ppmd_samd@mof.gov.la 021 263-252

ເຜີຍແຜ່ກົດໝາຍ ແລະ ຄໍາແນະນໍາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

2 ປີຜ່ານມາ

    ໃນວັນທີ 1 ກຸມພາ 2021, ຢູ່ທີ່່ໂຮງແຮມ ຄລາວພຣາຊາ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 02 ພະຈິກ 2017 ແລະ ຄໍາແນະນໍາກ່ຽວກັບ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019 ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ (ເງິນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບຜ່ານທະນາຄານໂລກ EU-WB.



    ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ພາຍຫຼັງຈາກທີ່ມີການຮັບຮອງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຄໍາແນະນໍາການຈັດຕັ້ງປະຕິ ບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ຊຶ່ງໄດ້ຈັດຕັ້ງເຜີຍແຜ່ມາແລ້ວ 2 ຄັ້ງ ແລະ ຄັ້ງນີ້ເປັນຄັ້ງທີ 3 ແລະ ໃນກອງປະຊຸມຄັ້ງນີ້ຈະເປັນພື້ນຖານອັນດີໃຫ້ທຸກພາກສ່ວນໄດ້ນໍາໄປຜັນຂະຫຍາຍ ແລະ ເປັນບ່ອນອ້າງອີງໃນການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດໃນຂະແໜງການຕ່າງໆ, ເພື່ອເປັນການປະຢັດ ແລະ ນໍາໃຊ້ງົບປະມານຂອງລັດໃຫ້ມີປະສິດທິຜົນ, ຖືກຕ້ອງຕາມລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ, ຮັບປະກັນຄຸ້ມຄອງຢ່າງລວມສູນ, ເປັນເອກະພາບໃນຂອບເຂດທົ່ວປະເທດ, ປະຢັດ, ສະເໝີພາບ, ເປີດເຜີຍ, ຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້ພ້ອມທັງຮັບປະກັນສິດ ແລະ ຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ. ດັ່ງບັນດາທ່ານຮູ້ແລ້ວວ່າໃນນະໂຍບາຍຂອງພັກ ແລະ ລັດກ່ຽວກັບວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດໄດ້ມີການສົ່ງເສີມດັ່ງກ່າວດ້ວຍການກໍານົດມາດຕະການ, ວິທີທີ່ເໝາະສົມໃນການຈັດຊື້-ຈັດຈ້າງ, ການບໍາລຸງສ້າງບຸກຄະລາກອນ, ການສະໜອງວັດຖູອຸປະກອນ ແລະ ສິ່ງອໍານວຍຄວາມສະດວກໃຫ້ແກ່ການກໍ່ສ້າງພື້ນຖານໂຄງລາງເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນສຸງ, ພ້ອມດຽວກັນນັ້ນຍັງໄດ້ມີການຊຸກຍູ້ສົ່ງເສີມ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມໃນການປະມູນໃນການກໍ່ສ້າງ, ສ້ອມແປງ, ສະໜອງສິນຄ້າ,ການບໍລິການວຽກງານ ແລະ ການບໍລິການທີ່ປຶກສາບົນພື້ນຖານສິດສະເໝີພາບ ແລະ ເທົ່າທຽມກັນ.



ວັນທີອອກຂ່າວ: 09-03-2021