ppmd_samd@mof.gov.la 021 263-252

ກອງປະຊຸມ ກວດກາຄວາມສອດຄອງທາງດ້ານກົດໝາຍຂອງ “ຮ່າງ” ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ (ສະບັບປັບປຸງ)

4 ມື້ຜ່ານມາ

    ໃນລະຫວ່າງວັນທີ 3-4 ກໍລະກົດ 2026, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໄດ້ຈັດ ກອງປະຊຸມ ກວດກາຄວາມສອດຄອງທາງດ້ານກົດໝາຍຂອງ “ຮ່າງ” ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ (ສະບັບປັບປຸງ) ທີ່ ແຂວງ ວຽງຈັັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ, ມີ ທ່ານ ຄຳພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງຍຸຕິທໍາ ມີ ຜູ້ຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ອົງການສະຫະປະຊາຊາດເພື່ອການພັດທະນາ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ວຽກງານ ຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ເປັນວຽກງານໃນການບໍລິຫານຈັດການ ໂດຍມີຄວາມໝາຍ ແລະ ສໍາຄັນຫຼາຍ ບໍ່ແມ່ນພຽງແຕ່ການຈ່າຍເງິນເພື່ອຊື້ວັດຖຸເຄື່ອງຂອງ ຫຼື ຈ້າງບໍລິການ ເທົ່ານັ້ນ, ແຕ່ມັນແມ່ນການ ບໍລິຫານງົບປະມານ ໃຫ້ເກີດປະໂຫຍດສູງສຸດ ຊຶ່ງຈະເຮັດໃຫ້ການຈັດຕັ້ງ ໄດ້ຮັບສິນຄ້າ ແລະ ບໍລິການທີ່ມີຄຸນນະພາບດີທີ່ສຸດໃນລາຄາທີ່ສົມເຫດສົມຜົນ, ຫຼຸດຜ່ອນການຟູມເຟືອຍ ທັງເປັນການອໍານວຍ ໃຫ້ພາກທຸລະກິດພາຍໃນປະເທດ ໄດ້ມີ ສ່ວນຮ່ວມ ແລະ ແຂ່ງຂັນກັນ ຕາມກົນໄກເສດຖະກິດຕະຫຼາດ, ປະກອບ ສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.



    ໃນລະຫວ່າງວັນທີ 3-4 ກໍລະກົດ 2026, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໄດ້ຈັດ ກອງປະຊຸມ ກວດກາຄວາມສອດຄອງທາງດ້ານກົດໝາຍຂອງ “ຮ່າງ” ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ (ສະບັບປັບປຸງ) ທີ່ ແຂວງ ວຽງຈັັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ, ມີ ທ່ານ ຄຳພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງຍຸຕິທໍາ ມີ ຜູ້ຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ອົງການສະຫະປະຊາຊາດເພື່ອການພັດທະນາ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ວຽກງານ ຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ເປັນວຽກງານໃນການບໍລິຫານຈັດການ ໂດຍມີຄວາມໝາຍ ແລະ ສໍາຄັນຫຼາຍ ບໍ່ແມ່ນພຽງແຕ່ການຈ່າຍເງິນເພື່ອຊື້ວັດຖຸເຄື່ອງຂອງ ຫຼື ຈ້າງບໍລິການ ເທົ່ານັ້ນ, ແຕ່ມັນແມ່ນການ ບໍລິຫານງົບປະມານ ໃຫ້ເກີດປະໂຫຍດສູງສຸດ ຊຶ່ງຈະເຮັດໃຫ້ການຈັດຕັ້ງ ໄດ້ຮັບສິນຄ້າ ແລະ ບໍລິການທີ່ມີຄຸນນະພາບດີທີ່ສຸດໃນລາຄາທີ່ສົມເຫດສົມຜົນ, ຫຼຸດຜ່ອນການຟູມເຟືອຍ ທັງເປັນການອໍານວຍ ໃຫ້ພາກທຸລະກິດພາຍໃນປະເທດ ໄດ້ມີ ສ່ວນຮ່ວມ ແລະ ແຂ່ງຂັນກັນ ຕາມກົນໄກເສດຖະກິດຕະຫຼາດ, ປະກອບ ສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.



ວັນທີອອກຂ່າວ: 07-07-2026