ppmd_samd@mof.gov.la 021 263-252

ກອງປະຊຸມວິຊາການກ່ຽວກັບການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາຄົງຄ້າງໃນການຈັດຕັ້ງປະຕິບັດກ່ຽວກັບການນໍາໃຊ້ເວບໄຊການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

4 ເດືອນຜ່ານມາ

    ໃນວັນທີ 12 ທັນວາ 2023, ເວລາ 13:30 ໂມງທີ່ຫ້ອງປະຊຸມຊັ້ນ G ຂອງຫ້ອງການທະນາຄານໂລກ, ກົມຄຸ້ມຄອງຊັບສິນ, ກະຊວງການເງິນໄດ້ຈັດກອງປະຊຸມຕິດຕາມຄວາມຄືບໜ້າການນໍາໃຊ້ເວບໄຊຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. ກອງປະຊຸມໄດ້ດໍາເນີນ ແລະ ນໍາພາໂດຍ ພະແນກຄຸ້ມຄອງການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ (ຄຈລ), ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານໂລກ ແລະ ບັນດາກະຊວງທີ່ເປັນຜູ້ນໍາໃຊ້ເວບໄຊດັ່ງກ່າວ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຜົນຂອງກອງປະຊຸມຄັ້ງວັນທີ 11 ສິງຫາ 2023 ແລະ ແລກປ່ຽນຄວາມຄິດເຫັນຕໍ່ກັບບັນຫາຄົງຄ້າງໃນການຈັດຕັ້ງປະຕິບັດນໍາໃຊ້ເວບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ວັນທີອອກຂ່າວ: 12-12-2023