ppmd_samd@mof.gov.la 021 263-252

ກອງປະຊຸມເຜີຍແຜ່ໂອກາດການເຂົ້າເຖິງການປະມູນ ແລະ ລະບຽບການຫຼັກດານກ່ຽວກັບການກະກຽມເອກະສານປະມູນສໍາລັບພາກເອກະຊົນ

1 ອາທິດຜ່ານມາ

    ໃນວັນທີ 17 ພະຈິກ 2026 ທີ່ໂຮງແຮມຄາວພາຊ້າ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ ຮ່ວມກັບ WB ແລະ ADB ໄດ້ຈັດກອງປະຊຸມເຜີຍແຜ່ໂອກາດການເຂົ້າເຖິງການປະມູນ ແລະ ລະບຽບການຫຼັກດານກ່ຽວກັບການກະກຽມເອກະສານປະມູນສໍາລັບພາກເອກະຊົນ ຂື້ນຢ່າງເປັນທາງການ ໂດຍມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ບັນດາວິສາຫະກິດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນເວທີສຳຄັນໃນການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບແຜນງານ, ໂຄງການລົງທຶນ ຕະຫຼອດຈົນເຖິງໂອກາດໃນການເຂົ້າຮ່ວມການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ແຫຼ່ງທຶນສາກົນ ເຊັ່ນ: WB ແລະ ADB ເພື່ອໃຫ້ພາກທຸລະກິດລາວ ແລະ ພາກທຸລະກິດສາກົນ ສາມາດເຂົ້າເຖິງຂໍ້ມູນທີ່ຖືກຕ້ອງ ແລະ ເຂົ້າຮ່ວມການແຂ່ງຂັນທີ່ມີມາດຖານສາກົນ. ກອງປະຊຸມສຳມະນາໂອກາດທາງທຸລະກິດ (Lao PDR Business Opportunities) ໃນຄັ້ງນີ້ ພາຍຫຼັງທີ່ໄດ້ດຳເນີນກອງປະຊຸມມາດ້ວຍບັນຍາກາດທີ່ຟົດຟື້ນ, ສ້າງສັນ ແລະ ເຕັມໄປດ້ວຍເນື້ອໃນສາລະອັນສຳຄັນ. ຕະຫຼອດໄລຍະເວລາຂອງກອງປະຊຸມໃນຄັ້ງນີ້, ພວກເຮົາໄດ້ຮັບຟັງການນຳສະເໜີ ແລະ ແລກປ່ຽນບົດຮຽນໃນຫຼາຍຫົວຂໍ້ທີ່ສຳຄັນ. 1. ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ທີ່ຫັ່ນເປັນທັນສະໄໝ ໂດຍສະເພາະແມ່ນການຫັນວຽກງານການຈັດຊື້-ຈັດຈ້າງໄປສູ່ຄວາມທັນສະໄໝ. 2. ວຽກງານການຄຸ້ມຄອງສັນຍາ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. 3. ພາບລວມຂອງແຜນງານ ແລະ ໂອກາດໃນການເຂົ້າຮ່ວມປະມູນຂອງໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກ 4. ການກະກຽມເອກະສານປະມູນທີ່ຖືກຕ້ອງ ແລະ ຄົບຖ້ວນຕາມເງື່ອນໄຂ ລວມທັງລະບຽບການຈັດຊື້-ຈັດຈ້າງ ແລະ ຂັ້ນຕອນການປະເມີນຜົນການປະມູນຂອງທະນາຄານໂລກ. 5. ພາບລວມຂອງແຜນງານ, ໂອກາດໃນການເຂົ້າຮ່ວມປະມູນ ແລະ ລະບຽບການຈັດຊື້-ຈັດຈ້າງ ຂອງໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ທະນາຄານໂລກ (World Bank) ແລະ ທະນາຄານພັດທະນາອາຊີ (ADB) ລວມທັງວິທີການກະກຽມເອກະສານປະມູນໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມເງື່ອນໄຂ ແລະ ການມີສ່ວນຮ່ວມກັບຕະຫຼາດລ່ວງໜ້າ. 6. • ມີການສົນທະນາແລກປ່ຽນບົດຮຽນ ຈາກຜູ້ຕາງໜ້າພາກທຸລະກິດຕົວຈິງ ທີ່ໄດ້ແບ່ງປັນປະສົບການໃນການຍາດແຍ່ງສັນຍາ, ສິ່ງທ້າທາຍຕ່າງໆໃນການກະກຽມເອກະສານປະມູນ ແລະ ວິທີການແກ້ໄຂທີ່ເປັນຮູບປະທຳ. ຜົນສຳເລັດ ແລະ ບັນຍາກາດພາຍໃນກອງປະຊຸມ: ນອກຈາກການເຜີຍແຜ່ລະບຽບການແລ້ວ, ພາຍໃນກອງປະຊຸມຍັງໄດ້ມີການແລກປ່ຽນບົດຮຽນໃນຫຼາຍຫົວຂໍ້ທີ່ສຳຄັນ ເປັນຕົ້ນແມ່ນ: ການຄຸ້ມຄອງສັນຍາເພື່ອໃຫ້ໂຄງການມີປະສິດທິພາບສູງສຸດ, ວິທີການກະກຽມເອກະສານປະມູນຂອງທະນາຄານໂລກ ແລະ ADB ໃຫ້ຖືກຕ້ອງຄົບຖ້ວນ, ພ້ອມທັງຮັບຟັງການສົນທະນາແລກປ່ຽນຈາກຜູ້ຕາງໜ້າພາກທຸລະກິດຕົວຈິງ ທີ່ມາແບ່ງປັນປະສົບການ, ສິ່ງທ້າທາຍ ແລະ ວິທີການແກ້ໄຂໃນການຍາດແຍ່ງສັນຍາໂຄງການຕ່າງໆ. ກອງປະຊຸມຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນໃນການສ້າງຄວາມເຂົ້າໃຈອັນເລິກເຊິ່ງ, ເສີມສ້າງຄວາມໂປ່ງໃສ, ຄວາມເປັນທຳ ແລະ ຄວາມເຊື່ອໝັ້ນ ໃຫ້ແກ່ພາກທຸລະກິດໃນການກຽມຄວາມພ້ອມເຂົ້າຮ່ວມການປະມູນໂຄງການລົງທຶນຂອງລັດ ແລະ ສາກົນ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ

ວັນທີອອກຂ່າວ: 17-11-2026