ການຈັດຕັ້ງປະຕິບັດຕົວຈິງວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ
1 ອາທິດຜ່ານມາໃນວັນທີ 02 ກັນຍາ 2025 ເວລາ 80:30-16:00 ໂມງ ທີ່ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ ໄດ້ຈັດການຝຶກອົບຮົມ ວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ໄດ້ແນະນໍາການຈັດຕັ້ງປະຕິບັດການນໍາໃຊ້ຕົວຈິງດ້ານເອກະສານການປະມູນ ແລະ ຂັ້ນຕອນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ນັບແຕ່ຕັ້ງການນໍາໃຊ້ຊຸດເອກະສານການປະມູນສະບັບເອກະພາບ ຈົນຮອດຂັ້ນຕອນການປະກອບເອກະສານສຳເລັດການຈັດຊື້-ຈັດຈ້າງ ໂດຍແບ່ງອອກເປັນ 3 ກຸ່ມເຮັດວຽກ (3 ຫົວຂໍ້ແຕກຕ່າງກັນ) ໃຫ້ແກ່ພະນັກງານ-ລັດຖະກອນ ຄູອາຈານ 3 ສະຖາບັນ ທີ່ຂື້້ນກັບກະຊວງການເງິນ. ພາກໃຕ້ ໂດຍການບັນລະຍາຍ ຂອງທ່ານ ທິວາກອນ ສຸລິຈັກ ຮອງຫົວໜ້າພະແນກ ແລະ ທ່ານ ພວງສຸວັນ ລົດຖິ່ນໄຊ ວິຊາການ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດເຂົ້າໃຈເລີກເຊິງດ້ານການນໍາໃຊ້ເອກະສານ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ໃນວັນທີ 02 ກັນຍາ 2025 ເວລາ 80:30-16:00 ໂມງ ທີ່ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ ໄດ້ຈັດການຝຶກອົບຮົມ ວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ໄດ້ແນະນໍາການຈັດຕັ້ງປະຕິບັດການນໍາໃຊ້ຕົວຈິງດ້ານເອກະສານການປະມູນ ແລະ ຂັ້ນຕອນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ນັບແຕ່ຕັ້ງການນໍາໃຊ້ຊຸດເອກະສານການປະມູນສະບັບເອກະພາບ ຈົນຮອດຂັ້ນຕອນການປະກອບເອກະສານສຳເລັດການຈັດຊື້-ຈັດຈ້າງ ໂດຍແບ່ງອອກເປັນ 3 ກຸ່ມເຮັດວຽກ (3 ຫົວຂໍ້ແຕກຕ່າງກັນ) ໃຫ້ແກ່ພະນັກງານ-ລັດຖະກອນ ຄູອາຈານ 3 ສະຖາບັນ ທີ່ຂື້້ນກັບກະຊວງການເງິນ. ພາກໃຕ້ ໂດຍການບັນລະຍາຍ ຂອງທ່ານ ທິວາກອນ ສຸລິຈັກ ຮອງຫົວໜ້າພະແນກ ແລະ ທ່ານ ພວງສຸວັນ ລົດຖິ່ນໄຊ ວິຊາການ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດເຂົ້າໃຈເລີກເຊິງດ້ານການນໍາໃຊ້ເອກະສານ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ວັນທີອອກຂ່າວ: 02-09-2025