ppmd_samd@mof.gov.la 021 263-252

ຂັ້ນຕອນການຈັດຕັ້ງປະຕິບັດຕົວຈິງການປະມູນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

1 ອາທິດຜ່ານມາ

    ໃນວັນທີ 02 ກັນຍາ 2025 ເວລາ 08:30 – 16: 00 ໂມງ ໄດ້ຈັດການຝຶກອົບຮົມ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ທີ່ຫ້ອງປະຊຸມ ສະຖາບັນເສດຖະກິດ-ການເງິນ (ຕຶກ D) ນະຄອນຫຼວງວຽງຈັນ. ໄດ້ແບ່ງກຸ່ມ ເພື່ອນໍາໃຊ້ເອກະສານການປະມູນ ແລະ ຂັ້ນຕອນການຈັດຊື້-ຈັດຈ້າງ ຕົວຈິງ, ກຸ່ມ ທີ 3 ປະກອບດ້ວຍ ບັນດາຄູອາຈານຈາກສະຖາບັນເສດຖະກິດ-ການເງິນ (ພາກເໜືອ) ໄດ້ຈັດຕັ້ງປະຕິບັດການຈັດຊື້ອຸປະກອນການຮຽນ-ການສອນ ມູນຄ່າ 620,000, 000 ກີບ ໂດຍນໍາໃຊ້ເອກະສານການປະມູນສະບັບເອກະພາບ (ການປະມູນເປີດກວ້າງ) ໄລຍະເວລາໃນການປະກາດການປະມູນແມ່ນຢ່າງໜ້ອຍ 35 ວັນ (ໝາຍເຖິງວັນຕາມປີປະຕິທິນ) ນໍາໃຊ້ເອກະສານຕ່າງໆ ພ້ອມທັງ ເຮັດບົດບັນທຶກການເປີດຊອງປະມູນ, ບົດບັນທືກປະເມີນຜົນການປະມູນ, ເອກະສານປະກາດຜູ້ຊະນະ, ບໍ່ຊະນະການປະມູນ ແລະ ບົດບັນທຶກການກວດກາມອບ-ຮັບ 100%.

ວັນທີອອກຂ່າວ: 02-09-2025