ກອງປະຊຸມຮ່ວມລະຫວ່າງກົມ ປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ແລະ ທະນາຄານໂລກກ່ຽວກັບເປົ້າໝາຍຂອງແຜນງານ ແລະ ແຜນວຽກ ການປັບປຸງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ໂດຍຜ່ານ ໂຄງການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ຄັ້ງທີ 3 ຂອງ ສ ປປ ລາວ
6 ມື້ຜ່ານມາໃນຕອນບ່າຍຂອງວັນທີ 16 ມີນາ 2026 ເວລາ 14:30 ໂມງ ທີ່ຫ້ອງປະຊຸມກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ຊັ້ນ 1 ໄດ້ຈັດກອງປະຊຸມຮ່ວມລະຫວ່າງກົມ ປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ແລະ ທະນາຄານໂລກ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ແລະ ທ່ານ ນາງ ວຽງມາລາ ພົມແສງສະຫວັນ ຫົວໜ້າທີມງານ ທະນາຄານໂລກພ້ອມດ້ວຍຄະນະ. ກອງປະຊຸມດັ່ງກ່າວແມ່ນໄດ້ປຶກສາຫາລືກ່ຽວກັບເປົ້າໝາຍຂອງແຜນງານ ແລະ ແຜນວຽກ ການປັບປຸງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ໂດຍຜ່ານ ໂຄງການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ຄັ້ງທີ 3 ຂອງ ສ ປປ ລາວ ອົງປະກອບທີ 3 ການເສີມສ້າງລະບົບການຈັດຊື້-ຈັດຈ້າງພາກລັດ.
ໃນຕອນບ່າຍຂອງວັນທີ 16 ມີນາ 2026 ເວລາ 14:30 ໂມງ ທີ່ຫ້ອງປະຊຸມກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ຊັ້ນ 1 ໄດ້ຈັດກອງປະຊຸມຮ່ວມລະຫວ່າງກົມ ປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ແລະ ທະນາຄານໂລກ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ແລະ ທ່ານ ນາງ ວຽງມາລາ ພົມແສງສະຫວັນ ຫົວໜ້າທີມງານ ທະນາຄານໂລກພ້ອມດ້ວຍຄະນະ. ກອງປະຊຸມດັ່ງກ່າວແມ່ນໄດ້ປຶກສາຫາລືກ່ຽວກັບເປົ້າໝາຍຂອງແຜນງານ ແລະ ແຜນວຽກ ການປັບປຸງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ໂດຍຜ່ານ ໂຄງການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ຄັ້ງທີ 3 ຂອງ ສ ປປ ລາວ ອົງປະກອບທີ 3 ການເສີມສ້າງລະບົບການຈັດຊື້-ຈັດຈ້າງພາກລັດ.
ວັນທີອອກຂ່າວ: 18-03-2026