ppmd_samd@mof.gov.la 021 263-252

ກອງປະຊຸມສາກົນຂັ້ນພາກພື້ນ ເພື່ອແລກປ່ຽນປະສົບການ ແລະ ເສີມສ້າງຄວາມສາມາດໃນການຜະລິດ ແລະ ນຳໃຊ້ຂໍ້ມູນສະຖິຕິດ້ານທຸລະກິດທີ່ຄຳນຶງເຖິງມິຕິຍິງ-ຊາຍ ໃນວັນທີ 27–28 ຕຸລາ 2026

2 ມື້ຜ່ານມາ

    ເສີມສ້າງລະບົບຂໍ້ມູນສະຖິຕິດ້ານທຸລະກິດ ເພື່ອສົ່ງເສີມໂອກາດທາງເສດຖະກິດໃຫ້ແກ່ແມ່ຍິງ ຕາງໜ້າກົມປະເມີນຜົນ ແລະ ຈັດຊື້ຈັດຈ້າງໄດ້ເຂົ້າຮ່ວມກອງປະຊຸມສາກົນຂັ້ນພາກພື້ນ ໃນວັນທີ 27–28 ຕຸລາ 2026 ທີ່ຜ່ານມາ ທີ່ໄດ້ລວມເອົາຜູ້ຊ່ຽວຊານດ້ານສະຖິຕິ, ຜູ້ກຳນົດນະໂຍບາຍ ແລະ ພາກສ່ວນທີ່ກ່ຽວຂ້ອງກວ່າ 60 ທ່ານ ຈາກ 4 ປະເທດ ຄື ສປປ ລາວ ກຳປູເຈຍ, ໄທ ແລະ ຫວຽດນາມ ໄດ້ຮ່ວມປະຊຸມເພື່ອແລກປ່ຽນປະສົບການ ແລະ ເສີມສ້າງຄວາມສາມາດໃນການຜະລິດ ແລະ ນຳໃຊ້ຂໍ້ມູນສະຖິຕິດ້ານທຸລະກິດທີ່ຄຳນຶງເຖິງມິຕິຍິງ-ຊາຍ. ກອງປະຊຸມໄດ້ເນັ້ນໃສ່ການນຳໃຊ້ຂໍ້ມູນເພື່ອສະໜັບສະໜູນການຈັດຊື້ຈັດຈ້າງທີ່ຄຳນຶງເຖິງບົດບາດຍິງ-ຊາຍ, ການພັດທະນາທຸລະກິດທີ່ມີແມ່ຍິງເປັນເຈົ້າຂອງ ແລະ ການກຳນົດນະໂຍບາຍວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ທີ່ກວມລວມ. ພ້ອມທັງຮ່ວມກັນກຳນົດໂອກາດໃນການປັບປຸງນະໂຍບາຍໂດຍອີງໃສ່ຫຼັກຖານ ແລະ ພັດທະນາແຜນປະຕິບັດການລະດັບປະເທດ. ກິດຈະກຳນີ້ເປັນສ່ວນໜຶ່ງຂອງໂຄງການ WE RISE Together ເຊິ່ງໄດ້ຮັບທຶນຈາກລັດຖະບານອົດສະຕຣາລີ ຜ່ານ Mekong-Australia Partnership ແລະ ດຳເນີນງານໂດຍ UN Women ແລະ UNDP ປະຈຳ ສປປ ລາວ. ໂຄງການມຸ່ງໝັ້ນຂະຫຍາຍໂອກາດການເຂົ້າເຖິງຕະຫຼາດ ແລະ ການຈັດຊື້ຈັດຈ້າງໃຫ້ແກ່ທຸລະກິດທີ່ມີແມ່ຍິງເປັນເຈົ້າຂອງ ໂດຍສະເພາະກຸ່ມແມ່ຍິງມີຂໍ້ຈຳກັດໃນການເຂົ້າເຖິງໂອກາດທາງເສດຖະກິດ. ຂໍ້ມູນທີ່ດີ ເປັນພື້ນຖານຂອງນະໂຍບາຍທີ່ກວມລວມ ແລະ ໂອກາດທີ່ເທົ່າທຽມ.

ວັນທີອອກຂ່າວ: 04-11-2026