ກອງປະຊຸມປຶກສາຫາລືຄົ້ນຄວ້າການອອກແບບ, ພັດທະນາ ແລະ ຄະນະວິຊາການຈັດຊື້-ຈັດຈ້າງ ລະບົບຄຸ້ມຄອງການລົງທຶນຂອງລັດ ແລະ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ (Lao PIPMIS)
1 ອາທິດຜ່ານມາໃນວັນທີ 12 ກັນຍາ 2025 ເວລາ 13:30 ໂມງ ທີ່ຫ້ອງປະຊຸມ ຊັ້ນ 04 ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງ ການເງິນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບການຈັດຊື້-ຈັດຈ້າງດ້ວຍລະບົບເອເລັກໂຕນິກ ແລະ ຮັບຟັງການນໍາສະເໜີລະບົບການຄຸ້ມຄອງວຽກງານຈັດຊື້-ຈັດຈ້າງດ້ວຍເອເລັດໂຕນິກ ພານໃຕ້ການເປັນປະທານຂອງທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໂດຍມີຕາງໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ຕາງໜ້າບັນດາພະແນກອ້ອມຂ້າງກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ແລະ ຕາງໜ້າຈາກຜູ້ພັດທະນາລະບົບ. ພາຍຫຼັງປະທານກອງປະຊຸມໄດ້ສະເໜີຈຸດປະສົງແລ້ວ; ຕ່າງໜ້າຈາກກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ແຈ້ງຈຸດປະສົງການສ້າງລະບົບ ແລະ ຜູ້ພັດທະນານໍາສະເໜີຮູບແບບການພັດທະນາລະບົບທີ່ສາມາດເຊື່ອຕໍ່ແຕ່ຂັ້ນຕອນການປະເມີນໂຄງການ, ຂັ້ນຕອນການເອົາ ເຂົ້າແຜນສະພາຮັບຮອງ, ຂັ້ນຕອນການຈັດຊື້-ຈັດຈ້າງ, ຂັ້ນຕອນການຈົດທະບຽນສັນຍາ ແລະ ຂັ້ນຕອນການເບີກຈ່າຍງົບປະມານ ເຊິ່ງເປັນລະບົບທີ່ທັນສະໄໝ.

ໃນວັນທີ 12 ກັນຍາ 2025 ເວລາ 13:30 ໂມງ ທີ່ຫ້ອງປະຊຸມ ຊັ້ນ 04 ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງ ການເງິນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບການຈັດຊື້-ຈັດຈ້າງດ້ວຍລະບົບເອເລັກໂຕນິກ ແລະ ຮັບຟັງການນໍາສະເໜີລະບົບການຄຸ້ມຄອງວຽກງານຈັດຊື້-ຈັດຈ້າງດ້ວຍເອເລັດໂຕນິກ ພານໃຕ້ການເປັນປະທານຂອງທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໂດຍມີຕາງໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ຕາງໜ້າບັນດາພະແນກອ້ອມຂ້າງກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ແລະ ຕາງໜ້າຈາກຜູ້ພັດທະນາລະບົບ. ພາຍຫຼັງປະທານກອງປະຊຸມໄດ້ສະເໜີຈຸດປະສົງແລ້ວ; ຕ່າງໜ້າຈາກກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ແຈ້ງຈຸດປະສົງການສ້າງລະບົບ ແລະ ຜູ້ພັດທະນານໍາສະເໜີຮູບແບບການພັດທະນາລະບົບທີ່ສາມາດເຊື່ອຕໍ່ແຕ່ຂັ້ນຕອນການປະເມີນໂຄງການ, ຂັ້ນຕອນການເອົາ ເຂົ້າແຜນສະພາຮັບຮອງ, ຂັ້ນຕອນການຈັດຊື້-ຈັດຈ້າງ, ຂັ້ນຕອນການຈົດທະບຽນສັນຍາ ແລະ ຂັ້ນຕອນການເບີກຈ່າຍງົບປະມານ ເຊິ່ງເປັນລະບົບທີ່ທັນສະໄໝ.
ວັນທີອອກຂ່າວ: 12-09-2025