ppmd_samd@mof.gov.la 021 263-252

ກອງປະຊຸມວິຊາການກ່ຽວກັບການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ເພື່ອແກ້ໄຂບັນຫາຄົງຄ້າງໃນການຈັດຕັ້ງປະຕິບັດກ່ຽວກັບການນໍາໃຊ້ເວບໄຊຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

8 ເດືອນຜ່ານມາ

    ໃນວັນທີ 11 ສິງຫາ 2023 ທີ່ຫ້ອງປະຊຸມຂອງທະນາຄານໂລກ (ຊັ້ນ G), ຕາງໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທິມງານທະນາຄານໂລກ ໄດ້ຈັດກອງປະຊຸມວິຊາການຮ່ວມກັບບັນດາທ່າາທີ່ ຕາງໜ້າຈາກບັນດາກະຊວງອ້ອມຂ້າງສູນກາງ (ໃນນາມຜູ້ໄດ້ຮັບອະນຸມັດເປັນຜູ້ນໍາໃຊ້ ເວບໄຊ້ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ) ກ່ຽວກັບການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ເພື່ອແກ້ໄຂບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດກ່ຽວກັບການນໍາໃຊ້ເວບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. ກອງປະຊຸມໄດ້ລາຍງານ ແລະ ທົບທວນຄືນຜົນການ ຈັດຕັ້ງປະຕິບັດຕາມບົດບັນທືກກອງປະຊຸມຄັ້ງເດືອນ ມີນາ 2023 ຜ່ານມາເປັນຕົ້ນ ການອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບພາຍໃນກະຊວງ ເພື່ອຄຸ້ມຄອງ ແລະ ນໍາໃຊ້ເວບໄຊຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຮອດປະຈຸບັນມີ 1 ກະຊວງ (ສຳເລັດ), 5 ກະຊວງ (ກໍາລັງລໍຖ້າອະນຸມັດ) ແລະ ສ່ວນ 9 ກະ ຊວງທີ່ຍັງເຫຼືອແມ່ນກຳລັງດຳເນີນການລາຍງານຕາມລະບຽບການ; ສຳລັບການເອົາແຈ້ງການເຊີນປະມູນອັບໂຫຼດລົງເວບໄຊມີ ຈຳນວນ 67 ແຈ້ງການ (ໃນນັ້ນມີຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ກວມເອົາຈຳ ນວນ 37 ແຈ້ງການ) ແລະ ນອກນັ້ນ, ກໍ່ຍັງໄດ້ສຳເລັດການແກ້ໄຂການປະກາດການຈັດຊື້ໂດຍໃຫ້ຍ້າຍວິທີການຈັດຊື້ມາຢູ່ທາງໜ້າຮູບແບບການຈັດຊື້ ຕາມຂັ້ນຕອນ.

ວັນທີອອກຂ່າວ: 11-08-2023