ຝຶກອົບຮົມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຄຸ້ມຄອງ, ນໍາໃຊ້ ເວັບໄຊ ຈັດຊື້ - ຈັດຈ້າງ ໃຫ້ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ
2 ອາທິດຜ່ານມາໃນວັນທີ 14 ພຶດສະພາ 2026 ເວລາ 80:30-16:00 ໂມງ ສະຖານທີ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດການຝຶກອົບຮົມ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຄຸ້ມຄອງ, ນໍາໃຊ້ ເວັບໄຊ ຈັດຊື້ - ຈັດຈ້າງ ໃຫ້ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ໄດ້ແນະລະບຽບການການຈັດຕັ້ງປະຕິບັດ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ສະພາບລວມການຈັດຕັ້ງປະຕິບັດ, ບັນດານິຕິກໍາ, ຫຼັກການ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ,ແນະນໍາການຈັດຕັ້ງປະຕິບັດການນໍາໃຊ້ຕົວຈິງດ້ານເອກະສານການປະມູນ ແລະ ຂັ້ນຕອນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ເວັບໄຊການຈັດຊື້-ຈັດຈ້າງ(http://ppmd.mof.gov.la/) ເຊັ່ນ: ເອົາແຜນການຈັດຊື້-ຈັດຈ້າງ,ລາຍງານການຈັດຊື້-ຈັດຈ້າງ,ການປະກາດ, ການສະແດງການຈັດຊື້-ຈັດຈ້າງ ແລະ ຜູ້ສະໜອງ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເພຶ່ອໃຫ້ມີຄວາມຮູ້ເພີ່ມເຕີມ ແລະ ເຂົ້າໃຈຢ່າງເລີກເຊິ່ງຕໍ່ກັບວຽກງານວິຊາສະເພາະ, ພາກໃຕ້ ການເປັນປະທານ ຂອງ ທ່ານ ບຸນເພັງຈັນທາດາລາ ເລຂາໜ່ວຍພັກ, ຫົວໜ້າຫ້ອງການຄະນະໂຄສານາສູນກາງພັກ ແລະ ບັນລະຍາຍ ຂອງທ່ານ ນາງ ວອນນາລີ ລາວເມົາ ຮອງຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ ແລະ ທ່ານ ພວງສຸວັນ ລົດຖິ່ນໄຊ ວິຊາການ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ. ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດເຂົ້າໃຈເລີກເຊິງດ້ານການນໍາໃຊ້ເອກະສານ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຄຸ້ມຄອງ ແລະ ນໍາໃຊ້.
ໃນວັນທີ 14 ພຶດສະພາ 2026 ເວລາ 80:30-16:00 ໂມງ ສະຖານທີ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດການຝຶກອົບຮົມ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຄຸ້ມຄອງ, ນໍາໃຊ້ ເວັບໄຊ ຈັດຊື້ - ຈັດຈ້າງ ໃຫ້ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ໄດ້ແນະລະບຽບການການຈັດຕັ້ງປະຕິບັດ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ສະພາບລວມການຈັດຕັ້ງປະຕິບັດ, ບັນດານິຕິກໍາ, ຫຼັກການ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ,ແນະນໍາການຈັດຕັ້ງປະຕິບັດການນໍາໃຊ້ຕົວຈິງດ້ານເອກະສານການປະມູນ ແລະ ຂັ້ນຕອນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ເວັບໄຊການຈັດຊື້-ຈັດຈ້າງ(http://ppmd.mof.gov.la/) ເຊັ່ນ: ເອົາແຜນການຈັດຊື້-ຈັດຈ້າງ,ລາຍງານການຈັດຊື້-ຈັດຈ້າງ,ການປະກາດ, ການສະແດງການຈັດຊື້-ຈັດຈ້າງ ແລະ ຜູ້ສະໜອງ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເພຶ່ອໃຫ້ມີຄວາມຮູ້ເພີ່ມເຕີມ ແລະ ເຂົ້າໃຈຢ່າງເລີກເຊິ່ງຕໍ່ກັບວຽກງານວິຊາສະເພາະ, ພາກໃຕ້ ການເປັນປະທານ ຂອງ ທ່ານ ບຸນເພັງຈັນທາດາລາ ເລຂາໜ່ວຍພັກ, ຫົວໜ້າຫ້ອງການຄະນະໂຄສານາສູນກາງພັກ ແລະ ບັນລະຍາຍ ຂອງທ່ານ ນາງ ວອນນາລີ ລາວເມົາ ຮອງຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ ແລະ ທ່ານ ພວງສຸວັນ ລົດຖິ່ນໄຊ ວິຊາການ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ. ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດເຂົ້າໃຈເລີກເຊິງດ້ານການນໍາໃຊ້ເອກະສານ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຄຸ້ມຄອງ ແລະ ນໍາໃຊ້.
ວັນທີອອກຂ່າວ: 14-05-2026