ppmd_samd@mof.gov.la 021 263-252

ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ, ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ

ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ເປັນພະແນກໜຶ່ງທີ່ຂຶ້ນກັບກົມຄຸ້ມຄອງຊັບສິນແຫ່ງລັດ, ເປັນເສນາທິການໃຫ້ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ປະກອບມີ 4 ໜ່ວຍງານ: ໜ່ວຍງານນິຕິກຳ, ໜ່ວຍງານສັງລວມ ແລະ ຮັບຮອງແຜນ, ໜ່ວຍງານຕິດຕາມການຈັດຕັ້ງປະຕິບັດ ແລະ ໜ່ວຍງານແກ້ໄຂການຮ້ອງທຸກ. ໜ້າທີ່ຫຼັກຂອງພະແນກ ຈຈລ ແມ່ນຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ ກົດໝາຍ ແລະ ລະບຽບການ ໃນວຽກງານການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ສອດຄ່ອງກັບກົດໝາຍ ສະບັບເລກທີ 30/ສພຊ ແລະ ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍ ສະບັບເລກທີ 0477/ກງ