ກອງປະຊຸມຝຶກອົບຮົມວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ
1 ອາທິດຜ່ານມາໃນລະຫວ່າງວັນທີ 16-18 ກັນຍາ 2025 ເວລາ 08:30-16:00 ໂມງ ໄດ້ຈັດກອງປະຊຸມຝຶກອົບຮົມ ວຽກງານການຈັດຊື້-ຈັດຈ້າງຂື້ນ ທີ່ ຫ້ອງປະຊຸມ ພະແນກການເງິນ ແຂວງ ບໍລິຄຳໄຊ ພາຍໃຕ້ໂຄງການ LUXDEV LAO-338 ຮ່ວມກັບພະແນກການເງິນແຂວງ ການຝຶກອົບຮົມ ວຽກງານການຈັດຊື້-ຈັດຈ້າງຄັ້ງນີ້ແມ່ນເນັ້ນໃສ່ຂັ້ນຕອນປະຕິບັດການນຳໃຊ້ເອກະສານປະມູນແຕ່ລະຮູບແບບ, ການຄຸ້ມຄອງສັນຍາ, ຈັນຍາບັນຂອງນັກຈັດຊື້-ຈັດຈ້າງ, ເອກະສານການປະເມີນການປະມູນ ແລະ ຄູ່ມືການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ກັບພະນັກງານຂັ້ນແຂວງ ແລະ ເມືອງທີ່ເຮັດວຽກຕິດພັນກັບໂຄງການ LUXDEV LAO-338 ມີຜູ້ເຂົ້າຮ່ວມຈາກພະແນກການຕ່າງໆ ແລະ ບັນດາເມືອງທີ່ນອນຢູ່ໃນເປົ້າໝາຍຂອງໂຄງການດັ່ງກ່າວ ການຝຶກອົບຮົມບັນລະຍາຍ ໂດຍທ່ານ ພິມພາ ພົມມະວົງ ຫົວໜ້າພະແນກຄຸ້ມຄອງການປະຕິບັດສັນຍາດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ.

ໃນລະຫວ່າງວັນທີ 16-18 ກັນຍາ 2025 ເວລາ 08:30-16:00 ໂມງ ໄດ້ຈັດກອງປະຊຸມຝຶກອົບຮົມ ວຽກງານການຈັດຊື້-ຈັດຈ້າງຂື້ນ ທີ່ ຫ້ອງປະຊຸມ ພະແນກການເງິນ ແຂວງ ບໍລິຄຳໄຊ ພາຍໃຕ້ໂຄງການ LUXDEV LAO-338 ຮ່ວມກັບພະແນກການເງິນແຂວງ ການຝຶກອົບຮົມ ວຽກງານການຈັດຊື້-ຈັດຈ້າງຄັ້ງນີ້ແມ່ນເນັ້ນໃສ່ຂັ້ນຕອນປະຕິບັດການນຳໃຊ້ເອກະສານປະມູນແຕ່ລະຮູບແບບ, ການຄຸ້ມຄອງສັນຍາ, ຈັນຍາບັນຂອງນັກຈັດຊື້-ຈັດຈ້າງ, ເອກະສານການປະເມີນການປະມູນ ແລະ ຄູ່ມືການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ກັບພະນັກງານຂັ້ນແຂວງ ແລະ ເມືອງທີ່ເຮັດວຽກຕິດພັນກັບໂຄງການ LUXDEV LAO-338 ມີຜູ້ເຂົ້າຮ່ວມຈາກພະແນກການຕ່າງໆ ແລະ ບັນດາເມືອງທີ່ນອນຢູ່ໃນເປົ້າໝາຍຂອງໂຄງການດັ່ງກ່າວ ການຝຶກອົບຮົມບັນລະຍາຍ ໂດຍທ່ານ ພິມພາ ພົມມະວົງ ຫົວໜ້າພະແນກຄຸ້ມຄອງການປະຕິບັດສັນຍາດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ.
ວັນທີອອກຂ່າວ: 16-09-2025