ຝຶກອົບຮົມວຽກງານຈັດຊຶ້-ຈັດຈ້າງດ້ວຍທຶນຂອງລັດ ຢູ່ທີ່ ສະຖາບັນ ໂຍທາທິການ ແລະ ຂົນສົ່ງ
5 ມື້ຜ່ານມາໃນວັນອັງຄານທີ 24 ມີນາ 2026 ທີ່ສະຖາບັນ ໂຍທາທິການ ແລະ ຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດຊຸດຝຶກອົບຮົມວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານຂະແໜງໂຍທາທິການ ແລະ ຂົນສົ່ງ ໂດຍການເປັນວິທະຍາກອນຂອງທ່ານ ນາງ ອາລຸນນີ ມະນີປະກອນ ຫົວໜ້າພະແນກຄຸ້ມຄອງການຈັດຊຶ້ຈັດຈ້າງດ້ວຍທຶນຂອງລັດ ແລະ ທ່ານ ທິວາກອນ ສຸລິຈັກ ຮອງຫົວໜ້າພະແນກ. ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ. ຂື້ນນຳສະເໜີກ່ຽວກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. ຊຸດຝຶກອົບຮົມຄັ້ງນີ້ ແມ່ນຂັ້ນຕອນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊີ່ງໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ຕັ້ງແຕ່ເລີ່ມຕົ້ມການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ, ພ້ອມດຽວກັນນັ້ນ ຍັງນຳສະເໜີ ພາບລວມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ນຳສະເໜີກ່ຽວກັບການຄຸ້ມຄອງພ້ອມດ້ວຍການນຳໃຊ້ເວັບໄຊ້ ຈັດຊື້-ຈັດຈ້າງ www.ppmd.mof.gov.la
ໃນວັນອັງຄານທີ 24 ມີນາ 2026 ທີ່ສະຖາບັນ ໂຍທາທິການ ແລະ ຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດຊຸດຝຶກອົບຮົມວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານຂະແໜງໂຍທາທິການ ແລະ ຂົນສົ່ງ ໂດຍການເປັນວິທະຍາກອນຂອງທ່ານ ນາງ ອາລຸນນີ ມະນີປະກອນ ຫົວໜ້າພະແນກຄຸ້ມຄອງການຈັດຊຶ້ຈັດຈ້າງດ້ວຍທຶນຂອງລັດ ແລະ ທ່ານ ທິວາກອນ ສຸລິຈັກ ຮອງຫົວໜ້າພະແນກ. ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ. ຂື້ນນຳສະເໜີກ່ຽວກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. ຊຸດຝຶກອົບຮົມຄັ້ງນີ້ ແມ່ນຂັ້ນຕອນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊີ່ງໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ຕັ້ງແຕ່ເລີ່ມຕົ້ມການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ, ພ້ອມດຽວກັນນັ້ນ ຍັງນຳສະເໜີ ພາບລວມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ນຳສະເໜີກ່ຽວກັບການຄຸ້ມຄອງພ້ອມດ້ວຍການນຳໃຊ້ເວັບໄຊ້ ຈັດຊື້-ຈັດຈ້າງ www.ppmd.mof.gov.la.
ວັນທີອອກຂ່າວ: 25-03-2026