ພາລະກິດ
ເພື່ອເປັນທິດທາງ ແລະ ສົ່ງເສີມສືບຕໍ່ການພັດທະນາ ແລະ ປັບປຸງລະບົບການຈັດຊື້-ຈັດຈ້າງຂອງລັດໃຫ້ເປັນທັນສະໄໝ ແລະ ມີປະສິດທິພາບ ຂອງ ສປປ ລາວ ຊຶ່ງສອດຄ່ອງກັບມາດຕະຖານການປະຕິບັດຂອງສາກົນໂດຍຜ່ານການຕິດຕາມ, ການກວດກາ ແລະ ສ້າງຄວາມອາດສາມາດ
ວິໄສທັດ
ມີລະບົບການຈັດຊື້-ຈັດຈ້າງ ທີ່ຍຸດຕິທຳ ແລະ ສະເໝີພາບ ໃນ ສປປ ລາວ
ວັດຖຸປະສົງດ້ານຍຸດທະສາດ
    1. ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ, ມີປະສິດທິຜົນສູງສຸດໃນການຈັດຊື້-ຈັດຈ້າງດ້ວຍທຶນ ຂອງລັດ ແລະ ແນໃສ່ຮັບປະກັນການນຳໃຊ້ທຶນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນສູງ, 
        ປະຢັດ, ຍຸດຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
    2. ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດລາວ ໂດຍຜ່ານລະບົບການຈັດຊື້ຈັດຈ້າງຂອງລັດທີ່ມີປະສິດທິພາບ ແລະ ຜ່ານການສ້າງຂີດຄວາມສາມາດ.
    3. ເພື່ອສົ່ງເສີມການແຂ່ງຂັນ ແລະ ສົ່ງເສີມໃຫ້ມີສ່ວນຮ່ວມໃນຂະບວນການຈັດຊື້-ຈັດຈ້າງຂອງລັດ.
    4. ເພື່ອເປີດໃຫ້ມີໂອກາດ ແລະ ການປະຕິບັດທີ່ຖືກຕ້ອງ ແລະ ສະເໝີພາບຕໍ່ຜູ້ສະໜອງ/ຜູ້ປະມູນທັງໝົດ.
    5. ເພື່ອເປັນກາສົ່ງເສີມຄວາມສັດຊື່, ທ່ຽງທຳ, ຄວາມຮັບຜິດຊອບ ແລະ ເຊື່ອໝັນ ຂອງລັດໃຫນຂະບວນການຈັດຊື້ຂອງລັດ.
    6. ເພື່ອຮັບປະກັນຄວາມໂປ່ງໃສໃນຂັ້ນຕອນ, ຂະບວນການ ແລະ ການຕັດສິນໃຈທີ່ກ່ຽວຂ້ອງກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.