ກອງປະຊຸມການຈັດຊື້-ຈັດຈ້າງທີ່ຄໍານຶງເຖິງບົດບາດຍິງ-ຊາຍ
1 ເດືອນຜ່ານມາໃນວັນທີ 4 ກໍລະກົດ 2026, ທີ່ ໂຮງແຮມອໍາມາລີ ແຂວງວຽງຈັນ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ດຳເນີນກອງປະຊຸມ ການຈັດຊື້-ຈັດຈ້າງທີ່ຄໍານຶງເຖິງບົດບາດຍິງ-ຊາຍ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ມາຕິນ ເຕີເຮີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ມີ ຜູ້ຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ອົງການສະຫະປະຊາຊາດເພື່ອການພັດທະນາ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໃຫ້ຮູ້ວ່າ ການປັບປຸງເນື້ອໃນສຳຄັນຕົ້້ນຕໍ ຂອງຮ່າງກົດໝາຍສະບັບນີ້, ທີ່ຕິດພັນກັບວຽກບົດບາດຍິງ-ຊາຍ ເປັນຕົ້ນແມ່ນ ໄດ້ປັບປຸງ ການຈັດໝວດ, ມາດຕາ, ການອະທິບາຍຄຳສັບ ການເຊື່ອມສານທັດສະນະບົດບາດ ຍິງ-ຊາຍ ແລະ ໄດ້ກຳນົດຫຼັກການເພີ່ມເຕີມ ຄື ຮັບປະກັນການເຊື່ອມສານທັດສະນະບົດບາດຍິງ-ຊາຍ ເຂົ້າໃນວຽກງານ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ (ສະບັບປັບປຸງ). ພ້ອມທັງ ຍົກສູງບູລິມະສິດໃຫ້ແກ່ບົດບາດແມ່ຍິງ, ມາດຕະຖານ ແລະ ເງື່ອນໄຂການຄັດເລືອກ ທີ່ກໍ່ໃຫ້ເກີດການຈຳກັດສິດທິໂດຍທາງອ້ອມຂອງແມ່ຍິງ, ການເກັບກຳ ແລະ ລາຍງານແຍກເພດ ຍິງ-ຊາຍ. ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ມີຄຳເຫັນເນັ້ນໜັກຕື່ມວ່າ ການສົ່ງເສີມບົດບາດຍິງ-ຊາຍ ບໍ່ພຽງແຕ່ຈະຮັບປະກັນຄວາມສະເໝີພາບເທົ່ານັ້ນ, ແຕ່ຫາກເປັນການກະຕຸກຊຸກຍູ້ການມີສ່ວນຮ່ວມຂອງເພດຍິງເຂົ້າໃນລະບົບການຈັດຊື້-ຈັດຈ້າງ ແລະ ຈະຊ່ວຍສ້າງມູນຄ່າໃນລະບົບເສດຖະກິດກໍຄື GDP ຂອງປະເທດ ພ້ອມໃຫ້ຂະແໜງການກ່ຽວຂ້ອງ ຈົ່ງນຳເອົາບົດຮຽນ, ຄວາມຮັບຮູ້ຄວາມເຂົ້າໃຈ ຈາກກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍ ແລະ ປັບປຸງ “ຮ່າງ’’ກົດໝາຍດັ່ງກ່າວ, ລວມເຖິງການກຳນົດນະໂຍບາຍ, ມາດຕະການ, ແຜນການ, ໂຄງການ ແລະ ນິຕິກຳ ອື່ນໆ ໂດຍຄຳນຶງເຖິງບົດບາດຍິງ-ຊາຍ ໃຫ້ກວ້າງຂວາງ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ.
ໃນວັນທີ 4 ກໍລະກົດ 2026, ທີ່ ໂຮງແຮມອໍາມາລີ ແຂວງວຽງຈັນ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ດຳເນີນກອງປະຊຸມ ການຈັດຊື້-ຈັດຈ້າງທີ່ຄໍານຶງເຖິງບົດບາດຍິງ-ຊາຍ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ມາຕິນ ເຕີເຮີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ມີ ຜູ້ຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ອົງການສະຫະປະຊາຊາດເພື່ອການພັດທະນາ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໃຫ້ຮູ້ວ່າ ການປັບປຸງເນື້ອໃນສຳຄັນຕົ້້ນຕໍ ຂອງຮ່າງກົດໝາຍສະບັບນີ້, ທີ່ຕິດພັນກັບວຽກບົດບາດຍິງ-ຊາຍ ເປັນຕົ້ນແມ່ນ ໄດ້ປັບປຸງ ການຈັດໝວດ, ມາດຕາ, ການອະທິບາຍຄຳສັບ ການເຊື່ອມສານທັດສະນະບົດບາດ ຍິງ-ຊາຍ ແລະ ໄດ້ກຳນົດຫຼັກການເພີ່ມເຕີມ ຄື ຮັບປະກັນການເຊື່ອມສານທັດສະນະບົດບາດຍິງ-ຊາຍ ເຂົ້າໃນວຽກງານ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ (ສະບັບປັບປຸງ). ພ້ອມທັງ ຍົກສູງບູລິມະສິດໃຫ້ແກ່ບົດບາດແມ່ຍິງ, ມາດຕະຖານ ແລະ ເງື່ອນໄຂການຄັດເລືອກ ທີ່ກໍ່ໃຫ້ເກີດການຈຳກັດສິດທິໂດຍທາງອ້ອມຂອງແມ່ຍິງ, ການເກັບກຳ ແລະ ລາຍງານແຍກເພດ ຍິງ-ຊາຍ. ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ມີຄຳເຫັນເນັ້ນໜັກຕື່ມວ່າ ການສົ່ງເສີມບົດບາດຍິງ-ຊາຍ ບໍ່ພຽງແຕ່ຈະຮັບປະກັນຄວາມສະເໝີພາບເທົ່ານັ້ນ, ແຕ່ຫາກເປັນການກະຕຸກຊຸກຍູ້ການມີສ່ວນຮ່ວມຂອງເພດຍິງເຂົ້າໃນລະບົບການຈັດຊື້-ຈັດຈ້າງ ແລະ ຈະຊ່ວຍສ້າງມູນຄ່າໃນລະບົບເສດຖະກິດກໍຄື GDP ຂອງປະເທດ ພ້ອມໃຫ້ຂະແໜງການກ່ຽວຂ້ອງ ຈົ່ງນຳເອົາບົດຮຽນ, ຄວາມຮັບຮູ້ຄວາມເຂົ້າໃຈ ຈາກກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍ ແລະ ປັບປຸງ “ຮ່າງ’’ກົດໝາຍດັ່ງກ່າວ, ລວມເຖິງການກຳນົດນະໂຍບາຍ, ມາດຕະການ, ແຜນການ, ໂຄງການ ແລະ ນິຕິກຳ ອື່ນໆ ໂດຍຄຳນຶງເຖິງບົດບາດຍິງ-ຊາຍ ໃຫ້ກວ້າງຂວາງ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ.
ວັນທີອອກຂ່າວ: 07-07-2026