ກອງປະຊຸມຝຶກອົບຮົມ ແລະ ທົດລອງເຮັດການຈັດຊື້ຕົວຈິງ ໂດຍການນຳໃຊ້ເຄື່ອງມືປະເມີນຜົນ ການຈັດຊື້ຕາມກອບຕົກລົງ (Framework Agreement) ສຳລັບ ກະຊວງການເງິນ ແລະ ກະຊວງສາທາລະນະສຸກ ລະຫວ່າງວັນທີ 26-28 ສິງຫາ 2026
2 ອາທິດຜ່ານມາກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ຮ່ວມກັບ ກະຊວງສາທາລະນະສຸກ ແລະ ທະນາຄານໂລກ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມຝຶກອົບຮົມ ແລະ ທົດລອງເຮັດການຈັດຊື້ຕົວຈິງ ໂດຍການນຳໃຊ້ເຄື່ອງມືປະເມີນຜົນການຈັດຊື້ ຕາມກອບຕົກລົງ (Framework Agreement) ເຊິ່ງໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2026, ໂດຍການເປັນປະທານຮ່ວມຂອງ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ແລະ ທ່ານ ນາງ ວຽງມາລາ ພົມແສງສະຫວັນ ຊ່ຽວຊານຄຸ້ມຄອງພາກລັດ, ຫົວໜ້າໂຄງການຄຸ້ມຄອງການເງິນແຫ່ງລັດ ໄລຍະທີ 3 ຂອງທະນາຄານໂລກ ໂດຍມີຕາງໜ້າຈາກ ບັນດາກົມຂອງສອງກະຊວງເຂົ້າຮ່ວມ. ຈຸດປະສົງ ຂອງການຈັກຝຶກອົບຮົມຄັ້ງນີ້ ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ປະຢັດເວລາ ໃນການຈັດຊື້ຕາມກອບຕົກລົງ (Framework Agreement) ເຊິ່ງແມ່ນກົນໄກການປະມູນແບບເປີດກວ້າງ ທີ່ຊ່ວຍຫຼຸດຜ່ອນຂັ້ນຕອນການປະມູນ ທີ່ໃຊ້ເວລາດົນ, ເປັນການຕົກລົງລະຫວ່າງ ຜູ້ຈັດຊື້-ຈັດຈ້າງ ກັບ ຜູ້ສະໜອງສິນຄ້າ (1 ຫຼື ຫຼາຍລາຍ) ກອບເວລາ 2 ຫາ 3 ປີ ໂດຍມີການຄາດຄະເນລາຄາ, ຄຸນນະພາບ ແລະ ປະລິມານ ເພື່ອເພີ່ມປະສິດທິພາບ ໃຫ້ເໝາະສົມກັບການຈັດຊື້ສິນຄ້າທີ່ໃຊ້ທົ່ວໄປ, ປະຈຳ ແລະ ຕໍ່ເນື່ອງ ຮັບປະກັນການນຳໃຊ້ງົບປະມານຂອງລັດໃຫ້ເກີດປະໂຫຍດ ແລະ ປະສິດທິຜົນສູງສຸດ ໃຫ້ສອດຄ່ອງກັບນິຕິກຳ ເຄື່ອງມືນີ້ໄດ້ຮັບການຄົ້ນຄວ້າຕາມຄຳແນະນຳ ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019. ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍເນື້ອໃນ ແລະ ແຜນການຂະຫຍາຍຜົນ; ຄຽງຄູກັນນັ້ນ ຜູ້ເຂົ້າຮ່ວມໄດ້ທົດລອງນຳໃຊ້ເຄື່ອງມືປະເມີນຜົນວຽກງານຈັດຊື້-ຈັດຈ້າງຕົວຈິງ ເປັນຕັ້ນແມ່ນ ການສະໜອງເຄື່ອງໃຊ້ຫ້ອງການ, ການບໍລິການອະນາໄມ, ການບຳລຸງຮັກສາແອ, ການບຳລຸງຮັກສາລົດ, ການສະໜອງປີ້ຍົນ ແລະ ການສະໜອງຢາ-ອຸປະກອນການແພດ; ພາຍຫຼັງ 2 ກະຊວງທົດລອງສຳເລັດ ຈະສາມາດນຳໄປຈັດຕັ້ງປະຕິບັດໄດ້ທັນທີ ເຊິ່ງການຈັດຊື້ຈັດຈ້າງຜ່ານລະບົບເອເລັກໂຕຣນິກ (e-Procurement) ຈະເລີ່ມຈັດຕັ້ງປະຕິບັດໃນປີ 2027. ໂອກາດນີ້ ປະທານກອງປະຊຸມ ໄດ້ຮຽກຮ້ອງ ໃຫ້ວິທະຍາກອນ ແລະ ນັກສຳມະນາກອນ ເອົາໃຈໃສ່ ແລະ ແລກປ່ຽນຂໍ້ຄິດເຫັນ ການນໍາໃຊ້ລະບົບ ຢ່າງເຖິງຖອງ ເພື່ອຮັບປະກັນໃຫ້ມີຄວາມເຂົ້າໃຈຢ່າງແທ້ຈິ່ງ ແລະ ສາມາດນໍາໄປປະຕິບັດໄດ້ ກ້າວໄປສູ້ການປະຕິບັດທີ່ນໍາຜົນປະໂຫຍດມາໃຫ້ສ່ວນລວມຢ່າງແທ້ຈິ່ງ.
ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ຮ່ວມກັບ ກະຊວງສາທາລະນະສຸກ ແລະ ທະນາຄານໂລກ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມຝຶກອົບຮົມ ແລະ ທົດລອງເຮັດການຈັດຊື້ຕົວຈິງ ໂດຍການນຳໃຊ້ເຄື່ອງມືປະເມີນຜົນການຈັດຊື້ ຕາມກອບຕົກລົງ (Framework Agreement) ເຊິ່ງໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2026, ໂດຍການເປັນປະທານຮ່ວມຂອງ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ແລະ ທ່ານ ນາງ ວຽງມາລາ ພົມແສງສະຫວັນ ຊ່ຽວຊານຄຸ້ມຄອງພາກລັດ, ຫົວໜ້າໂຄງການຄຸ້ມຄອງການເງິນແຫ່ງລັດ ໄລຍະທີ 3 ຂອງທະນາຄານໂລກ ໂດຍມີຕາງໜ້າຈາກ ບັນດາກົມຂອງສອງກະຊວງເຂົ້າຮ່ວມ. ຈຸດປະສົງ ຂອງການຈັກຝຶກອົບຮົມຄັ້ງນີ້ ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ປະຢັດເວລາ ໃນການຈັດຊື້ຕາມກອບຕົກລົງ (Framework Agreement) ເຊິ່ງແມ່ນກົນໄກການປະມູນແບບເປີດກວ້າງ ທີ່ຊ່ວຍຫຼຸດຜ່ອນຂັ້ນຕອນການປະມູນ ທີ່ໃຊ້ເວລາດົນ, ເປັນການຕົກລົງລະຫວ່າງ ຜູ້ຈັດຊື້-ຈັດຈ້າງ ກັບ ຜູ້ສະໜອງສິນຄ້າ (1 ຫຼື ຫຼາຍລາຍ) ກອບເວລາ 2 ຫາ 3 ປີ ໂດຍມີການຄາດຄະເນລາຄາ, ຄຸນນະພາບ ແລະ ປະລິມານ ເພື່ອເພີ່ມປະສິດທິພາບ ໃຫ້ເໝາະສົມກັບການຈັດຊື້ສິນຄ້າທີ່ໃຊ້ທົ່ວໄປ, ປະຈຳ ແລະ ຕໍ່ເນື່ອງ ຮັບປະກັນການນຳໃຊ້ງົບປະມານຂອງລັດໃຫ້ເກີດປະໂຫຍດ ແລະ ປະສິດທິຜົນສູງສຸດ ໃຫ້ສອດຄ່ອງກັບນິຕິກຳ ເຄື່ອງມືນີ້ໄດ້ຮັບການຄົ້ນຄວ້າຕາມຄຳແນະນຳ ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019. ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍເນື້ອໃນ ແລະ ແຜນການຂະຫຍາຍຜົນ; ຄຽງຄູກັນນັ້ນ ຜູ້ເຂົ້າຮ່ວມໄດ້ທົດລອງນຳໃຊ້ເຄື່ອງມືປະເມີນຜົນວຽກງານຈັດຊື້-ຈັດຈ້າງຕົວຈິງ ເປັນຕັ້ນແມ່ນ ການສະໜອງເຄື່ອງໃຊ້ຫ້ອງການ, ການບໍລິການອະນາໄມ, ການບຳລຸງຮັກສາແອ, ການບຳລຸງຮັກສາລົດ, ການສະໜອງປີ້ຍົນ ແລະ ການສະໜອງຢາ-ອຸປະກອນການແພດ; ພາຍຫຼັງ 2 ກະຊວງທົດລອງສຳເລັດ ຈະສາມາດນຳໄປຈັດຕັ້ງປະຕິບັດໄດ້ທັນທີ ເຊິ່ງການຈັດຊື້ຈັດຈ້າງຜ່ານລະບົບເອເລັກໂຕຣນິກ (e-Procurement) ຈະເລີ່ມຈັດຕັ້ງປະຕິບັດໃນປີ 2027. ໂອກາດນີ້ ປະທານກອງປະຊຸມ ໄດ້ຮຽກຮ້ອງ ໃຫ້ວິທະຍາກອນ ແລະ ນັກສຳມະນາກອນ ເອົາໃຈໃສ່ ແລະ ແລກປ່ຽນຂໍ້ຄິດເຫັນ ການນໍາໃຊ້ລະບົບ ຢ່າງເຖິງຖອງ ເພື່ອຮັບປະກັນໃຫ້ມີຄວາມເຂົ້າໃຈຢ່າງແທ້ຈິ່ງ ແລະ ສາມາດນໍາໄປປະຕິບັດໄດ້ ກ້າວໄປສູ້ການປະຕິບັດທີ່ນໍາຜົນປະໂຫຍດມາໃຫ້ສ່ວນລວມຢ່າງແທ້ຈິ່ງ.
ວັນທີອອກຂ່າວ: 27-08-2026