ກອງປະຊຸມວຽກງານຫ້ອງການ, ຈັດຕັ້ງ, ການຈັດຊື້-ຈັດຈ້າງ ແລະ ກົນໄກການປະສານງານ ໃຫ້ແກ່ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຂອງບັນດາກົມຂື້້ນກັບສູນສະຖິຕິແຫ່ງຊາດ ກະຊວງການເງິນ ທີ່ເມືອງ ວັງວຽງ ແຂວງ ວຽງຈັນ
5 ມື້ຜ່ານມາໃນວັນທີ 15-16 ມິຖຸນາ 2026 ທີ່ ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດກອງປະຊຸມວຽກງານຫ້ອງການ, ຈັດຕັ້ງ, ການຈັດຊື້-ຈັດຈ້າງ ແລະ ກົນໄກການປະສານງານ ໃຫ້ແກ່ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຂອງບັນດາກົມຂື້້ນກັບສູນສະຖິຕິແຫ່ງຊາດ ກະຊວງການເງິນ. ໃນກອງປະຊຸມດັ່ງກ່າວ ໄດ້ຈັດວາລະຝຶກອົບຮົມວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານສູນສະຖິຕິແຫ່ງຊາດ ໂດຍການເປັນວິທະຍາກອນຂອງທ່ານ ນາງ ອາລຸນນີ ມະນີປະກອນ ຫົວໜ້າພະແນກຄຸ້ມຄອງການຈັດຊຶ້ຈັດຈ້າງດ້ວຍທຶນຂອງລັດ ແລະ ທ່ານ ນາງ ວອນນາລີ ລາວເມົາ ຮອງຫົວໜ້າພະແນກ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ. ໄດ້ນຳສະເໜີກ່ຽວກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເປັນຕົ້ນແມ່ນ ຂັ້ນຕອນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊີ່ງໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ຕັ້ງແຕ່ເລີ່ມຕົ້ນການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງປະມູນ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ, ພ້ອມດຽວກັນນັ້ນ ຍັງນຳສະເໜີ ພາບລວມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ນຳສະເໜີກ່ຽວກັບການຄຸ້ມຄອງພ້ອມດ້ວຍການນຳໃຊ້ເວັບໄຊ້ ຈັດຊື້-ຈັດຈ້າງ www.ppmd.mof.gov.la.
ໃນວັນທີ 15-16 ມິຖຸນາ 2026 ທີ່ ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດກອງປະຊຸມວຽກງານຫ້ອງການ, ຈັດຕັ້ງ, ການຈັດຊື້-ຈັດຈ້າງ ແລະ ກົນໄກການປະສານງານ ໃຫ້ແກ່ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຂອງບັນດາກົມຂື້້ນກັບສູນສະຖິຕິແຫ່ງຊາດ ກະຊວງການເງິນ. ໃນກອງປະຊຸມດັ່ງກ່າວ ໄດ້ຈັດວາລະຝຶກອົບຮົມວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານສູນສະຖິຕິແຫ່ງຊາດ ໂດຍການເປັນວິທະຍາກອນຂອງທ່ານ ນາງ ອາລຸນນີ ມະນີປະກອນ ຫົວໜ້າພະແນກຄຸ້ມຄອງການຈັດຊຶ້ຈັດຈ້າງດ້ວຍທຶນຂອງລັດ ແລະ ທ່ານ ນາງ ວອນນາລີ ລາວເມົາ ຮອງຫົວໜ້າພະແນກ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ. ໄດ້ນຳສະເໜີກ່ຽວກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເປັນຕົ້ນແມ່ນ ຂັ້ນຕອນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊີ່ງໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ຕັ້ງແຕ່ເລີ່ມຕົ້ນການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງປະມູນ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ, ພ້ອມດຽວກັນນັ້ນ ຍັງນຳສະເໜີ ພາບລວມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ນຳສະເໜີກ່ຽວກັບການຄຸ້ມຄອງພ້ອມດ້ວຍການນຳໃຊ້ເວັບໄຊ້ ຈັດຊື້-ຈັດຈ້າງ www.ppmd.mof.gov.la.
ວັນທີອອກຂ່າວ: 16-06-2026