ppmd_samd@mof.gov.la 021 263-252

ຝຶກອົບຮົມກ່ຽວກັບການຈັດຕັ້ງປະຕິບັດເອກະສານຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ

1 ປີຜ່ານມາ

    ໃນວັນ 30 ພຶດສະພາ 2022 ທີ່ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການຈັດຕັ້ງປະຕິບັດເອກະສານຈັດຊື້–ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ມີຄະນະພະແນກ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ຂອງບັນດາກົມອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.



    ໃນກອງປະຊຸມ, ທ່ານ ພຸດທະສິນ ເຮືອງທະວົງ ໃຫ້ຮູ້ວ່າ: ວຽກງານຈັດຊື້–ຈັດຈ້າງ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ, ກົມຄຸ້ມຄອງຊັບສິນແຫ່ງລັດ ເປັນກົມໃຈກາງໃນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຈັດຊື້–ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ ລົງວັນທີ 02 ພະຈິກ 2017 ໃນນາມກົມວິຊາການທີ່ໄດ້ປະຕິບັດຕາມພາລະບົດບາດ, ຮັບຜິດຊອບຊຸກຍູ້, ສົ່ງເສີມ ແລະ ປູກຈິດສໍານຶກ ໃຫ້ທຸກພາກສ່ວນເປັນຕົ້ນແມ່ນ ບັນດາກະຊວງ, ອົງການຈັດຕັ້ງຂອງລັດ ລວມທັງວິສາຫະກິດ ທີ່ນໍາໃຊ້ງົບປະມານຂອງລັດ ຈັດຊື້ ບໍ່ວ່າຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ປະຕິບັດການດໍາເນີນການຈັດຊື້–ຈັດຈ້າງ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການຈັດຊື້–ຈັດຈ້າງ ກໍານົດໄວ້ຢ່າງເຂັ້ມງວດ ແລະ ເຕັມຮູບແບບ. ສະນັ້ນ, ເພື່ອເຮັດໃຫ້ບັນດາກົມຂອງກະຊວງການເງິນ ທີ່ນໍາໃຊ້ງົບປະມານຂອງລັດ ເຂົ້າໃນການຈັດຊື້–ຈັດຈ້າງ ມີຄວາມເຂົ້າໃຈໃນການນໍາໃຊ້ເອກະສານການປະມູນ ສະບັບນໍາໃຊ້ປັດຈຸບັນ ແລະ ບັນດານິຕິກໍາຕ່າງ ທີ່ກ່ຽວຂ້ອງ ເປັນຕົ້ນ ກົດໝາຍວ່າດ້ວຍການຈັດຊື້–ຈັດຈ້າງ, ຄໍາແນະນໍາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້–ຈັດຈ້າງ, ຄູ່ມືການຈັດຊື້–ຈັດຈ້າງ, ການປະເມີນການປະມູນ ແລະ ການຂຽນບົດລາຍງານການປະເມີການປະເມີນ ໃນກອງປະຊຸມໄດ້ລົງເລິກແຕ່ລະບັນຫາ ແຕ່ລະຂັ້ນຕອນ ເພື່ອໃຫ້ຜູ້ທີ່ເຂົ້າຮ່ວມຝຶກໃນຄັ້ງນີ້ ມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ນໍາໄປປະຕິບັດໃຫ້ຖືກຕ້ອງຕາມລະບຽບ ກົດໝາຍທີ່ກໍານົວໄວ້ ໃຫ້ເກີດມີປະສິດທິດພາບ ແລະ ປະສິດທິຜົນ.



ວັນທີອອກຂ່າວ: 30-05-2022