ກອງປະຊຸມເຜີຍແຜ່ວຽກງານຈັດຊື້-ຈັດຈ້າງ ແລະ ວຽກງານຄຸ້ມຄອງ ແລະ ນໍາໃຊ້ເວບໄຊຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
1 ອາທິດຜ່ານມາໃນຕອນເຊົ້າຂອງ ວັນທີ 11 ມີນາ 2026 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກງານຈັດຊື້-ຈັດຈ້າງ ແລະ ວຽກງານຄຸ້ມຄອງ ແລະ ນໍາໃຊ້ເວບໄຊຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ພະນັກງານຫຼັກແຫຼ່ງ ແລະ ພະແນກກ່ຽວຂ້ອງທີ່ເຮັດການຈັດຊື້-ຈັດຈ້າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໂດຍການນໍາສະເໜີ ຂອງທ່ານ ນາງ ອາລຸນນີ ມະນີປະກອນ ຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ. ຈຸດປະສົງຂອງການເຜີຍແຜ່ ແມ່ນເພື່ອເຮັດໃຫ້ ພະນັກງານຂົງເຂດສູນກາງຊາວໜຸ່ມ ຮັບຮູ້ໄດ້ເຖິງພາບລວມຂອງວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ບັນດານິຕິກຳ ແລະ ເຄື່ອງມືຕ່າງໆ ທີ່ເປັນບ່ອນອີງ, ນໍາສະເໜີກ່ຽວກັບຂັ້ນຕອນການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ເນື້ອໃນຂອງ 2 ແຈ້ງການ, ພ້ອມດຽວກັນນັ້ນ ກໍໄດ້ນໍາສະເໜີການແນະນຳວິທີການອັບໂຫຼດເອກະສານແຈ້ງການເຊີນປະມູນ, ແຜນການຈັດຊື້-ຈັດຈ້າງ ແລະ ອື່ນໆ ລົງໃນເວັບໄຊ້ຈັດຊື້-ຈັດຈ້າງ www.ppmd.mof.gov.la.
ໃນຕອນເຊົ້າຂອງ ວັນທີ 11 ມີນາ 2026 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກງານຈັດຊື້-ຈັດຈ້າງ ແລະ ວຽກງານຄຸ້ມຄອງ ແລະ ນໍາໃຊ້ເວບໄຊຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ພະນັກງານຫຼັກແຫຼ່ງ ແລະ ພະແນກກ່ຽວຂ້ອງທີ່ເຮັດການຈັດຊື້-ຈັດຈ້າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໂດຍການນໍາສະເໜີ ຂອງທ່ານ ນາງ ອາລຸນນີ ມະນີປະກອນ ຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ. ຈຸດປະສົງຂອງການເຜີຍແຜ່ ແມ່ນເພື່ອເຮັດໃຫ້ ພະນັກງານຂົງເຂດສູນກາງຊາວໜຸ່ມ ຮັບຮູ້ໄດ້ເຖິງພາບລວມຂອງວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ບັນດານິຕິກຳ ແລະ ເຄື່ອງມືຕ່າງໆ ທີ່ເປັນບ່ອນອີງ, ນໍາສະເໜີກ່ຽວກັບຂັ້ນຕອນການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ເນື້ອໃນຂອງ 2 ແຈ້ງການ, ພ້ອມດຽວກັນນັ້ນ ກໍໄດ້ນໍາສະເໜີການແນະນຳວິທີການອັບໂຫຼດເອກະສານແຈ້ງການເຊີນປະມູນ, ແຜນການຈັດຊື້-ຈັດຈ້າງ ແລະ ອື່ນໆ ລົງໃນເວັບໄຊ້ຈັດຊື້-ຈັດຈ້າງ www.ppmd.mof.gov.la.
ວັນທີອອກຂ່າວ: 11-03-2026