ppmd_samd@mof.gov.la 021 263-252

ກອງປະຊຸມການປະເມີນຄວາມພ້ອມຂອງການຈັດຊື້-ຈັດຈ້າງຂອງລັດແບບເອເລັກໂຕຣນິກ

10 ເດືອນຜ່ານມາ

    ໃນວັນທີ 16 ພຶດສະພາ 2023 ທີ່ຫ້ອງປະຊຸມຂອງຫ້ອງການທະນາຄານໂລກ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມການປະເມີນຄວາມພ້ອມໃນການຫັນເປັນທັນສະໄໝ ວຽກງານຈັດຊື້-ຈັດຈ້າງ ຜ່ານທາງເອເລັດໂທນິກ ເພື່ອສາມາດຈັດຕັ້ງປະຕິບັດໃນອານາຄົດ ຊື່ງແມ່ນຊ່ຽວຊານຕ່າງປະເທດຂອງທະນາຄານໂລກ ນໍາສະເໜີ. ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ທອງລິດ ກິ່ງແກ້ວອຸດົມ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ທ່ານ ນາງ ເອເລນ້າ ຈໍຈີວາ ແອນໂດນົບສກາ (Elena Georgieva-Andonovska), ຊ່ຽວຊານອາວຸໂສ ດ້ານການຄຸ້ມຄອງພາກລັດ ແລະ ເປັນຫົວໜ້າແຜນງານປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ຊື່ງມີບັນດາກົມອ້ອມຂ້າງກະຊວງການເງິນເຂົ້າຮ່ວມເປັນຕົ້ນ: ກົມຄຸ້ມຄອງຊັບສິນແຫ່ງລັດ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ຫ້ອງການກະຊວງ, ຄັ້ງເງິນແຫ່ງຊາດ, ກົມນະໂຍບາຍການເງິນ, ຜູ້ຕ່າງໜ້າຈາກທະນາຄານໂລກ ແລະ ໂຄງການປະສານງານ (PIU).

ວັນທີອອກຂ່າວ: 16-05-2023