ຝຶກອົບຮົມວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ
2 ອາທິດຜ່ານມາໃນວັນທີ 22 ມັງກອນ 2025 ເວລາ 80:30-16:30 ໂມງ ກອງທຶນສົ່ງເສີມ ຈນກ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານຈັດຊື້-ຈັດຈ້າງ ຂອງບັນດາຂອງບັນດາກົມ ແລະ ຂະແໜງຕ່າງໆທີ່ກ່ຽວຂ້ອງ ໂດຍການເປັນປະທານ ຂອງທ່ານ ປອ. ບຸນເພັງ ສີບຸນເຮືອງ ຜູ້ອໍານວຍການຂອງທຶນ. ຈຸດປະສົງຂອງກອງປະຊຸມແມ່ນເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ກົດໜາຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ຄໍາແນະນໍາການຈັດຕັ້ງປະຕິບັດກົດໜາຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ເວບໄຊການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ເອກະສານການປະມູນ ສະບັບເອກະພາບ ປີ 2021, ການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນໍາໃຊ້ເອກະສານການປະເມີນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ໃນວັນທີ 22 ມັງກອນ 2025 ເວລາ 80:30-16:30 ໂມງ ກອງທຶນສົ່ງເສີມ ຈນກ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານຈັດຊື້-ຈັດຈ້າງ ຂອງບັນດາຂອງບັນດາກົມ ແລະ ຂະແໜງຕ່າງໆທີ່ກ່ຽວຂ້ອງ ໂດຍການເປັນປະທານ ຂອງທ່ານ ປອ. ບຸນເພັງ ສີບຸນເຮືອງ ຜູ້ອໍານວຍການຂອງທຶນ. ຈຸດປະສົງຂອງກອງປະຊຸມແມ່ນເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ກົດໜາຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ຄໍາແນະນໍາການຈັດຕັ້ງປະຕິບັດກົດໜາຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ເວບໄຊການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ເອກະສານການປະມູນ ສະບັບເອກະພາບ ປີ 2021, ການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນໍາໃຊ້ເອກະສານການປະເມີນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ວັນທີອອກຂ່າວ: 22-01-2025