ppmd_samd@mof.gov.la 021 263-252

ຂັ້ນຕອນການຈັດຕັ້ງປະຕິບັດການປະມູນຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ແບບຟອມຕ່າງໆ

2 ອາທິດຜ່ານມາ

    ໃນວັນທີ 01 ກັນຍາ 2025 ເວລາ 80:30-16:00 ໂມງ ໄດ້ຈັດກອງປະຊຸມຝຶກອົບຮົມ ການຈັດຊື້-ຈັດຈ້າງ ທີ່ ຫ້ອງປະຊຸມ ສະຖາບັນເສດຖະກິດ-ການເງິນ (ຕຶກ D) ນະຄອນຫຼວງວຽງຈັນ, ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ໜັງສືແຈ້ງເຊີນປະມູນ (ແບບເປີດກວ້າງ ແລະ ສົມທຽບລາຄາ), ໃບສະເໜີລາຄາ, ບົດບັນທຶກເປີດຊອງປະມູນ ແລະ ການປະເມີນການປະມູນ, ມີຜູ້ເຂົ້າຮ່ວມ ຈາກ ສະຖາບັນເສດຖະກິດ-ການເງິນ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກເໜືອ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກໃຕ້ ໂດຍການບັນລະຍາຍ ຂອງທ່ານ ທິວາກອນ ສຸລິຈັກ ຮອງຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງກອງຝຶກອົບຮົມ ເພື່ອໃຫ້ເຂົ້າໃຈເລີກເຊິງດ້ານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ວັນທີອອກຂ່າວ: 01-09-2025