ppmd_samd@mof.gov.la 021 263-252

ຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ

2 ມື້ຜ່ານມາ

    ໃນວັນທີ 08 ພຶດສະພາ 2026 ເວລາ 80:30-16:00 ໂມງ ສະຖານທີ່ ສໍານັກງານສານປະຊາຊົນສູງສຸດ ໄດ້ຈັດການຝຶກອົບຮົມ ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ໄດ້ແນະນໍາການຈັດຕັ້ງປະຕິບັດການນໍາໃຊ້ຕົວຈິງດ້ານເອກະສານການປະມູນ ແລະ ຂັ້ນຕອນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ເວັບໄຊການຈັດຊື້-ຈັດຈ້າງ (http://ppmd.mof.gov.la/) ແລະ ວຽກການປະເມີນຜົນໂຄງການ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ພະນັກງານ ກົມແຜນການ-ການເງິນ ແລະ ພາກສ່ວນຕ່າງໆຂອງສານປະຊາຊົນ ໃຫ້ມີຄວາມຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງຕໍ່ກັບວຽກງານວິຊາສະເພາະ, ພາກໃຕ້ ການເປັນປະທານ ຂອງທ່ານ ອານຸສິດ ສຸຂະທໍາມະວົງ ຫົວໜ້າກົມແຜນການ-ການ ແລະ ບັນລະຍາຍ ຂອງທ່ານ ສອນເພັດວົງສີ ບຸດພົມເມືອງ ຫົວໜ້າພະແນກ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ ແລະ ທ່ານ ພວງສຸວັນ ລົດຖິ່ນໄຊ ວິຊາການ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດເຂົ້າໃຈເລີກເຊິງດ້ານການປະເມີນຜົນ ແລະ ການນໍາໃຊ້ເອກະສານ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ວັນທີອອກຂ່າວ: 08-05-2026