ການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ
2 ອາທິດຜ່ານມາໃນວັນທີ 26 ສິງຫາ 2025 ເວລາ 80:30-16:00 ໂມງ ໄດ້ຈັດກອງປະຊຸມຝຶກອົບຮົມ ການຈັດຊື້-ຈັດຈ້າງ ທີ່ ຫ້ອງປະຊຸມ ສະຖາບັນເສດຖະກິດ-ການເງິນ (ຕຶກ D) ນະຄອນຫຼວງວຽງຈັນ, ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມ ການສ້າງແຜນ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ນໍາສະເໜີວິດີໂອ ຈັດຊື້-ຈັດຈ້າງ, ການສ້າງແຜນຈັດຊື້-ຈັດຈ້າງ ປະຈໍາປີ (ລວມ), ການສ້າງແຜນຈັດຊື້-ຈັດຈ້າງ ປະຈໍາປີ (ລະອຽດ), ມີຜູ້ເຂົ້າຮ່ວມ ຈາກ ສະຖາບັນເສດຖະກິດ-ການເງິນ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກເໜືອ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກໃຕ້ ໂດຍການບັນລະຍາຍ ຂອງທ່ານ ນາງ ອາລຸນນີ ມະນີປະກອນ ຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງກອງຝຶກອົບຮົມ ເພື່ອໃຫ້ເຂົ້າໃຈເລີກເຊິງດ້ານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ໃນວັນທີ 26 ສິງຫາ 2025 ເວລາ 80:30-16:00 ໂມງ ໄດ້ຈັດກອງປະຊຸມຝຶກອົບຮົມ ການຈັດຊື້-ຈັດຈ້າງ ທີ່ ຫ້ອງປະຊຸມ ສະຖາບັນເສດຖະກິດ-ການເງິນ (ຕຶກ D) ນະຄອນຫຼວງວຽງຈັນ, ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມ ການສ້າງແຜນ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ນໍາສະເໜີວິດີໂອ ຈັດຊື້-ຈັດຈ້າງ, ການສ້າງແຜນຈັດຊື້-ຈັດຈ້າງ ປະຈໍາປີ (ລວມ), ການສ້າງແຜນຈັດຊື້-ຈັດຈ້າງ ປະຈໍາປີ (ລະອຽດ), ມີຜູ້ເຂົ້າຮ່ວມ ຈາກ ສະຖາບັນເສດຖະກິດ-ການເງິນ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກເໜືອ, ສະຖາບັນເສດຖະກິດ-ການເງິນ ສາຂາ ພາກໃຕ້ ໂດຍການບັນລະຍາຍ ຂອງທ່ານ ນາງ ອາລຸນນີ ມະນີປະກອນ ຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງກອງຝຶກອົບຮົມ ເພື່ອໃຫ້ເຂົ້າໃຈເລີກເຊິງດ້ານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ວັນທີອອກຂ່າວ: 26-08-2025