ppmd_samd@mof.gov.la 021 263-252

ຝຶກອົບຮົມກ່ຽວກັບ ກົນໄກແກ້ໄຂການຮ້ອງທຸກ

1 ປີຜ່ານມາ

    ອີງຕາມກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ2017; ອີງຕາມ ແຜນງານຂອງໂຄງການ ປະຕິບັດຮູບການເງິນ ພາກລັດທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກອົງການ EU ແມ່ນທະນາຄານໂລກ ໃນການສະໜັບສະໜູນ ແຜນງານ ການປະຕິຮູບລະບົບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ; ອີງຕາມຂໍ້ຕົກລົງ ຂອງທ່ານ ລັດຖະມົນຕິກະຊວງການເງິນ ເລກທີິ 1435/ກງ, ລົງວັນທີ 24 ພຶດສະພາ 2022 ວ່າດ້ວຍ ການອະນຸມັດ ໃຫ້ຈັດການຝຶກອົບຮົມ ການແກ້ໄຂ້ການຮ້ອງທຸກກ່ຽວກັບການຈັດຊື້-ຈັດຈ້າງ.



    ສະນັ້ນ,ໃນວັນທີ 27 ພຶດສະພາ 2022 ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ຈັດຝຶກອົບຮົມກ່ຽວກັບ ກົນໄກແກ້ໄຂການຮ້ອງທຸກກ່ຽວກັບວຽກງານ ການຈັດຊື້-ຈັດຈ້າງທີ່ເກິດຂື້ນໃນຂັ້ນຕອນການຈັດຕັ້ງປະຕິບັດ ໂດຍການຮ່ວມ ຂອງທ່ານ Adu-Gyamfi Abunyewa, ຊ່ຽວຊານອາວຸໂສດ້ານການຈັດຊື້-ຈັດຈ້າງ, ຂອງທະນາຄານໂລກ, ທ່ານ Petr Trepte ຊ່ຽວຊານສາກົນຈັດຊື້-ຈັດຈ້າງຈາກທະນາຄານໂລກ, ມີບັນດາທ່ານຄະນະສະເພາະກິດທີ່ຖືກແຕ່ງຕັ້ງໂດຍກະຊວງການເງິນ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ. ການຝືກອົບຮົມຄັ້ງນີ້ຈະໄດ້ຮຽນຮູ້ ການນຳສະເໜີຄູ່ມືທົບທວນຂັ້ນຕອນການປະຕິບັດງານຂອງພະແນກ ຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ, ຝຶກອົບຮົມ ການນຳໃຊ້ແບບຟອມ PPMD1-8, ນຳສະເໜີ 1 - ການແນະນຳການປະຕິບັດງານຂອງຄະນະກຳມະການສະເພາະກິດແກ້ໄຂ້ການຮ້ອງທຸກ, ພ້ອມນັ້ນຍັງໄດ້ເຮັດວຽກເປັນກຸ່ມ ເພື່ອທົດລອງແກ້ໄຂຄຳຮ້ອງທຸກ ຕາມກໍລະນີທີ່ຄູຝຶກກຳນົດໃຫ້.



ວັນທີອອກຂ່າວ: 30-05-2022