ppmd_samd@mof.gov.la 021 263-252

ກອງປະຊຸມປຶກສາຫາລືກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ທີ່ຄຳນຶງເຖິງບົດບາດຍິງ-ຊາຍ

5 ມື້ຜ່ານມາ

    ໃນຕອນບ່າຍຂອງວັນທີ 23 ມີນາ 2026 ເວລາ 14:00 ໂມງ ທີ່ຫ້ອງປະຊຸມກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ຈັດກອງປະຊຸມຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ(UNDP) ແລະ ທະນາຄານໂລກ (WB) ໃນການປຶກສາຫາລືກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ທີ່ຄຳນຶງເຖິງບົດບາດຍິງ-ຊາຍ, ການແລກປ່ຽນບົດຮຽນ ແລະ ແນວທາງປະຕິບັດສາກົນກ່ຽວກັບ ການຈັດຊື້-ຈັດຈ້າງທີ່ຄໍານຶງເຖິງບົດບາດຍິງ-ຊາຍ. ໂດຍການເປັນປະທານຂອງ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນຈາກສາກົນ ແລະ ປະເທດໃກ້ຄຽງໃນການເອົາວຽກງານທີ່ ຄຳນຶງເຖິງບົດບາດຍິງ-ຊາຍ ເຂົ້າໃນເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍການຈັດຊຶ້-ຈັດຈ້າງດ້ວຍທຶນຂອງລັດ ສະບັບກຳລັງປັບປຸງໃນປະຈຸບັນ.

ວັນທີອອກຂ່າວ: 23-03-2026