ເຜີຍແຜ່ ແລະ ຝຶກອົບຮົມວຽກງານຈັດຊື້ຕາມກອບຕົກລົງ ໃຫ້ ບັນດາ ບໍລິສັດ, ວິສາຫະກິດ, ຜູ້ໃຫ້ການບໍລິການສະໜອງສິນຄ້າ ແລະ ວັດຖຸອຸປະກອນ ຕ່າງໆ
1 ອາທິດຜ່ານມາໃນວັນທີ 21 ຕຸລາ 2025, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງ ການເງິນ ສືບຕໍ່ ກອງປະຊຸມ ເຜີຍແຜ່ ແລະ ຝຶກອົບຮົມວຽກງານຈັດຊື້ຕາມກອບ ຕົກລົງ (FA) ໃຫ້ບັນດາ ບໍລິສັດ, ວິສາຫະກິດ, ຜູ້ໃຫ້ການບໍລິການສະໜອງສິນຄ້າ ແລະ ວັດຖຸອຸປະກອນຕ່າງໆ ໂດຍການເປັນປະທານຂອງທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ມີ ຄະນະຊ່ຽວຊານຕາງໜ້າຈາກຫ້ອງການທະນາຄານໂລກ, ຜູ້ອໍານວຍການ ແລະ ຜູ້ຕາງໜ້າບໍລິສັດ ພ້ອມດ້ວຍ ແຂກຖືກເຊີນເຂົ້າຮ່ວມ. ສຳລັບວຽກຈັດຊື້ຕາມກອບຕົກລົງ ແມ່ນການຕົກລົງລະຫວ່າງເຈົ້າຂອງໂຄງການ ຫຼື ຜູ້ຈັດຊື້-ຈັດຈ້າງ ກັບໜຶ່ງ ຫຼື ຫຼາຍຜູ້ສະໜອງສິນຄ້າ, ຜູ້ບໍລິການວຽກງານ ເພື່ອເປັນບ່ອນອີງໃນການຊື້ສິນຄ້າ ຊຶ້ວັດຖຸປະກອນ ບໍາລຸງຮັກສາ ຫຼື ບໍລິການວຽກງານໃນກອບເວລາໃດໜຶ່ງ ຫຼື ລະຫວ່າງ 2 ຫາ 3 ປີ ໂດຍການຄາດຄະເນລາຄາ, ຄຸນນະພາບ ແລະ ປະລິມານໃນແຕ່ລະໄລຍະ ເງື່ອນໄຂຂອງການຈັດຊື້ຕາມກອບຕົກລົງ 04 ສະບັບ ແມ່ນຈະໄດ້ກຳນົດໄວ້ໃນສັນຍາ ແລະ ໄດ້ກຳນົດໃນຄູ່ມືຈັດຊື້-ຈັດຈ້າງ ດ້ວຍທຶນຂອງ ຜູ້ໃຫ້ການບໍລິການສະໜອງສິນຄ້າ ແລະ ວັດຖຸອຸປະກອນຕ່າງໆ. ແຕ່ເມື່ອກວດກາເບິ່ງແລ້ວ ເຫັນວ່າລາຄາທີ່ຈັດຊື້ຂອງແຕ່ລະບໍລິສັດ ແລະ ວິສາຫະກິດ, ຜູ້ໃຫ້ການບໍລິການສະໜອງສິນຄ້າ ແມ່ນມີຄວາມແຕກຕ່າງກັນ ທັງໆທີ່ສິ່ງທີ່ຊື້ແມ່ນອັນດຽວກັນ. ສະນັ້ນ, ກະຊວງການເງິນ ໄດ້ເຮັດວຽກກັບທະນາຄານ ແລະ ສະເໜີໃຫ້ທະນາຄານໂລກ ສ້າງເອກະສານ ເພື່ອມາຈັດຕັ້ງປະຕິບັດປະມູນສິ່ງດັ່ງກ່າວ ທີ່ຕ້ອງຈັດຊື້ອັນເກົ່າ ທຸກປີປົກະຕິ ຕໍ່ເນື່ອງ ເພື່ອໃຫ້ມີຄວາມປະຫຍັດງົບປະມານ, ປະຢັດເວລາ ແລະ ຫຼຸດຜ່ອນຂັ້ນຕອນຂະບວນການຈັດຊື້-ຈັດຈ້າງ, ໃຫ້ມີປະສິດທິຜົນ ແລະ ວ່ອງໄວ. ໂອກາດນີ້ ທ່ານ ສົມບູນ ແກ່ນປະເສີດ ມີຄຳເຫັນໂອ້ລົມວ່າ: ການເຜີຍແຜ່ ແລະ ຝຶກອົບຮົມວຽກງານຈັດຊື້ຕາມກອບ ຕົກລົງ (FA) ໃນຄັ້ງນີ້ ແມ່ນເພື່ອ ຮຽນຮູ້ການຈັດຕັ້ງປະຕິບັດຕົວຈິງ ພ້ອມທັງແລກປ່ຽນຄຳຄິດຄຳເຫັນ ແລະ ທົບທວນຄືນກ່ຽວກັບ ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການນຳໃຊ້ເອກະສານ 04 ສະບັບ (FA) ຈະເປັນພື້ນຖານອັນດີໃຫ້ແກ່ທຸກພາກສ່ວນ ໄດ້ນໍາໄປຜັນຂະຫຍາຍ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃນຂະແໜງການຕ່າງໆ ພ້ອມດຽວກັນນັ້ນ ສະເໜີໃຫ້ບັນດາຜູ້ຕາງໜ້າ ພ້ອມກັນຕັ້ງໜ້າຮັບເອົາຄວາມຮູ້, ບົດຮຽນ, ຕັ້ງຄຳຖາມເຈາະຈີ້ມ, ປະກອບຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ ນຳເອົາຄວາມຮູ້, ປະສົບການ ຈາກຜູ້ບັນຍາຍ ນຳໄປຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນໜ້າວຽກຕົວຈິງ ຢ່າງມີປະສິດທິຜົນ ແລະ ເຫັນຜົນປະໂຫຍດສູງສຸດ. ກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ໂຄງການປັບປຸງຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ.
ໃນວັນທີ 21 ຕຸລາ 2025, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງ ການເງິນ ສືບຕໍ່ ກອງປະຊຸມ ເຜີຍແຜ່ ແລະ ຝຶກອົບຮົມວຽກງານຈັດຊື້ຕາມກອບ ຕົກລົງ (FA) ໃຫ້ບັນດາ ບໍລິສັດ, ວິສາຫະກິດ, ຜູ້ໃຫ້ການບໍລິການສະໜອງສິນຄ້າ ແລະ ວັດຖຸອຸປະກອນຕ່າງໆ ໂດຍການເປັນປະທານຂອງທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ມີ ຄະນະຊ່ຽວຊານຕາງໜ້າຈາກຫ້ອງການທະນາຄານໂລກ, ຜູ້ອໍານວຍການ ແລະ ຜູ້ຕາງໜ້າບໍລິສັດ ພ້ອມດ້ວຍ ແຂກຖືກເຊີນເຂົ້າຮ່ວມ. ສຳລັບວຽກຈັດຊື້ຕາມກອບຕົກລົງ ແມ່ນການຕົກລົງລະຫວ່າງເຈົ້າຂອງໂຄງການ ຫຼື ຜູ້ຈັດຊື້-ຈັດຈ້າງ ກັບໜຶ່ງ ຫຼື ຫຼາຍຜູ້ສະໜອງສິນຄ້າ, ຜູ້ບໍລິການວຽກງານ ເພື່ອເປັນບ່ອນອີງໃນການຊື້ສິນຄ້າ ຊຶ້ວັດຖຸປະກອນ ບໍາລຸງຮັກສາ ຫຼື ບໍລິການວຽກງານໃນກອບເວລາໃດໜຶ່ງ ຫຼື ລະຫວ່າງ 2 ຫາ 3 ປີ ໂດຍການຄາດຄະເນລາຄາ, ຄຸນນະພາບ ແລະ ປະລິມານໃນແຕ່ລະໄລຍະ ເງື່ອນໄຂຂອງການຈັດຊື້ຕາມກອບຕົກລົງ 04 ສະບັບ ແມ່ນຈະໄດ້ກຳນົດໄວ້ໃນສັນຍາ ແລະ ໄດ້ກຳນົດໃນຄູ່ມືຈັດຊື້-ຈັດຈ້າງ ດ້ວຍທຶນຂອງ ຜູ້ໃຫ້ການບໍລິການສະໜອງສິນຄ້າ ແລະ ວັດຖຸອຸປະກອນຕ່າງໆ. ແຕ່ເມື່ອກວດກາເບິ່ງແລ້ວ ເຫັນວ່າລາຄາທີ່ຈັດຊື້ຂອງແຕ່ລະບໍລິສັດ ແລະ ວິສາຫະກິດ, ຜູ້ໃຫ້ການບໍລິການສະໜອງສິນຄ້າ ແມ່ນມີຄວາມແຕກຕ່າງກັນ ທັງໆທີ່ສິ່ງທີ່ຊື້ແມ່ນອັນດຽວກັນ. ສະນັ້ນ, ກະຊວງການເງິນ ໄດ້ເຮັດວຽກກັບທະນາຄານ ແລະ ສະເໜີໃຫ້ທະນາຄານໂລກ ສ້າງເອກະສານ ເພື່ອມາຈັດຕັ້ງປະຕິບັດປະມູນສິ່ງດັ່ງກ່າວ ທີ່ຕ້ອງຈັດຊື້ອັນເກົ່າ ທຸກປີປົກະຕິ ຕໍ່ເນື່ອງ ເພື່ອໃຫ້ມີຄວາມປະຫຍັດງົບປະມານ, ປະຢັດເວລາ ແລະ ຫຼຸດຜ່ອນຂັ້ນຕອນຂະບວນການຈັດຊື້-ຈັດຈ້າງ, ໃຫ້ມີປະສິດທິຜົນ ແລະ ວ່ອງໄວ. ໂອກາດນີ້ ທ່ານ ສົມບູນ ແກ່ນປະເສີດ ມີຄຳເຫັນໂອ້ລົມວ່າ: ການເຜີຍແຜ່ ແລະ ຝຶກອົບຮົມວຽກງານຈັດຊື້ຕາມກອບ ຕົກລົງ (FA) ໃນຄັ້ງນີ້ ແມ່ນເພື່ອ ຮຽນຮູ້ການຈັດຕັ້ງປະຕິບັດຕົວຈິງ ພ້ອມທັງແລກປ່ຽນຄຳຄິດຄຳເຫັນ ແລະ ທົບທວນຄືນກ່ຽວກັບ ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການນຳໃຊ້ເອກະສານ 04 ສະບັບ (FA) ຈະເປັນພື້ນຖານອັນດີໃຫ້ແກ່ທຸກພາກສ່ວນ ໄດ້ນໍາໄປຜັນຂະຫຍາຍ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃນຂະແໜງການຕ່າງໆ ພ້ອມດຽວກັນນັ້ນ ສະເໜີໃຫ້ບັນດາຜູ້ຕາງໜ້າ ພ້ອມກັນຕັ້ງໜ້າຮັບເອົາຄວາມຮູ້, ບົດຮຽນ, ຕັ້ງຄຳຖາມເຈາະຈີ້ມ, ປະກອບຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ ນຳເອົາຄວາມຮູ້, ປະສົບການ ຈາກຜູ້ບັນຍາຍ ນຳໄປຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນໜ້າວຽກຕົວຈິງ ຢ່າງມີປະສິດທິຜົນ ແລະ ເຫັນຜົນປະໂຫຍດສູງສຸດ. ກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ໂຄງການປັບປຸງຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ.
ວັນທີອອກຂ່າວ: 21-10-2025