ppmd_samd@mof.gov.la 021 263-252

ປະກອບຄໍາເຫັນໃສ່ຮ່າງເອະສານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເອກະພາບ

2 ປີຜ່ານມາ

    ໃນວັນທີ 8 ເມສາ 2021 ທີ່ຫ້ອງປະຊຸມໂຮງແຮມລາວເທວ ນະຄອນຫຼວງວຽງຈັນ, ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ, ໄດ້ຈັດກອງປະຊຸມວິຊາການປະກອບຄໍາຄິດເຫັນໃສ່ຮ່າງເອກະສານຈັດຊື້–ຈັດຈ້າງດ້ວຍທຶນຂອງລັດ ສະບັບເອກະພາບ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ຈາກສະຫະພາບເອີຣົບຜ່ານທະນາຄານໂລກ.



    ກອງປະຊຸມໃນຄັ້ງນີ້, ເປີດກວ້າງໃຫ້ທຸກພາກສ່ວນປະກອບຄໍາເຫັນໃສ່ຕົວແບບເອກະສານປະມູນ 4 ສະບັບຄື: ເອກະສານປະມູນເປີດກວ້າງສໍາລັບວຽກກໍ່ສ້າງ ແລະ ສ້ອມແປງ, ເອກະສານປະມູນເປີດກວ້າງສໍາລັບວຽກຈັດຊື້ສິນຄ້າ, ເອກະສານສົມທຽບລາຄາສໍາລັບວຽກກໍ່ສ້າງ ແລະ ສ້ອມແປງ ແລະ ເອກະສານສົມທຽບລາຄາສໍາລັບວຽກຈັດຊື້ສິນຄ້າ.



ວັນທີອອກຂ່າວ: 16-10-2021