ppmd_samd@mof.gov.la 021 263-252

ກົນໄກການຮ້ອງທຸກ ວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

2 ອາທິດຜ່ານມາ

    ໃນວັນທີ 29 ສິງຫາ 2025 ເວລາ 80:30-16:00 ໂມງ ໄດ້ຈັດກອງປະຊຸມຝຶກອົບຮົມ ການຈັດຊື້-ຈັດຈ້າງ ທີ່ ຫ້ອງປະຊຸມ ສະຖາບັນເສດຖະກິດ-ການເງິນ (ຕຶກ D) ນະຄອນຫຼວງວຽງຈັນ, ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມ ກົນໄກການຮ້ອງທຸກວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ເອກະສານກົນໄກການຮ້ອງທຸກ ການຈັດຊື້-ຈັດຈ້າງ, ການນໍາໃຊ້ 10 ແບບຟອມ ການຈັດຊື້-ຈັດຈ້າງ, ມີຜູ້ເຂົ້າຮ່ວມ ຈາກ ສະຖາບັນເສດຖະກິດ-ການເງິນ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກເໜືອ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກໃຕ້ ໂດຍການບັນລະຍາຍ ຂອງທ່ານ ນາງ ອາລຸນນີ ມະນີປະກອນ ຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງກອງຝຶກອົບຮົມ ເພື່ອໃຫ້ເຂົ້າໃຈເລີກເຊິງດ້ານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ວັນທີອອກຂ່າວ: 29-08-2025