ppmd_samd@mof.gov.la 021 263-252

ກອງ​ປະ​ຊຸມ​ຄະ​ນະ​ໜ່ວຍ​ງານ​ຈັດ​ຕັ້ງ​ປະ​ຕິ​ບັດ ໂຄງ​ການ​ສົ່ງ​ເສີມ​ການ​ບໍ​ລິ​ໂພກ ແລະ ຜະ​ລິດ​ແບບ​ຍືນ​ຍົງ ຢູ່​ໃນ 05 ປະ​ເທດ ຂອງ​ອາ​ຊີ

2 ເດືອນຜ່ານມາ

    ໃນວັນທີ 06 ກຸມ​ພາ 2024 ທີ່ຫ້ອງປະຊຸມໂຮງ​ແຮມ​ລາວ​ພ​າ​ຊາ, ກົມ​ແຜນ​ການ ແລະ ການ​ເງິນ ກະ​ຊວງ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແລະ ອົງ​ການ GIZ ໄດ້ຈັດກອງປະຊຸມຄະ​ນະ​ໜ່ວຍ​ງານ​ຈັດ​ຕັ້ງ​ປະ​ຕິ​ບັດ ໂຄງ​ການ​ສົ່ງ​ເສີມ​ການ​ບໍ​ລິ​ໂພກ ແລະ ຜະ​ລິດ​ແບບ​ຍືນ​ຍົງ ຢູ່​ໃນ 05 ປະ​ເທດ ຂອງ​ອາ​ຊີ ເພື່ອລາຍງານຜົນການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ, ຄວາມຄືບໜ້າຂອງການດໍາເນີນການສືກສາທ່າແຮງຄວາມເປັນໄປໄດ້ຂອງການສ້າງສະຫຼາກສິ່ງແວດລ້ອມ ຂອງ ສປປລາວ ແລະ ປຶກສາຫາລືກ່ຽວກັບແຜນກິດຈະກໍາຂອງໂຄງການໃນປີ 2024 ແລະ ແຜນກິດຈະກໍາໃນຕໍ່ໜ້າ, ຊື່ງກອງປະຊຸມດັ່ງກ່າວໄດ້ປຶກສາຫລື, ແລກປ່ຽນກ່ຽວກັບເອກະສານການປະມູນ ແລະ ສະຫຼາກສີຂຽວ. ມີຜູ້ເຂົ້າຮ່ວມຈາກ ຕາງໜ້າຈາກ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ,ກະ​ຊວງ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ຊ່ຽວຊານຈາກປະເທດໄທ, ອົງ​ການ GIZ ລາວ ແລະ ອົງ​ການ GIZ ບາງກອກ ປະເທດໄທ.

ວັນທີອອກຂ່າວ: 06-02-2024