ppmd_samd@mof.gov.la 021 263-252

ຝຶກອົບຮົມການນໍາໃຊ້ເວບໄຊ໌ການຈັດຊື້-ຈັດຈ້າງ ໃຫ້ບັນດາກະຊວງ

1 ປີຜ່ານມາ

    ໃນວັນທີ 31 ພຶດສະພາ 2022 ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ເປີດຝຶກອົບຮົມການນໍາໃຊ້ເວບໄຊ໌ ຈັດຊື້-ຈັດຈ້າງ ໃຫ້ບັນດາກະຊວງ ໂດຍການເຂົ້າຮ່ວມນໍາພາຝຶກອົບຮົມຂອງທ່ານ ພີມພາ ພົມມະວົງ ຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ, ມີຕາງໜ້າບໍລິສັດທີ່ພັດທະນາເວບໄຊ໌ ແລະ ບັນດາຜູ້ທີ່ເຮັດວຽກຕົວຈິງ ໃນວຽກງານຈັດຊື້-ຈັດຈ້າງ ຈາກຫ້ອງການກະຊວງການເງິນ ແລະ ບັນດາກະຊວງ ເຂົ້າຮ່ວມ. ເຊິ່ງຊຸດຝຶກອົບຮົມດັ່ງກ່າວແມ່ນພາຍໃຕ້ການສະໜັບສະໜູນຈາກແຜນງານຂອງທະນາຄານໂລກ ໃນການຊຸກຍູ້ການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ໂດຍການໃຫ້ທຶນຈາກ ສະຫະພາບເອີຣົບ.



    ປັດຈຸບັນເວບໄຊ໌ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໄດ້ມີການພັດທະນາສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 21 ເມສາ 2022 ທີ່ຜ່ານມາ ຊື່ງເວບໄຊ໌ ດັ່ງກ່າວມີຊື່ວ່າ: ppmd.mof.gov.la, ສະນັ້ນ, ເພື່ອໃຫ້ບັນດາຜູ້ທີ່ເຮັດວຽກງານຕົວຈິງ ໃນວຽກງານການຈັດຊື້-ຈັດຈ້າງ ໄດ້ມີຄວາມເຂົ້າໃຈ ກ່ຽວກັບຂັ້ນຕອນຈັດຕັ້ງປະຕິບັດກົດໝາຍ ໃນການນໍາໃຊ້ເວບໄຊ໌ ດັ່ງກ່າວ ສາມາດປະກອບເຂົ້າໃນການເຮັດວຽກງານຕົວຈິງໄດ້ ແລະ ເພື່ອອໍານວຍຄວາມສະດວກຕໍ່ວຽກງານຈັດຊື້-ຈັດຈ້າງ, ສາມາດເຂົ້າໄດ້ເຖິງຂໍ້ມູນຕ່າງໆ ທັງສາມາດນໍາໄປຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ກໍານົດໄວ້. ການຝຶກອົບຮົມ ໃນຄັ້ງນີ້, ແມ່ນຈະໄດ້ຮຽນຮູ້ເຖິງວິທີການເຂົ້າເວບໄຊ໌, ຂັ້ນຕອນການປ້ອນຂໍ້ມູນແຜນການຈັດຊື້-ຈັດຈ້າງ, ການປະກາດການປະມູນ, ສະຖິຕິຜູ້ສະໜອງ ແລະ ສັນຍາ, ການລາຍງານການຈັດຊື້-ຈັດຈ້າງ ແລະ ອື່ນໆ ທີ່ຕ້ອງດໍາເນີນການຜ່ານເວບໄຊ໌. ເຊິ່ງການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບການເປັນວິທະນາກອນ ຈາກບໍລິສັດຜູ້ພັດທະນາ ມາແນະນໍາໃຫ້ຮູ້ ໃຫ້ເຂົ້າໃຈ ໃນການນໍາໃຊ້ເວບໄຊ໌ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. ທັງນີ້, ກໍ່ເພື່ອເປັນການຫັນວຽກງານການຈັດຊື້-ຈັດຈ້າງ ຫັນໄປສູ່ລະບົບທີ່ທັນສະໄໝ ແລະ ບັນລຸຈຸດປະສົງ ແລະ ຫຼັກການ ຂອງກົດໝາຍຄື: ຮັບປະກັນດ້ານຫຼັກການ, ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມ, ສອດຄ່ອງກັບແຜນງົບປະມານແຫ່ງລັດ, ຮັບປະກັນຄວາມສະເໝີພາບ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້.



ວັນທີອອກຂ່າວ: 31-05-2022