ppmd_samd@mof.gov.la 021 263-252

ກອງປະຊຸມເຜີຍແຜ່ກົດໜາຍ ແລະ ລະບຽບການ ກ່ຽວກັບໂອກາດການເຂົ້າເຖິງການປະມູນ ແລະ ລະບົບຄຸ້ມຄອງການຮ້ອງທຸກ ສໍາລັບພາກເອກະຊົນ ຢຸ່ ສປປ ລາວ

1 ເດືອນຜ່ານມາ

    ໃນວັນທີ 06 ມີນາ 2024, ທີ່ໂຮງແຮມງ Landmark Mekong Riverside, ໄດ້ຈັດກອງປະຊຸມເຜີຍແຜ່ກົດໜາຍ ແລະ ລະບຽບຫຼັກການ ກ່ຽວກັບໂອກາດການເຂົ້າເຖິງການປະມູນ ແລະ ລະບົບຄຸ້ມຄອງການຮ້ອງທຸກ ສໍາລັບເອກະຊົນ ຢູ່ ສປປ ລາວ ຮ່ວມກັນລະຫວ່າງ ກະຊວງການເງິນ (MOF), ທະນາຄາພັດທະນາອາຊີ (ADB) ແລະ ທະນາຄານໂລກ (WB) ໂດຍມີຜູ້ເຂົ້າຮ່ວມ ທັງໝົດຈາກບັນດາບໍລິສັດ ຈໍານວນ 130 ທ່ານ. ກອງປະຊຸມດັ່ງກ່າວໂດຍໄດ້ຮັບການປະທານຮ່ວມລະຫວ່າງ ທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ; ທ່ານ ນາງ ໂຊໂນມິ ທານະກະ ອໍານວຍການທະນະຄານພັດທະນາອາຊີ ປະຈໍາ ສປປ ລາວ (ADB) ແລະ ທ່ານ ນາງ ຮີບາ ຕາບູບ ຜູ້ຈັດການການຈັດຊື້-ຈັດຈ້າງໃນພາກພື້ນ ອາຊີຕາເວັນອອກ (WB) ຊື່ງໃນນັ້ນໄດ້ຮັບຟັງການຂື້ນນໍາສະເໜີຈາກຕາງໜ້າພາກສ່ວນທີ່ກ່ຽວຂ້ອງຂອງບັນດາຫົວຂໍ້ທີ່ຕິດພັນກັບວຽກງານຈັດຊື້-ຈັດຈ້າງ ກ່ຽວກັບພາບລວມ ໂອກາດການປະມູນຈັດຊື້-ຈັດຈ້າງພາກລັດ ແລະ ລະບົບແກ້ໄຂການຮ້ອງທຸກ ໃນ ສປປ ລາວ, ພາບລວມການຈັດຕັ້ງປະຕິບັດຈັດຊື້-ຈັດຈ້າງ ແລະ ໂອກາດການປະມູນ ໃນ ສປປ ລາວ ຂອງ ທະນາຄາພັດທະນາອາຊີ (ADB) ແລະ ພາບລວມການຈັດຕັ້ງປະຕິບັດຈັດຊື້-ຈັດຈ້າງ ແລະ ໂອກາດການປະມູນ ໃນ ສປປ ລາວ ຂອງ ທະນາຄານໂລກ (WB) ແລະ ການນໍາໃຊ້ບັນທັດຖານການໃຫ້ຄະແນນ ຄຸນວຸດທິ ແລະ ລາຄາຂອງຜູ້ປະມູນ ສໍາລັບວຽກກໍ່ສ້າງ-ສ້ອມແປງ ແລະ ສິນຄ້າ ໃນການຈັດຊື້-ຈັດຈ້າງ ຂອງ ທະນາຄານໂລກ (WB), ການຈັດຊື້ແບບຍືນຍົງ ແລະ ການນໍາໃຊ້ເງື່ອນໄຂການໃຫ້ຄະແນນໃນການປະມູນຈັດຊື້-ຈັດຈ້າງ ຂອງ ທະນາຄາພັດທະນາອາຊີ (ADB).

ວັນທີອອກຂ່າວ: 06-03-2024