ppmd_samd@mof.gov.la 021 263-252

Training on the use of PPD documents in Luang Namtha Province

1 ປີຜ່ານມາ

    ວັນທີ 25 ເມສາ 2022 ທີ່ຜ່ານມາ ທີ່ພະແນກການເງີນແຂວງຫຼວງນໍ້າທາ ກົມຄຸ້ມຄອງຊັບສີນແຫ່ງລັດກະຊວງການເງີນ ຈັດຊຸດຝຶກອົບຮົມການນໍາໃຊ້ເອກະສານ ມາດຖານການປະມູນ ສະບັບເອກະສານພາບ, ບົດປະເມີນສະບັບເອກະສານພາບ ແລະ ຄູ່ມືການຈັດຊື້-ຈັດຈ້າງດ້ວຍທືນຂອງລັດ, ໂດຍການເປັນປະທານຂອງທ່ານ ບຸນມີ ໄຊຍະສານ ຮອງຫົວໜ້າພະແນກການເງິນແຂວງ, ມີທ່ານ ພີມພາ ພົມມະວົງ



    ວັນທີ 25 ເມສາ 2022 ທີ່ຜ່ານມາ ທີ່ພະແນກການເງີນແຂວງຫຼວງນໍ້າທາ ກົມຄຸ້ມຄອງຊັບສີນແຫ່ງລັດກະຊວງການເງີນ ຈັດຊຸດຝຶກອົບຮົມການນໍາໃຊ້ເອກະສານ ມາດຖານການປະມູນ ສະບັບເອກະສານພາບ, ບົດປະເມີນສະບັບເອກະສານພາບ ແລະ ຄູ່ມືການຈັດຊື້–ຈັດຈ້າງດ້ວຍທືນຂອງລັດ, ໂດຍການເປັນປະທານຂອງທ່ານ ບຸນມີ ໄຊຍະສານ ຮອງຫົວໜ້າພະແນກການເງິນແຂວງ, ມີທ່ານ ພີມພາ ພົມມະວົງ ຫົວໜ້າພະແນກຄຸ້ມຄອງຕິດຕາມການຈັດຊື້–ຈັດຈ້າງດ້ວຍທືນຂອງລັດ ແລະ ລາຄາ, ມີຄູຝຶກ ແລະ ສຳມະນາກອນ ຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ບຸນມີ ໄຊຍະສານ ຮອງຫົວໜ້າພະແນກການເງິນແຂວງໃຫ້ຮູ້ວ່າ: ວຽກງານການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ກໍ່ແມ່ນວຽກງານໜຶ່ງ ທີ່ມີຄວາມສຳຄັນຫຼາຍຕໍ່ກັບການພັດທະນາເສດຖະກິດສັງຄົມແຫ່ງຊາດໃນ ສປປ ລາວ, ໃນນີ້ ວຽກງານການຈັດຊື້–ຈັດຈ້າງດ້ວຍທຶນຂອງລັດ ກໍ່ແມ່ນມາດຕະການໜຶ່ງທີ່ນອນຢູ່ໃນວຽກງານການຄຸ້ມຄອງລາຍຈ່າຍ ທີ່ລັດຖະບານໃຫ້ຄວາມສໍາຄັນ, ຊຶ່ງໄດ້ຖືເອົາວຽກງານດັ່ງກ່າວ ເປັນວາລະແຫ່ງຊາດ, ເປັນວຽກ ຕ້ານການຟຸມເຟືອຍ ແລະ ປະຢັດງົບປະມານແຫ່ງລັດ, ສະນັ້ນ ທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ເອົາໃຈໃສ່ ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຈັດຊື້–ຈັດຈ້າງ ຢ່າງເຂັ້ມງວດ, ແລະ ເອກະພາບກັນໃນຂອບເຂດທົ່ວປະເທດ, ເອກະພາບກັນຈັດຕັ້ງປະຕິບັດໄດ້ດີ, ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍຂອງນິຕິກຳທີ່ກຳນົດໄວ້ ນັ້ນຄື ກົດໝາຍການຈັດຊື້–ຈັດຈ້າງ ແລະ ຄາດວ່າ ຈະສາມາດປະຢັດງົບປະມານແຫ່ງລັດ ໄດ້ເຖິງ 10-15%. ສະນັ້ນ, ກົດໝາຍ ວ່າດ້ວຍການຈັດຊື້–ຈັດຈ້າງດ້ວຍທຶນຂອງລັດ ແລະ ແຜນງານການປະຕິບັດໂຄງການປະຕິຮູບການຄຸ້ມຄອງການເງິນພາກລັດ, ຊຶ່ງໃນນີ້ ວຽກງານການຄຸ້ມຄອງການຈັດຊື້–ຈັດຈ້າງດ້ວຍທຶນຂອງລັດ ກໍ່ແມ່ນອົງປະກອບໜຶ່ງ ທີ່ນອນຢູ່ໃນແຜນງານດັ່ງກ່າວ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກອົງການອີຢູ ໂດຍຜ່ານທະນາຄານໂລກ ເພື່ອມາພັດທະນາ ແລະ ປັບປຸງລະບົບການຄຸ້ມຄອງການຈັດຊື້–ຈັດຈ້າງດ້ວຍທຶນຂອງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ, ຊຶ່ງຕາມກົດໝາຍແລ້ວ ອົງການຄຸ້ມຄອງ ຢູ່ຂັ້ນສູນກາງ ແມ່ນກະຊວງການເງິນຮັບຜິດຊອບ, ຂັ້ນທ້ອງຖິ່ນ ແມ່ນພະແນກການເງິນແຂວງ ແລະ ເມືອງ, ໂດຍໄດ້ມອບໜາຍໃຫ້ຂະແໜງກົມຄຸ້ມຄອງຊັບສິນແຫ່ງລັດ ເປັນຂະແໜງວິຊາການຮັບຜິດຊອບ, ການພັດທະນາ ແລະ ປະຕິຮູບໄລຍະທີ I ແມ່ນ ມີ 2 ໜ້າວຽກ ຄື: ສ້າງຂີດຄວາມສາມາດ ໃນການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງວຽກງານຈັດຊື້–ຈັດຈ້າງໃຫ້ແກ່ອົງການຈັດຕັ້ງພາກລັດ ຢູ່ຂັ້ນສູນກາງທ້ອງຖິ່ນ, ວຽກງານຫັນເປັນທັນສະໄໝ ກໍ່ຄື ສ້າງເວັບໄຊ ເພື່ອເຜີຍແຜ່ ກົດໝາຍ ແລະ ລະບຽບການຈັດຕັ້ງປະຕິບັດກົດໝາຍໃຫ້ກ້ວາງຂວາງ ແລະ ບັນລຸຕາມຈຸດປະສົງ, ຫຼັກການຂອງກົດໝາຍຄື: ຮັບປະກັນດ້ານຫຼັກການ,ປະຕິບັດໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ–ສັງຄົມແຫ່ງຊາດ, ສອດຄອງກັບແຜນງົບປະມານແຫ່ງລັດ, ຮັບປະກັນຄວາມສະເໝີພາບ, ຍຸຕິທໍາ,ໂປ່ງໃສ ແລະ ສາມາດກວດສອບໄດ້.



ວັນທີອອກຂ່າວ: 28-04-2022