ppmd_samd@mof.gov.la 021 263-252

ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ໃຫ້ແກ່ພະນັກງານ ຂະແໜງການເງິນ

2 ອາທິດຜ່ານມາ

    ໃນລະຫວ່າງ ວັນທີ 20-21 ຕຸລາ 2026 ນີ້, ທີ່ແຂວງອຸດົມໄຊ, ຫ້ອງການກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ໃຫ້ແກ່ພະນັກງານ ຂະແໜງການເງິນ ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ນາງ ນວນລະອອງ ທຳມະວົງ ຮອງຫົວໜ້າຫ້ອງການກະຊວງການເງິນ, ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັັກງານວິຊາການ ຈາກພະແນກການເງິນ ບັນດາແຂວງພາກເໜືອ ແລະ ພາກກາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 👩‍💻ໂອກາດດັ່ງກ່າວ, ທ່ານ ນາງ ນວນລະອອງ ທຳມະວົງ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມ ແມ່ນເພື່ອໃຫ້ພະນັກງານຂະແໜງການເງິນທັງສູນກາງ ແລະ ທ້ອງຖິ່ນ ມີຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ເລິກເຊິ່ງກ່ຽວກັບວຽກງານການຄຸ້ມຄອງໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ ໂດຍສະເພາະດ້ານນິຕິກຳ, ລະບຽບການຄຸ້ມຄອງ, ການຕິດຕາມການຈັດຕັ້ງປະຕິບັດກິດຈະກຳ, ການນຳໃຊ້ງົບປະມານ, ວຽກງານການຈັດຊື້-ຈັດຈ້າງ ແລະ ການຄຸ້ມຄອງຊັບສິນຂອງໂຄງການ ໃຫ້ຮັບປະກັນຄວາມ ໂປ່ງໃສ, ມີປະສິດທິພາບ, ປະສິດທິຜົນ ແລະ ສາມາດກວດສອບໄດ້. 📑ການຝຶກອົບຮົມຄັ້ງນີ້, ໄດ້ຍົກລະດັບຄວາມຮູ້ ຄວາມສາມາດ, ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ແລະ ແນະນຳໂດຍນັກວິທະຍາກອນຜູ້ຊ່ຽວຊານຈາກກົມຮ່ວມມື ແລະ ການເງິນສາກົນ, ກົມປະເມີນຜົນ ແລະ ຈັດຊື້-ຈັດຈ້າງ ແລະ ຫ້ອງການກະຊວງການເງິນ ເຊິ່ງປະກອບມີ 3 ຫົວຂໍ້ສຳຄັນຄື: ດຳລັດວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA); ລະບຽບການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ລະບຽບການຈັດຊື້-ຈັດຈ້າງຂອງຜູ້ໃຫ້ທຶນພ້ອມທັງແນະນຳໃຊ້ເວັບໄຊຈັດຊື້-ຈັດຈ້າງ ແລະ ການຮ່າງບົດບັນທຶກເປີດຊອງປະມູນ, ວຽກງານຄຸ້ມຄອງໂຄງການທີ່ໄດ້ຮັບການຊ່ວຍເຫຼືອລ້າ ແລະ ກູ້ຢືມ. ✨ນອກຈາກນີ້, ຍັງມີການເຜີຍແຜ່ພາລະບົດບາດໃໝ່ຂອງ ພະແນກຄຸ້ມຄອງໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ໃນການຕິດຕາມ, ຄຸ້ມຄອງແຜນການ, ງົບປະມານ, ການຈັດຊື້-ຈັດຈ້າງ, ການສ້າງຖານຂໍ້ມູນ ແລະ ການສັງລວມຜົນການກວດສອບຂອງບັນດາໂຄງການຕ່າງໆ ໃຫ້ເປັນລະບົບລະບຽບ ແລະ ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້. 💬ທັງນີ້, ກໍ່ເພື່ອຍົກລະດັບ ໃຫ້ພະນັກງານຂະແໜງການເງິນ ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກຳລັງຈັດຕັ້ງປະຕິບັດໂຄງການຢູ່ ແລະ ມີແຜນທີ່ຈະຈັດຕັ້ງປະຕິບັດໂຄງການໃນອານາຄົດ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ກຳໄດ້ບັນດາໜ້າວຽກຂອງການຄຸ້ມຄອງໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມຕາມກົດໝາຍ ແລະ ລະບຽບການ. ພ້ອມທັງໄດ້ແລກປ່ຽນ, ສົນທະນາ ກ່ຽວກັບການຈັດຕັ້ງປະຕິບັດໂຄງການໃນວຽກງານດັ່ງກ່າວ ໃຫ້ເລິກເຊິ່ງຂຶ້ນກ່ວາເກົ່າ.

ວັນທີອອກຂ່າວ: 22-10-2026