ppmd_samd@mof.gov.la 021 263-252

ເຂົ້າຮ່ວມເປັນວິທະຍາກອນຝຶກອົບຮົມວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ

4 ມື້ຜ່ານມາ

    ໃນວັນທີ 22 ກັນຍາ 2026 ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມ ວຽກງານການເງິນ, ບັນຊີງົບປະມານ, ວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ວຽກງານຂ່າວສານ ໃຫ້ພະນັກງານພາຍໃນ ຢູ່ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ. ໂດຍການເປັນວິທະຍາກອນຂອງ ທ່ານ ທິວາກອນ ສຸລິຈັກ ຮອງຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໃນວາລະຝຶກອົບຮົມ ກໍ່ໄດ້ບັນຍາຍກ່ຽວກັບພາກລວມຂອງວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. ພ້ອມທັງລົງເລິກກ່ຽວກັບຂັ້ນຕອນການຈັດຊື້-ຈັດຈ້າງງ ແລະ ນຳໃຊ້ແບບຟອມຕ່າງໆ. ໃນກອງປະຊຸມດັ່ງກ່າວ ຍັງໄດ້ມີການສົນທະນາແລກປ່ຽນ ປະກອບຄຳຄິດເຫັນກ່ຽວກັບວຽກງນຈັດຊື້-ຈັດຈ້າງຢ່າງກົງໄປກົງມາ.

ວັນທີອອກຂ່າວ: 22-09-2026