ppmd_samd@mof.gov.la 021 263-252

ກອງປະຊຸມຝຶກອົບຮົມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

8 ເດືອນຜ່ານມາ

    ໃນວັນທີ 08 ສິງຫາ 2023 ທີ່ຫ້ອງປະຊຸມກົມຄຸ້ມຄອງຊັບແຫ່ງລັດ (ຊັ້ນ 3), ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມ ຝຶກອົບຮົມກ່ຽວກັບວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ກົມຄຸ້ມຄອງຊັບສິນແຫ່ງລັດ ການຝຶກອົບຮົມດັ່ງກ່າວແມ່ນເພື່ອຍົກລະດັບໃຫ້ພະນັກງານປະກອບເຂົ້າໃນການນໍາໃຊ້ເອກສານກ່ຽວກັບວຽກງານການຈັດຊື້-ຈັດຈ້າງ ແລະ ເພື່ອນໍາໄປເຜີຍແຜ່ຕໍ່ກ່ຽວກັບບັນດາກະຊວງ, ອົງການ ແລະ ສາມາດຈັດຕັ້ງປະຕິບັດໃນອານາຄົດ ຊື່ງນໍາສະເໜີໂດຍ ທ່ານ ນາງ ອາລຸນນີ ມະນີປະກອນ ຮອງພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ໂດຍການລົງເລີກຂັ້ນຕອນ, ການສ້າງແຜນ, ບົດປະເມີນ ແລະ ວິທີການນໍາໃຊ້ເອກະສານການປະມູນສະບັບເອກະພາບ.

ວັນທີອອກຂ່າວ: 08-08-2023