ຄະນະຮັບຜິດຊອບຮ່າງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດສືບຕໍ່ປັບປຸງເນື້ອໃນຕາມຄໍາເຫັນຂອງສະມາຊິກລັດຖະບານ
1 ອາທິດຜ່ານມາກອງປະຊຸມປະກອບຄຳເຫັນຕໍ່ “ຮ່າງ”ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບປັບປຸງ, ຄະນະຮັບຜິດຊອບຕໍ່ຮ່າງກົດໝາຍດັ່ງກ່າວໄດ້ສືບຕໍ່ປັບປຸງເນື້ອໃນຕາມຄໍາເຫັນຂອງສະມາຊິກລັດຖະບານ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ; ໂດຍການເປັນປະທານຂອງທ່ານ ວິແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ; ມີທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ພ້ອມດ້ວຍບັນດາກົມກ່ຽວຂ້ອງ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ. 📝ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ປະກາດໃຊ້ໃນປີ 2017, ຊຶ່ງເປັນເຄື່ອງມືທີ່ສຳຄັນໃນການຄຸ້ມຄອງການນຳໃຊ້ງົບປະມານພາກລາຍຈ່າຍຂອງລັດໃຫ້ມີປະສິດທິຜົນ ແລະ ເປັນ ເຄື່ອງມືສໍາຄັນເຮັດໃຫ້ວຽກງານຈັດຊື້-ຈັດຈ້າງຖືກຕ້ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ຮັບ ປະກັນການນໍາໃຊ້ທຶນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຢັດ, ຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດເປັນຢ່າງດີ. 💬ຄຽງຄູ່ກັບດ້ານຕັ້ງໜ້າຍັງມີດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກຕ່າງໆ, ນິຕິກໍາໃນການຄຸ້ມຄອງວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ບາງເນື້ອໃນບໍ່ທັນສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນ. ສະນັ້ນ, ການປັບປຸງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. ໃນຄັ້ງນີ້, ເປັນບາດກ້າວສຳຄັນໃນການປັບປຸງລະບົບການບໍລິ ຫານລັດໃນເບື້ອງງົບປະມານໃຫ້ມີຄວາມທັນສະໄໝ ແລະສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມກໍ່ຄືຜູ້ປະກອບການທຸລະກິດທີ່ຕິດພັນກັບການຈັດຊື້-ຈັດຈ້າງຂອງລັດ, ເພື່ອໃຫ້ວຽກງານດັ່ງກ່າວຖືກຕ້ອງເອກະພາບກັນໃນຂອບເຂດທົ່ວປະ ເທດ, ແນໃສ່ຮັບປະກັນການນໍາໃຊ້ທຶນຂອງລັດໃຫ້ມີປະສິດທິພາບປະສິດທິຜົນສູງ. 📄ກອງປະຊຸມຄັ້ງນີ້, ຊຶ່ງເປັນການສືບຕໍ່ປັບປຸງ, ການປະກອບຄໍາຄິດເຫັນເນື້ອໃນຕາມຄໍາເຫັນຂອງສະມາຊິກລັດຖະບານ, ໄດ້ມີການຄົ້ນຄວ້າຢ່າງລະອຽດ, ຮອບດ້ານໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມ, ໂປ່ງໃສ, ເພື່ອ ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍດັ່ງກ່າວມີຄວາມຄົບຖ້ວນ, ກ່ອນນຳເຂົ້າລາຍງານຕໍ່ກອງປະຊຸມລັດຖະບານ ແລະ ນໍາສະເໜີຕໍ່ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະໄຂຂຶ້ນໃນໄວໆນີ້.
ກອງປະຊຸມປະກອບຄຳເຫັນຕໍ່ “ຮ່າງ”ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບປັບປຸງ, ຄະນະຮັບຜິດຊອບຕໍ່ຮ່າງກົດໝາຍດັ່ງກ່າວໄດ້ສືບຕໍ່ປັບປຸງເນື້ອໃນຕາມຄໍາເຫັນຂອງສະມາຊິກລັດຖະບານ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ; ໂດຍການເປັນປະທານຂອງທ່ານ ວິແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ; ມີທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ພ້ອມດ້ວຍບັນດາກົມກ່ຽວຂ້ອງ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ. 📝ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ປະກາດໃຊ້ໃນປີ 2017, ຊຶ່ງເປັນເຄື່ອງມືທີ່ສຳຄັນໃນການຄຸ້ມຄອງການນຳໃຊ້ງົບປະມານພາກລາຍຈ່າຍຂອງລັດໃຫ້ມີປະສິດທິຜົນ ແລະ ເປັນ ເຄື່ອງມືສໍາຄັນເຮັດໃຫ້ວຽກງານຈັດຊື້-ຈັດຈ້າງຖືກຕ້ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ຮັບ ປະກັນການນໍາໃຊ້ທຶນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຢັດ, ຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດເປັນຢ່າງດີ. 💬ຄຽງຄູ່ກັບດ້ານຕັ້ງໜ້າຍັງມີດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກຕ່າງໆ, ນິຕິກໍາໃນການຄຸ້ມຄອງວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ບາງເນື້ອໃນບໍ່ທັນສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນ. ສະນັ້ນ, ການປັບປຸງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. ໃນຄັ້ງນີ້, ເປັນບາດກ້າວສຳຄັນໃນການປັບປຸງລະບົບການບໍລິ ຫານລັດໃນເບື້ອງງົບປະມານໃຫ້ມີຄວາມທັນສະໄໝ ແລະສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມກໍ່ຄືຜູ້ປະກອບການທຸລະກິດທີ່ຕິດພັນກັບການຈັດຊື້-ຈັດຈ້າງຂອງລັດ, ເພື່ອໃຫ້ວຽກງານດັ່ງກ່າວຖືກຕ້ອງເອກະພາບກັນໃນຂອບເຂດທົ່ວປະ ເທດ, ແນໃສ່ຮັບປະກັນການນໍາໃຊ້ທຶນຂອງລັດໃຫ້ມີປະສິດທິພາບປະສິດທິຜົນສູງ. 📄ກອງປະຊຸມຄັ້ງນີ້, ຊຶ່ງເປັນການສືບຕໍ່ປັບປຸງ, ການປະກອບຄໍາຄິດເຫັນເນື້ອໃນຕາມຄໍາເຫັນຂອງສະມາຊິກລັດຖະບານ, ໄດ້ມີການຄົ້ນຄວ້າຢ່າງລະອຽດ, ຮອບດ້ານໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມ, ໂປ່ງໃສ, ເພື່ອ ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍດັ່ງກ່າວມີຄວາມຄົບຖ້ວນ, ກ່ອນນຳເຂົ້າລາຍງານຕໍ່ກອງປະຊຸມລັດຖະບານ ແລະ ນໍາສະເໜີຕໍ່ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະໄຂຂຶ້ນໃນໄວໆນີ້.
ວັນທີອອກຂ່າວ: 03-09-2026