ.

ວັນທີອອກຂ່າວ: 13-06-2024