ເອກະສານການປະມູນ ສະບັບເອກະພາບ 4 ສະບັບ
2 ອາທິດຜ່ານມາໃນວັນທີ 28 ສິງຫາ 2025 ເວລາ 80:30-16:00 ໂມງ ໄດ້ຈັດກອງປະຊຸມຝຶກອົບຮົມ ການຈັດຊື້-ຈັດຈ້າງ ທີ່ ຫ້ອງປະຊຸມ ສະຖາບັນເສດຖະກິດ-ການເງິນ (ຕຶກ D) ນະຄອນຫຼວງວຽງຈັນ, ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມ ເອກະສານການປະມູນ ສະບັບເອກະພາບ 4 ສະບັບ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ເອກະສານປະມູນເປີດກວ້າງສຳລັບການຈັດຊື້ການກໍ່ສ້າງ ແລະ/ຫຼື ສ້ອມແປງ, ເອກະສານປະມູນແບບສົມທຽບລາຄາສຳລັບການຈັດຊື້ ການກໍ່ສ້າງ ແລະ/ຫຼື ສ້ອມແປງ, ເອກະສານປະມູນເປີດກວ້າງສຳລັບການຈັດຊື້ສິນຄ້າ ຫລື ການບໍລິການວຽກງານ, ເອກະສານປະມູນແບບສົມທຽບລາຄາ ສຳລັບການຈັດຊື້ສິນຄ້າ ແລະ/ຫຼື ການບໍລິການວຽກງານ, ມີຜູ້ເຂົ້າຮ່ວມ ຈາກ ສະຖາບັນເສດຖະກິດ-ການເງິນ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກເໜືອ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກໃຕ້ ໂດຍການບັນລະຍາຍ ຂອງທ່ານ ຫົງຄໍາ ບຸດດາຄໍາ ຮອງຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງກອງຝຶກອົບຮົມ ເພື່ອໃຫ້ເຂົ້າໃຈເລີກເຊິງດ້ານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ໃນວັນທີ 28 ສິງຫາ 2025 ເວລາ 80:30-16:00 ໂມງ ໄດ້ຈັດກອງປະຊຸມຝຶກອົບຮົມ ການຈັດຊື້-ຈັດຈ້າງ ທີ່ ຫ້ອງປະຊຸມ ສະຖາບັນເສດຖະກິດ-ການເງິນ (ຕຶກ D) ນະຄອນຫຼວງວຽງຈັນ, ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມ ເອກະສານການປະມູນ ສະບັບເອກະພາບ 4 ສະບັບ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ເອກະສານປະມູນເປີດກວ້າງສຳລັບການຈັດຊື້ການກໍ່ສ້າງ ແລະ/ຫຼື ສ້ອມແປງ, ເອກະສານປະມູນແບບສົມທຽບລາຄາສຳລັບການຈັດຊື້ ການກໍ່ສ້າງ ແລະ/ຫຼື ສ້ອມແປງ, ເອກະສານປະມູນເປີດກວ້າງສຳລັບການຈັດຊື້ສິນຄ້າ ຫລື ການບໍລິການວຽກງານ, ເອກະສານປະມູນແບບສົມທຽບລາຄາ ສຳລັບການຈັດຊື້ສິນຄ້າ ແລະ/ຫຼື ການບໍລິການວຽກງານ, ມີຜູ້ເຂົ້າຮ່ວມ ຈາກ ສະຖາບັນເສດຖະກິດ-ການເງິນ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກເໜືອ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກໃຕ້ ໂດຍການບັນລະຍາຍ ຂອງທ່ານ ຫົງຄໍາ ບຸດດາຄໍາ ຮອງຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງກອງຝຶກອົບຮົມ ເພື່ອໃຫ້ເຂົ້າໃຈເລີກເຊິງດ້ານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ວັນທີອອກຂ່າວ: 28-08-2025