ppmd_samd@mof.gov.la 021 263-252

ຝຶກອົບຮົມ ສ້າງຄວາມເຂັ້ມແຂງວຽກງານແຜນການ ແລະ ການເງິນໃຫ້ບັນດາກົມ/ທຽບເທົ່າພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

3 ອາທິດຜ່ານມາ

    ໃນຕອນເຊົ້າຂອງ ວັນທີ 26 ກຸມພາ 2026 ທີ່ຫ້ອງປະຊຸມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມວຽກງານແຜນການ ແລະ ການເງິນ ໃຫ້ບັນດາກົມ/ທຽບເທົ່າພາຍໃນກະຊວງ, ໂດຍໄດ້ມີ ທ່ານ ນາງ ອາລຸນນີ ມະນີປະກອນ ຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ຂື້ນນຳສະເໜີກ່ຽວກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. ຊຸດຝຶກອົບຮົມຄັ້ງນີ້ ແມ່ນຂັ້ນຕອນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ຕັ້ງແຕ່ເລີ່ມຕົ້ມການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ, ພ້ອມດຽວກັນນັ້ນ ຍັງນຳສະເໜີ ພາບລວມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນຳສະເໜີກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ້ ຈັດຊື້-ຈັດຈ້າງ www.ppmd.mof.gov.la.

ວັນທີອອກຂ່າວ: 03-03-2026