ppmd_samd@mof.gov.la 021 263-252

ກົມຄຸ້ມຄອງຊັບສິນແຫ່ງລັດ ເປີດນໍາໃຊ້ເວບໄຊ໌ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

1 ປີຜ່ານມາ

    ໃນວັນທີ 21 ເມສາ 2022 ກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ຈັດພິທີເປີດນໍາໃຊ້ເວບໄຊ໌ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຂຶ້ນທີ່ກະຊວງການເງິນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ອາເລັກຊັນເດີ ເຄຣເມີ (Alexander Kremer) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ທ່ານ ນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ແລະ ຄະນະພະແນກທີ່ມາຈາກບັນດາກົມອ້ອມຂ້າງກະຊວງການເງິນ ແລະ ບັນດາກະຊວງອ້ອມຂ້າງເຂົ້າຮ່ວມ.



    ໂອກາດດັ່ງກ່າວ, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ໃຫ້ຮູ້ວ່າ: ວຽກງານການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ແມ່ນມີຄວາມສໍາຄັນຫຼາຍຕໍ່ກັບການພັດທະນາເສດຖະກິດສັງຄົມແຫ່ງຊາດ ໃນ ສປປ ລາວ, ໃນນີ້, ວຽກງານການຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກໍ່ແມ່ນມາດຕະການໜຶ່ງ ທີ່ລັດຖະບານໃຫ້ຄວາມສໍາຄັນ, ໂດຍປະຕິບັດຕາມ ກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງດ້ວວຍທຶນຂອງລັດ ແລະ ແຜນງານຂອງທະນາຄານໂລກໃນການຊຸກຍູ້ການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ໂດຍການໃຫ້ທຶນຈາກສະຫະພາບເອີຣົບ ວຽກງານການຄຸ້ມຄອງການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ກໍ່ແມ່ນວຽກງານໜຶ່ງທີ່ນອນຢູ່ໃນແຜນງານດັ່ງກ່າວ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກອົງການ EU ຜ່ານ World Bank ເພື່ອມາພັດທະນາ ແລະ ປັບປຸງລະບົບການຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນກວ່າເກົ່າ, ຊຶ່ງຕາມກົດໝາຍ ແມ່ນກະຊວງການເງິນຮັບຜິດຊອບ, ໂດຍໄດ້ມອບໝາຍ ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ເປັນກົມວິຊາການຮັບຜິດຊອບ, ການພັດທະນາຫຼັກແມ່ນ ມີ 2 ໜ້າວຽກ ຄື: 1. ສ້າງຂີດຄວາມສາມາດໃນການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງວຽກງານຈັດຊື້-ຈັດຈ້າງໃຫ້ແກ່ພາກລັດ; 2. ວຽກງານຫັນເປັນທັນສະໄໝ ກໍ່ຄືການສ້າງເວບໄຊ໌ ເພື່ອເຜີຍແຜ່ ກົດໝາຍ ແລະ ລະບຽບການຈັດຕັ້ງປະຕິ ບັດກົດໝາຍໃຫ້ກ້ວາງຂວາງ ແລະ ບັນລຸຈຸດປະສົງ ແລະ ຫຼັກການ ຂອງກົດໝາຍຄື: ຮັບປະກັນດ້ານຫຼັກການ, ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມ, ສອດຄ່ອງກັບແຜນງົບປະມານແຫ່ງລັດ, ຮັບປະກັນຄວາມສະເໝີພາບ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້. ປັດຈຸບັນນີ້ການພັດທະນາເວບໄຊ໌ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແມ່ນໄດ້ພັດທະນາສຳເລັດແລ້ວ ຊື່ງມີຊື່ວ່າ: ppmd.mof.gov.la ຊຶ່ງໄດ້ເປີດນໍາໃຊ້ ແລະ ປະກາດໃຊ້ເປັນທາງການ ໃນວັນນີ້.<br> ພ້ອມກັນນັ້ນ, ໃນພິທີດັ່ງກ່າວ, ຕາງໜ້າຈາກຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ແລະ ຕາງໜ້າສະຖານທູດສະຫະພາບເອີຣົບ ປະຈໍາ ສປປ ລາວ ຍັງໄດ້ມີຄໍາເຫັນຕໍ່ການເປີດນໍາໃຊ້ເວບໄຊ໌ ດັ່ງກ່າວ ແລະ ທັງໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນ ໃນການນໍາໃຊ້ເວບໄຊ໌ ດັ່ງກ່າວ, ທັງຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງຂອງບັນດາປະເທດຕ່າງໆ ແລະ ແນະນໍາໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເປັນຕົ້ນການສ້າງຂີດຄວາມສາມາດໃຫ້ແກ່ໜ່ວຍງານການຈັດຊື້-ຈັດຈ້າງ, ສ້າງບັນດາເຄື່ອງມືທີ່ຈະອໍານວຍຄວາມສະດວກຕໍ່ວຽກງານຈັດຊື້-ຈັດຈ້າງ, ເຜີຍແຜ່ໃຫ້ສັງຄົມ ແລະ ທຸກພາກສ່ວນ ໄດ້ຮັບຮູ້ເຂົ້າໃຈ ສາມາດເຂົ້າໄດ້ ເຖິງຂໍ້ມູນຕ່າງໆ ແລະ ນໍາໄປຈັດຕັ້ງປະຕິບັດໄດ້ຖືກຕ້ອງຕາມລະບຽບກກົດໝາຍທີ່ກໍານົດໄວ້. ການເປີດນໍາໃຊ້ເວບໄຊ໌ ໃນຄັ້ງນີ້ ເປັນບາດກ້າວສໍາຄັນຂອງ ສປປ ລາວ ທີ່ຈະເຮັດໃຫ້ທຸກພາກສ່ວນສາມາດເຂົ້າໄດ້ເຖິງຂໍ້ມູນຕ່າງໆ ໃນວຽກງານການຈັດຊື້-ຈັດຈ້າງ.



ວັນທີອອກຂ່າວ: 25-04-2022