ppmd_samd@mof.gov.la 021 263-252

ກອງປະຊຸມຝຶກອົບຮົມກ່ຽວກັບການນໍາໃຊ້ເອກສານການວ່າຈ້າງທີ່ປຶກສາສໍາລັບການນໍາໃຊ້ງົບປະມານແຫ່ງລັດ

9 ເດືອນຜ່ານມາ

    ໃນວັນທີ 20 ມິຖຸນາ 2023 ທີ່ຫ້ອງປະຊຸມກົມຄຸ້ມຄອງຊັບແຫ່ງລັດ (ຊັ້ນ 3), ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມ ຝຶກອົບຮົມກ່ຽວກັບການນໍາໃຊ້ເອກສານການວ່າຈ້າງທີ່ປຶກສາສໍາລັບການນໍາໃຊ້ງົບປະມານແຫ່ງລັດ ໃຫ້ພະນັກງານພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ແລະ ບັນດາພະແນກພາຍໃນກົມຄຸ້ມຄອງຊັບສິນແຫ່ງລັດ ການຝຶກອົບຮົມດັ່ງກ່າວແມ່ນເພື່ອຍົກລະດັບໃຫ້ພະນັກງານປະກອບເຂົ້າໃນການນໍາໃຊ້ເອກສານການວ່າຈ້າງທີ່ປຶກສາສໍາລັບການນໍາໃຊ້ງົບປະມານແຫ່ງລັດ, ສາມາດຈັດຕັ້ງປະຕິບັດໃນອານາຄົດ ຊື່ງນໍາສະເໜີໂດຍ ທ່ານ ຄໍາເພັດ ຈັນວົງນະລາດ ຊ່ຽວຊານອາວຸໂສດ້ານການຈັດຊື້-ຈັດຈ້າງ ຂອງທະນາຄານໂລກແມ່ນຊ່ຽວຊານຂອງທະນາຄານໂລກ ໂດຍການລົງເລີກຂັ້ນຕອນ ແລະ ວິທີການຮູບແບບການຈັດຈ້າງທີ່ປຶກສາ ດັ່ງນີ້: ການຈັດຈ້າງຄຸນນະພາບ ແລະ ລາຄາ (QCBS), ການຈັດຈ້າງສະເພາະຄຸນນະພາບ (QBS), ການຈັດຈ້າງຕາມງົບປະມານຕົວຈິງ (FBS), ການຈັດຈ້າງຕາມມູນຄ່າຕໍ່າ (LCS), ການຈັດຈ້າງຕາມຄຸນວຸດທິ (CQS) ແລະ ການຈັດຈ້າງແຫຼ່ງດຽວ (SSS).

ວັນທີອອກຂ່າວ: 20-06-2023