ຍົກລະດັບຄວາມສາມາດ ສ້າງພະນັກງານຂະແໜງການເງິນ ເປັນຄູຝຶກໃນຫຼັກສູດການຄຸ້ມຄອງທົ່ວໄປ ແລະ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ (EFIT)
2 ອາທິດຜ່ານມາຍົກລະດັບຄວາມສາມາດ ສ້າງພະນັກງານຂະແໜງການເງິນ ເປັນຄູຝຶກໃນຫຼັກສູດການຄຸ້ມຄອງທົ່ວໄປ ແລະ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ (EFIT) ໃນວັນທີ 01 ເມສາ 2025 ທີ່ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມ ຝືກອົບຮົມການສ້າງຄູຝຶກ ການຈັດຕັ້ງປະຕິບັດວຽກງານຂອບຄວາມສາມາດ, ຜົນການປະເມີນຄວາມຈຳເປັນຂອງການຝຶກອົບຮົມ, ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ, ຄວາມສາມາດໃນການຄຸ້ມຄອງທົ່ວໄປ ແລະ ພາວະຄວາມເປັນຜູ້ນຳ. ມີນັກສໍາມະນາກອນ ຈາກພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ, ພ້ອມດ້ວຍວິທະຍາກອນ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມເຂົ້າຮ່ວມ. ຊຶ່ງໃນນັ້ນ ຍຸດທະສາດທີ 05 ໄດ້ກຳນົດໄວ້ຢ່າງຊັດເຈນ ກ່ຽວກັບການພັດທະນາການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ໜັກແໜ້ນ ທາງດ້ານການເມືອງແນວຄິດ. ເພື່ອຊ່ວຍໃຫ້ວຽກງານດັ່ງກ່າວ, ສາມາດບັນລຸຕາມ ຍຸດທະສາດດັ່ງກ່າວ, ທະນາຄານໂລກ ໄດ້ໃຫ້ການຊ່ວຍເຫຼືອ ພາຍໃຕ້ໂຄງການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ (E-FITS) ນັບແຕ່ປີ 2019 ເປັນຕົ້ນມາ. ການຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການນຳສະເໜີເຕັກນິກ ວິທີວິທະຍາ ແລະ ແນະນຳຄູ່ມືການຈັດຕັ້ງປະຕິບັດວຽກງານ ຂອງຄວາມສາມາດການຄຸ້ມຄອງການເງິນແຫ່ງລັດ ພ້ອມກັບ ການນຳໃຊ້ຊຸດເອກະສານທີ່ເປັນເຄື່ອງມືທີ່ຈະຊ່ວຍປະກອບໃນການຝຶກອົບຮົມ ແລະ ພາຍຫຼັງທີ່ສຳເລັດ ກອງປະຊຸມ.

ຍົກລະດັບຄວາມສາມາດ ສ້າງພະນັກງານຂະແໜງການເງິນ ເປັນຄູຝຶກໃນຫຼັກສູດການຄຸ້ມຄອງທົ່ວໄປ ແລະ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ (EFIT) ໃນວັນທີ 01 ເມສາ 2025 ທີ່ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມ ຝືກອົບຮົມການສ້າງຄູຝຶກ ການຈັດຕັ້ງປະຕິບັດວຽກງານຂອບຄວາມສາມາດ, ຜົນການປະເມີນຄວາມຈຳເປັນຂອງການຝຶກອົບຮົມ, ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ, ຄວາມສາມາດໃນການຄຸ້ມຄອງທົ່ວໄປ ແລະ ພາວະຄວາມເປັນຜູ້ນຳ. ມີນັກສໍາມະນາກອນ ຈາກພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ, ພ້ອມດ້ວຍວິທະຍາກອນ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມເຂົ້າຮ່ວມ. ຊຶ່ງໃນນັ້ນ ຍຸດທະສາດທີ 05 ໄດ້ກຳນົດໄວ້ຢ່າງຊັດເຈນ ກ່ຽວກັບການພັດທະນາການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ໜັກແໜ້ນ ທາງດ້ານການເມືອງແນວຄິດ. ເພື່ອຊ່ວຍໃຫ້ວຽກງານດັ່ງກ່າວ, ສາມາດບັນລຸຕາມ ຍຸດທະສາດດັ່ງກ່າວ, ທະນາຄານໂລກ ໄດ້ໃຫ້ການຊ່ວຍເຫຼືອ ພາຍໃຕ້ໂຄງການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ (E-FITS) ນັບແຕ່ປີ 2019 ເປັນຕົ້ນມາ. ການຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການນຳສະເໜີເຕັກນິກ ວິທີວິທະຍາ ແລະ ແນະນຳຄູ່ມືການຈັດຕັ້ງປະຕິບັດວຽກງານ ຂອງຄວາມສາມາດການຄຸ້ມຄອງການເງິນແຫ່ງລັດ ພ້ອມກັບ ການນຳໃຊ້ຊຸດເອກະສານທີ່ເປັນເຄື່ອງມືທີ່ຈະຊ່ວຍປະກອບໃນການຝຶກອົບຮົມ ແລະ ພາຍຫຼັງທີ່ສຳເລັດ ກອງປະຊຸມ.
ວັນທີອອກຂ່າວ: 01-04-2025