ppmd_samd@mof.gov.la 021 263-252

ກອງປະຊຸມປຶກສາຫາລື ແລະ ລະດົມຄວາມຄິດເຫັນໃສ່ ຮ່າງເນື້ອໃນເອກະສານການປະມູນຈັດຊື້ຕາມກອບຕົກລົງ (Framework Agreement)

2 ອາທິດຜ່ານມາ

    ໃນວັນທີ 21-23 ສິງຫາ 2024 ເວລາ 80:30-17:00 ໂມງ ໄດ້ຈັດກອງປະຊຸມທີ່ ເມືອງ ວັງວຽງ ແຂວງ ວຽງຈັນກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ລະດົມຄວາມຄິດເຫັນໃສ່ ຮ່າງເນື້ອໃນເອກະສານການປະມູນຈັດຊື້ຕາມກອບຕົກລົງ (Framework Agreement) ຂອງ 4 ກະຊວງເປົ້າໝາຍ ຄື: ກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ກະຊວງ ສາທາລະນະສຸກ ຊຶ່ງມີຜູ້ຕາງໜ້າຈາກຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງ ສາທາລະນະສຸກ, ທິມງານຊ່ຽວຊານຈາກທະນາຄານໂລກ ໂດຍການເປັນປະທານ ຂອງທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປືກສາຫາລື ແລະ ລະດົມ ລະດົມຄວາມຄິດເຫັນໃສ່ ຮ່າງເນື້ອໃນເອກະສານການປະມູນຈັດຊື້ຕາມກອບຕົກລົງ (Framework Agreement) ເພື່ອໃຫ້ເອກະສານດັ່ງກ່າວມີຄວາມສົມບູນ ແລະ ປະກາດໃຊ້ ໃນຈຳນວນ 4 ກະຊວງ ທົດລອງ ຄື: ກະຊວງ ການເງິນ, ກະຊວງ ສາ ທາລະນະສຸກ, ກະຊວງ ການຕ່າງປະເທດ ແລະ ກະຊວງ ສືກສາທິການ ແລະ ກິລາ). ໃນນັ້ນ, ໄດ້ກໍານົດເອົາກະຊວງການເງິນ ແລະ ກະຊວງ ສາທາລະນະສຸກ ເປັນກະຊວງທົດລອງກ່ອນ; ເພື່ອເປັນຕົວແບບໃຫ້ກັບກະຊວງອື່ນ ຈັດຕັ້ງໃນປີ 2025. ພ້ອມດຽວກັນນັ້ນ, ກົມຄຸ້ມຄອງຊັບສິນແຫ່ງລັດ ໃນນາມເປັນກົມວິຊາການໄດ້ລາຍງານການຈັດຕັ້ງປະຕິບັດຜ່ານມາ, ເຫດຜົນສຳລັບການນໍາໃຊ້ເອກະສນການຈັດຊື້ດັ່ງກ່າວ.

ວັນທີອອກຂ່າວ: 21-08-2024