ກອງປະຊຸມວິຊາການກ່ຽວກັບວຽກງານຄຸ້ມຄອງ ແລະ ນໍາໃຊ້ເວັບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ
1 ອາທິດຜ່ານມາໃນວັນທີ 10 ມິຖຸນາ 2025, ເວລາ 08:30-12:00 ໂມງທີ່ຫ້ອງປະຊຸມຊັ້ນ G ຂອງຫ້ອງການທະນາຄານໂລກ, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມວິຊາການກ່ຽວກັບວຽກງານຄຸ້ມຄອງ ແລະ ນໍາໃຊ້ເວັບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ປະຈໍາໄຕມາດ (http://ppmd.mof.gov.la/) ໃນການທົບທວນຄືນຜົນການຈັດຕົ້ງປະຕິບັດຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອຜັນຂະຫຍາຍວຽກງານດັ່ງກ່າວໃຫ້ກວ້າງຂວາງກວ່າເກົ່າ. ກອງປະຊຸມໄດ້ດໍາເນີນ ແລະ ນໍາພາໂດຍ ພະແນກຄຸ້ມຄອງການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ (ຄຈລ), ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານໂລກ ແລະ ບັນດາກະຊວງ, ອົງການ ທີ່ເປັນຜູ້ນໍາໃຊ້ເວັບໄຊດັ່ງກ່າວ.

ໃນວັນທີ 10 ມິຖຸນາ 2025, ເວລາ 08:30-12:00 ໂມງທີ່ຫ້ອງປະຊຸມຊັ້ນ G ຂອງຫ້ອງການທະນາຄານໂລກ, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມວິຊາການກ່ຽວກັບວຽກງານຄຸ້ມຄອງ ແລະ ນໍາໃຊ້ເວັບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ປະຈໍາໄຕມາດ (http://ppmd.mof.gov.la/) ໃນການທົບທວນຄືນຜົນການຈັດຕົ້ງປະຕິບັດຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອຜັນຂະຫຍາຍວຽກງານດັ່ງກ່າວໃຫ້ກວ້າງຂວາງກວ່າເກົ່າ. ກອງປະຊຸມໄດ້ດໍາເນີນ ແລະ ນໍາພາໂດຍ ພະແນກຄຸ້ມຄອງການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ (ຄຈລ), ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານໂລກ ແລະ ບັນດາກະຊວງ, ອົງການ ທີ່ເປັນຜູ້ນໍາໃຊ້ເວັບໄຊດັ່ງກ່າວ.
ວັນທີອອກຂ່າວ: 10-06-2025